7 ປີ ໜີ້ຄ່າໄຟເຍືອງທາງ ຄ້າງຄາ

ໄຊຍາ
2018.10.12
F-Asian-Rd ໄຟຟ້າເຍືອງທາງ ຕາມຖນົນອາຊຽນ ໃນ ນະຄອນຫຼວງວຽງຈັນ
RFA

ໜີ້ຄ່າກະແສໄຟຟ້າເຍືອງທາງ ໃນນະຄອນຫຼວງວຽງຈັນ ຍັງເປັນປິສນາຢູ່ວ່າ ພາກສ່ວນໃດ ຈະເປັນຜູ້ຮັບຜິດຊອບຈ່າຍ ເຖິງແມ່ນວ່າ ຈະເປັນການບໍຣິການ ສາທາຣະນະກໍ່ຕາມ ແຕ່ຣັຖວິສາຫະກິດ ໄຟຟ້າລາວ ຢໍ້າວ່າຕ້ອງມີໜ່ວຍງານໃດນຶ່ງ ໃນ ນະຄອນຫຼວງ ວຽງຈັນ ສຳລະໜີ້ ປະມານ 40 ຕື້ກີບ ທີ່ຍັງຄ້າງຢູ່.

ຈາກກໍຣະນີດັ່ງກ່າວນີ້ ທ່ານ ຈັນສົມ ພິລາລົມ ຮອງຫົວໜ້າຝ່າຍປະຕິບັດການໄຟຟ້າ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດ ຕໍ່ວື່ມວນຊົນ ເມື່ອ 07 ຕຸລາ ທີ່ຜ່ານມາວ່າ:

"ເພາະຊ່ວງໄລຍະນີິ້ ພວກເຮົາກໍ່ໄດ້ລົມກັບຜແນກ ຍທຂ ນະຄອນຫຼວງຫັ້ນ ໂຕທີ່ວ່າເພິ່ນເປັນຜູ້ສ້າງເດເນາະ ໂຄງການເປັນຂອງເພິ່ນ ເພາະຜ່ານມາພວກເຮົາກໍ່ໄດ້ ມີການປະຊຸມກັນຫຼັກໆແທ້ບັນຫາເຣື່ອງຜ່ານມາ ກາແມ່ນເຣື່ອງໜີ້ຄ່າກະແສໄຟ ເຍືອງທາງນຶ່ງ ໂຕປັດຈຸບັນນີ້ ເກືອບ 40 ກວ່າຕື້ ເດ້ ສະເລັ່ຍເດືອນນຶ່ງ 5 ຮ້ອຍລ້ານ ຫາ 6 ຮ້ອຍລ້ານກີບ ແມ່ນການຊົມໃຊ້ໄຟຟ້າ ໃນນະຄອນຫຼວງວຽງຈັນ."

ສາເຫດທີ່ເຮັດໃຫ້ໜີ້ຄ່າໄຟຟ້າເຍືອງທາງ ນະຄອນຫຼວງວຽງຈັນ ບໍ່ມີພາກສ່ວນໃດຮັບຜິດຊອບຈ່າຍໃນໄລຍະຜ່ານມາ ທ່ານ ຮອງຫົວໜ້າ ຝ່າຍປະຕິບັດການໄຟຟ້ານະຄອນຫຼວງ ໃຫ້ເຫດຜົນຕື່ມວ່າ:

"ໄຟຟ້າເຍືອງທາງໃນນະຄອນຫຼວງວຽງຈັນ ເຣີ້ມນໍາໃຊ້ນັບແຕ່ປີ 2002 ເປັນຕົ້ນມາ ເບື້ອງຕົ້ນແມ່ນຢູ່ ໃນຄວາມຮັບຜິດຊອບ ຂອງຫ້ອງການ ຄຸ້ມຄອງ ແລະ ບໍຣິການຕົວເມືອງວຽງຈັນ (ຄບຕ). ມາຮອດປີ 2012 ອົງການປົກຄອງ ນະຄອນຫຼວງວຽງຈັນ ໄດ້ມອບໃຫ້ໄຟຟ້າລາວ ຄຸ້ມຄອງບໍາລຸງຮັກສາ ເນື່ອງຈາກມີເຄື່ອງອຸປກອນຄົບຊຸດ ແລະ ຮູ້ຈັກຣະບົບເຕັກນິກໄຟຟ້າ ໄດ້ດີກ່ວາພາກສ່ວນອື່ນ. ຕະຫຼອດໄລຍະ 7 ປີ ຫຼັງມານີ້ ຣະບົບໄຟເຍືອງທາງ ເສັ້ນທາງໃຫຍ່ ທີ່ ໄຟຟ້າລາວຄຸ້ມຄອງ ມີ 45 ເສັ້ນທາງ ແລະ ທາງຊອຍ 41 ເສັ້ນທາງ ແຕ່ຍັງອີກ 13 ເສັ້ນທາງ ທີ່ຂຍາຍໃໝ່ ທີ່ໄຟຟ້າລາວ ບໍ່ໄດ້ຮັບເຂົ້າ ໃນການຄຸ້ມຄອງ ຍ້ອນວ່າມັນພົວພັນ ເຖິງບັນຫາງົບປະມານ ໃຊ້ຈ່າຍໃນການບໍາລຸງ ຮັກສາ."

