ບໍຣິສັດຢຸດຂຸດເຫຼັກ ຍ້ອນ ລາຄາ ຕົກຕໍ່າ
2017.12.07
ໂຄງການຂຸດຄົ້ນແຮ່ເຫຼັກສອງແຫ່ງ ຂອງບໍຣິສັດຈີນ ແລະບໍຣິສັດວຽດນາມ ຢູ່ເມືອງວຽງໄຊ ແຂວງຫົວພັນ ໄດ້ຢຸດຂຸດຄົ້ນເຫຼັກ ເປັນປີທີສອງ ແລ້ວ ຍ້ອນລາຄາຂາຍເຫລັກຢູ່ຈີນ ຍັງຕົກຕໍ່າຢູ່, ສອງບໍຣິສັດດັ່ງກ່າວ ຈຶ່ງບໍ່ກ້າຂຸດຄົ້ນຕື່ມ ເພາະຢ້ານ ບໍ່ໄດ້ກຳໄລ ຕາມເປົ້າໝາຍ, ດັ່ງ ເຈົ້າໜ້າທີ່ ຜແນກພະລັງງານ ແລະບໍ່ແຮ່ ເມືອງວຽງໄຊ ກ່າວໃນວັນທີ 7 ທັນວາ ນີ້ວ່າ:
“ບໍ່ແຮ່ນິຂະເຈົ້າກະບໍ່ໄດ້ເຮັດຫຍັງ ມັນມີແຕ່ຂຸດຄົ້ນແຮ່ເຫຼັກຫັ້ນ ຂະເຈົ້າຢຸດເນາະ ຕາມເຂົາເວົ້າຫັ້ນນາ ວ່າລາຄາບໍ່ໄດ້ ເຂົາເລີຍຢຸດຊົ່ວຄາວ ຢຸດໄດ້ສອງປີນີ້ ຮອດຄູ່ມື້ນີ້ ຍັງບໍ່ທັນໄດ້ຂຸດຄົ້ນນະ ແຮ່ເຫຼັກກະມີສອງບ່ອນເນາະ ຂະເຈົ້າຂຸດນີ່.”
ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມອີກວ່າ: ຍັງບໍ່ຮູ້ຄັກແນ່ວ່າ ລາຄາເຫຼັກໃນປັດຈຸບັນ ຫລຸດລົງເທົ່າໃດແທ້ ແຕ່ບໍຣິສັດທັງສອງດັ່ງກ່າວ ຍັງບໍ່ຍົກເລີກ ໂຄງການນີ້ແຕ່ຢ່າງໃດ ເພາະຍັງມີແຜນ ກັບມາສືບຕໍ່ການຂຸດຄົ້ນໃໝ່ ຄາດວ່າພາຍໃນປີໜ້າ, ຈາກການທີ່ໂຄງການຂຸດຄົ້ນແຮ່ເຫຼັກ ໄດ້ຢຸດ ເຊົາໄປນັ້ນ ເຮັດໃຫ້ຄົນງານທ້ອງຖິ່ນ ໃນເມືອງວຽງໄຊ ທີ່ເຄີຍເປັນກັມມະກອນ ໃນບໍ່ເຫຼັກນັ້ນ ຕ້ອງໄປຊອກເຮັດວຽກອື່ນແທນ ລໍຖ້າຈົນກວ່າ ບໍຣິສັດນັ້ນຈະຈ້າງ ມາຂຸດຄົ້ນອີກເທື່ອນື່ງ.
ເມື່ອປີກາຍບໍຣິສັດຈີນ ແລະບໍຣິສັດຈາກວຽດນາມ ອີກສອງແຫ່ງ ໄດ້ຖອນຕົວຍົກເລີກ ໂຄງການສຳຣວດແຮ່ຫີນປູນ ຢູ່ເມືອງວຽງໄຊ ຍ້ອນ ການສຳຣວດ ບໍ່ເປັນໄປຕາມ ຄວາມຕ້ອງການ ແລະປະຊາຊົນຈຳນວນນຶ່ງ ບໍ່ຍອມໃຫ້ບໍຣິສັດ ມາສຳຣວດກວມເອົາ ເນື້ອທີ່ຂອງເຂົາເຈົ້າ ເພາະຢ້ານຈະບໍ່ໄດ້ຮັບ ການຊົດເຊີຍ ທີ່ເໝາະສົມ.
ຢ່າງໃດກໍຕາມການລົງທຶນປະເພດຂຸດຄົ້ນບໍ່ແຮ່ ຍັງເປັນການລົງທຶນທີ່ມີຫຼາຍທີ່ສຸດ ໃນແຂວງຫົວພັນ ມາຮອດປັດຈຸບັນ ມີໂຄງການປະເພດ ນີ້ແລ້ວ ບໍ່ຕໍ່າກວ່າ 30 ໂຄງການ ຍ້ອນທົ່ວແຂວງຍັງມີ ຊັພຍາກອນແຮ່ທາດ ໃນປະຣິມານຫຼາຍຢູ່ ແລະສ່ວນໃຫຍ່ ແມ່ນການລົງທຶນ ຂອງ ນັກລົງທຶນຈີນ, ວຽດນາມ ທີ່ເຂົ້າມາສຳປະທານ ເນື້ອທີ່ ຜ່ານຣັຖບານ ຊື່ງໄດ້ກວມເອົາດິນ ຂອງ ປະຊາຊົນ ໄປນຳ.