ໂຮງງານໄຟຟ້າຖ່ານຫີນ ມິດງຽບ
2018.12.28
ໂຄງການ ສ້າງໂຮງງານໄຟຟ້າຖ່ານຫີນ ຂອງບໍຣິສັດ CCF ຈາກ ສປຈີນ, ເຊິ່ງຕັ້ງຢູ່ເມືອງຊຳເໜືອ ແຂວງຫົວພັນ ອາຈຍົກເລີກການກໍ່ສ້າງ ໄປແລ້ວ, ແຕ່ບໍ່ໄດ້ແຈ້ງໃຫ້ເຈົ້າໜ້າທີ່ຮູ້ ຍ້ອນນັກລົງທຶນຈີນ ເຈົ້າຂອງໂຄງການມິດງຽບໄປຫຼາຍເດືອນແລ້ວ. ໃນຂນະທີ່ ຢູ່ພາຍໃນເຂດ ໂຄງການ ມີແຕ່ບ່ອນພັກຄົນງານຕັ້ງຢູ່ ຍັງບໍ່ທັນລົງມືສ້າງ ໂຮງງານທີ່ຈະຜລິດໄຟຟ້າຖ່ານຫີນແຕ່ຢ່າງໃດ. ດັ່ງເຈົ້າໜ້າທີ່ເມືອງຊຳເໜືອ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ນີ້ວ່າ:
“ບໍ່, ບໍ່ທັນໄດ້ສ້າງ ກໍ່ສ້າງຫຍັງນ່າດຽວນີ້. ພຽງແຕ່ເຮັດເຮືອນກັມມະກອກມະກອນໄປແນວນັ້ນແຫຼະ. ເປົ້າໝາຍກະຄືດວ່າຊິເຮັດໂຮງງານ ພລັງງານຖ່ານຫີນຄວາມຮ້ອນຫັ້ນແຫຼະ ຢ້ານສິຢຸດເຊົາລະບໍ? ຄືແນວໃດກະບໍ່ຮູ້ນຳ. ບໍ່ທັນມີຫຍັງປີນີ້ ຫັ້ນນ່າ."
ທ່ານກ່າວຕື່ມວ່າ ຕາມປົກກະຕິແລ້ວ, ໃນໄລຍະຜ່ານມາ ເຈົ້າຂອງໂຄງການດັ່ງກ່າວ ມັກມີການແຈ້ງຄວາມຄືບໜ້າ ຂອງໂຄງການໃຫ້ຝ່າຍ ລາວ ຮູ້ນຳ, ແຕ່ເຣີ້ມເດືອນກັນຍາ ມານີ້ ເຂົາເຈົ້າບໍ່ໄດ້ເຄື່ອນໄຫວ ອັນໃດອີກ, ແຕ່ຫາກພາກັນເດີນທາງ ເມືອຈີນ ໄປເລີຍແລ້ວ.
ສ່ວນຢູ່ບ່ອນກໍ່ສ້າງທີ່ເຄີຍມີພະນັກງານ ເຝົ້າເວນຍາມຢູ່ນັ້ນ, ປະຈຸບັນ ປະກົດວ່າບໍ່ເຫຼືອຈັກຄົນແລ້ວ. ຢ່າງໃດກໍຕາມ, ເຊື່ອວ່າເຂົາເຈົ້າຈະ ແຈ້ງຂ່າວ ມາໃຫ້ຮູ້ໃນຕົ້ນປີ 2019 ເພື່ອໃຫ້ຄຳຕອບຄັກແນ່ວ່າ ຍົກເລີກ ຫຼືຈະສືບຕໍ່ ພາຍຫຼັງທີ່ຝ່າຍລາວ ໄດ້ທວງຖາມໄປ.
ທ່ານກ່າວມ້ວນທ້າຍວ່າ ປະຊາຊົນບ້ານຫ້ວຍຄົງ ຈຳນວນ 80 ຄອບຄົວ ແລະ ບ້ານຫຼັກ 20 ທີ່ໄດ້ຮັບຜົລກະທົບຍ້ອນໂຄງການ ດັ່ງກ່າວ ເຮັດດິນແດງເຈື່ອນຖົມດິນນາ ກໍຍັງບໍ່ໄດ້ເງິນຊົດເຊີຍ ຈາກບໍຣິສັດດັ່ງກ່າວ, ເຖິງແມ່ນວ່າມີການຄິດໄລ່ ຄ່າເສັຽຫາຍ ເປັນລາຍລັກອັກສອນ ແລ້ວກໍຕາມ.
ບໍຣິສັດຈີນດັ່ງກ່າວ ໄດ້ເຊັນສັນຍາກັບທາງການແຂວງຫົວພັນ ເພື່ອເຂົ້າມາເຮັດການສຳຣວຈໂຄງການນີ້ ມາຕັ້ງແຕ່ປີ 2012, ເຊິ່ງມີແຜນ ຈະກໍ່ສ້າງໂຮງງານ ໃຫ້ສຳເຣັຈ ແລະ ເປີດທຳການຜລິດໄຟຟ້າ ຈາກຖ່ານຫີນ ໃນປີ 2018 ນີ້, ແຕ່ສຸດທ້າຍ ກໍຍັງບໍ່ໄດ້ ລົງມືໂຕຈິງ ຄືດັ່ງທີ່ເວົ້າ ແລະ ກໍມິດງຽບໄປເສີຍໆ.