ສຳພາດ :  ທາງຊອຍທີ່ວ່າທາງຊອຍຫັ້ນ ແຕ່ກາຍັງຄາກັນຫັ້ນນີ້ແມ່ນໂຕຂຍາຽໃໝ່ ເປັນຕົ້ນແມ່ນທາງຂຍາຍໃໝ່ ທາງຊີມັງນີ້ລະ ມີໄຟທາງ ຕິດຕັ້ງພ້ອມເດເນາະ ທີ່ວ່າຍັງອີກ 13 ເສັ້ນທາງ ທີ່ພວກເຮົາບໍ່ທັນໄດ້ ຮັບວ່າຊັ້ນ ເປັນຍ້ອນວ່າຄັນຮັບມາແລ້ວ ມັນເວົ້າເຣື່ອງົບປະມານ ເຣື່ອງການບໍາລຸງຮັກສາ ຍັງບໍ່ພຽງພໍ ຈຶ່ງເຮັດໃຫ້ພວກເຮົາບໍ່ຮັບເທື່ອ.

ໄຟຟ້າເຍືອງທາງບໍ່ໄດ້ຂຶ້ນກັບໄຟຟ້າລາວ ໂດຍກົງນັບແຕ່ປີ 2002 ເປັນຕົ້ນມາເປັນພຽງການສ້ອມແປງ ແລະ ບໍາລຸງຮັກສາ ສຸກເສີນ ເທົ່ານັ້ນ. ດັ່ງເຈົ້າໜ້າທີ່ ໄຟຟ້າລາວ ໜ່ວຍສ້ອມແປງກ່າວ ຕໍ່ RFA ວ່າ:

"ອຸປກອນເກົ່າຫຼາຍບາງເສັ້ນນີ້ ມັນມີຮອດ 16-17 ປີ ນຳໃຊ້ມານະ ເຮົາກໍ່ສ້າງແຕ່ປີ 2002, 2004 ມາເດ້ ດຽວນີ້ພາຍໃນນະຄອນຫຼວງ ເຮົາປ່ຽນຈາກ ໂຊດຽມມາເປັນ LED ດຽວນີ້ເຮົາໄດ້ ປະມານ 7-8 ເສັ້ນທາງປະມານ ພັນກ່ວາດອກ 1500-1600ດອກ."

ໃນສ່ວນການບໍາລຸງຮັກສາ ຈະແຍກອອກຈາກຄ່າກະແສໄຟຟ້າ ທີ່ໄຟຟ້າລາວ ຈະບໍ່ຮັບຜິດຊອບ ເຊິ່ງສະເລັ່ຍຄ່າໄຟຟ້າເຍືອງທາງ ທີ່ຕ້ອງຈ່າຍ ປະມານ 5 ຮ້ອຍ ລ້ານກີບ ຫາ 6 ລ້ານ ກີບຕໍ່ເດືອນ. ດ້ວຍເຫດນີ້ ນັບແຕ່ປີ 2012 ເປັນຕົ້ນມາຍັງບໍ່ມີ ພາກສ່ວນໃດ ເຂົ້າມາຮັບຜິດຊອບ ຈ່າຍຄ່າໄຟຟ້າເຍືອງທາງ ໃນແຕ່ລະເດືອນ. ສະຫຼຸບແລ້ວນັບແຕ່ປີ 2012 ມາຮອດ ເດືອນພືສພາ 2018 ລວມ 7 ປີ ໜີ້ຄ່າໄຟຟ້າເຍືອງທາງ ໃນນະຄອນຫຼວງວຽງຈັນ ທີ່ຄ້າງຈ່າຍຕົກເປັນ 40 ຕືີ້ກີບ.

ແຕ່ແນວໃດກໍ່ຕາມເພື່ອຊອກຫາ ພາກສ່ວນມາຮັບຜິດຊອບ ໄຟຟ້າລາວໄດ້ຈັດກອງປະຊຸມ ກັບອົງການປົກຄອງ ນະຄອນຫຼວງວຽງຈັນ, ກະຊວງພລັງງານ ແລະບໍ່ແຮ່ , ກະຊວງການເງິນ ແລະພາກສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫານີ້ ໂດຍໄວ ເພື່ອຮັບປະກັນ ໃຫ້ການ ຄຸ້ມຄອງ ນໍາໃຊ້ຢ່າງມີປະສິດຕິພາບ.

ອີກທາງອອກນຶ່ງ ທີ່ທາງໄຟຟ້າ ໄດ້ສເນີວ່າ ເນື່ອງຈາກໄຟຟ້າເຍືອງທາງ ເປັນໄຟຟ້າສາທາຣະນະ ດັ່ງນັ້ນຈະອາໃສແຕ່ ໄຟຟ້າລາວ ສ້ອມແປງ ແລະບໍາລຸງຮັກສາຝ່າຍດຽວນັ້ນ ແມ່ນຄົງເປັນໄປໄດ້ຍາກ ເພາະມັນພົວພັນໂດຍກົງເຖິງການໃຊ້ຈ່າຍ ງົບປະມານຈຳນວນຫຼາຍ ໃນແຕ່ລະເດືອນ. ດ່ັງນັ້ນ ວິທີທາງທີ່ດີທີ່ສຸດ ຕ້ອງໃຫ້ຫຼາຍພາກສ່ວນ ມີສ່ວນຮ່ວມນໍາ  ນືຶ່ງໃນນັ້ນອາດຈະໃຊ້ວິທີ ໃຫ້ປະຊາຊົນ ກໍ່ຄືຜູ້ຊົມໃຊ້ໄຟຟ້າ ໃນນະຄອນຫຼວງວຽງຈັນ ທຸກຄົນເຂົ້າມາມີສ່ວນຮ່ວມ ດ້ວຍການຈ່າຍຊ່ອຍ 2 ພັນກີບ ຫາ 3 ພັນກີບ ຕໍ່ບີນຕໍ່ລູກຄ້າ ເພື່ອສຳລະຄ່າກະແສໄຟຟ້າ ເຍືອງທາງຮ່ວມກັນ.

ຕໍ່ກໍຣະດັ່ງກ່າວນີ້ ປະຊາຊົນ ໃນນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ RFA ວ່າ ບໍ່ເຫັນດີຕໍ່ ການຈ່າຍຊ່ອຍຄ່າໄຟຟ້າເຍື່ອງທາງ.

"ເກັບໄປຈ່າຍໜີ້ໃຫ້ຣັຖບານ.. ຫ້ວຍ ຣັຖບານຕິດໜີ້ກໍ່ໃຫ້ຣັຖບານ ພຸ້ນແລ້ວຈ່າຍ ພັດສິມາໃຫ້ ປະຊາຊົນແບກຮັບແນວໃດ ກໍ່ບໍ່ເຫັນດີ ແລ້ວເນາະ."

ສ່ວນປະຊາຊົນ ໃນນະຄອນຫຼວງວຽງຈັນ ອີກທ່ານນຶ່ງ ໄດ້ກ່າວຕໍ່ RFA ວ່າ ໄຟຟ້າເຍືອງທາງ ສ່ວນຫຼາຍ ມີແຕ່ໃນຕົວເມືອງ ອອກໄປນອກເມືອງແມ່ນມືດ ກໍ່ໃຫ້ເກີດມີການປຸ້ນຈີ້.

"ມີແຕ່ໃນຕົວເມືອງນີ້ແຫຼະ ໃນຕົວເມືອງນີ້ມີທຸກເສັ້ນຢູ່ໄຟເຍືອງທາງ ແຕ່ວ່າອອກນອກຕົວເມືອງ ແລ້ວບໍ່ມີຣະບົບໄຟເຍືອງທາງໄຟຫຍັງ ສ່ວນນ້ອຍ ມັນບໍ່ໄລ່ເຂົ້າສະເດືອນນຶ່ງ ສອງເດືອນ ລັກເອົາຣົດຈັກ ຄັນນຶ່ງປະມານນັ້ນແຫຼະ ມັນເວົ້າເຣື່ຶອງ ທັມມາຫາກິນ ນີ້ແຫຼະແນວດຽວ."

ໃນປັດຈຸບັນ ໄຟຟ້າລາວຍັງຊອກຫາທາງອອກ ວ່າພາກສ່ວນໃດກັນແທ້ ຈະຮັບຜິດຊອບຈ່າຍຄ່າໄຟຟ້າເຍືອງທາງ ເຊີ່ງຍັງລໍຖ້າການ ເຫັນດີ ຈາກຣັຖບານ ແລະ ຕ້ອງຜ່ານການຮັບຮອງ ຂອງສະພາແຫ່ງຊາດ ຈື່ງສາມາດດຳເນີນການ ຈັດຕັ້ງປະຕິບັດໄດ້.

ສະຫຼຸບແລ້ວຄ່າໄຟຟ້າເຍືອງທາງ ຍັງເປັນປິສນາຢູ່ ແຕ່ສຳຄັນ ປະຊາຊົນຢ້ານວ່າ ພາກຣັຖອາດຈະໂອນພາລາໜີ້ສີນ ໃຫ້ປະຊາຊົນມີ ສ່ວນຮ່ວມ ຈ່າຍນໍາ ທັງທີ່ວ່າບັນຫານີ້ ຕ້ອງແມ່ນຣັຖ ຮັບຜິດຊອບໂດຍກົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.