ຂ.ຫົວພັນ ຢາກຍົກເລີກ ສັນຍາ ບໍ່ຖ່ານຫີນ

ມະນີຈັນ
2019.10.01
F-Sumneua ເມືອງຊໍາເໜືອ ແຂວງຫົວພັນ
ຮູບຈາກ : ນັກຂ່າວພົລເມືອງ

ບໍຣິສັດ CCF ຂອງຈີນ ທີ່ເຂົ້າມາສຶກສາ ຄວາມເປັນໄປໄດ້ ຂອງໂຄງການ ໂຮງງານໄຟຟ້າຖ່ານຫີນ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ສ້າງຄວາມເສັຽຫາຍໜັກ ໃຫ້ແກ່ປະຊາຊົນ ໃນພື້ນທີ່ ໂດຍສະເພາະເຣື່ອງ ການສ້າງເສັ້ນທາງ ຕັດຜ່ານໄຮ່ນາ ເຮັດໃຫ້ດິນ ເຈື່ອນຖົມນາ ປະຊາຊົນ, ອີງຕາມຄໍາເວົ້າຂອງປະຊາຊົນ ບ້ານຫ້ວຍຄົງ ເມືອງຊໍາເໜືອ ຕໍ່ RFA ໃນມື້ວັນທີ 1 ຕຸລາ ນີ້:

"ເສັຽຫາຍມັນກໍຫລາຍປີແລ້ວ 2-3 ປີ ມາກໍຍັງບໍ່ໄດ້ຮັບຄ່າຊົດເຊີຍ ຫຍັງເລີຍເຮົາຢາກສເນີ ຢາກເນັ້ນໜັກໃຫ້ທາງເມືອງທາງແຂວງ ໃຫ້ເຂົາ ເອົາໃຈໃສ່ຕື່ມໜ້ອຍນຶ່ງ ຫັ້ນນ່າ ລົງໄປກວດກາໄປເບິ່ງຕົວຈິງ ເສັຽແນວໃດ ຊົດເຊີຍແນວໃດ ທົດແທນໃຫ້ ປະຊາຊົນ ແນ່."

ຊາວບ້ານຜູ້ນີ້ເວົ້າວ່າເວລາ ທີ່ບໍຣິສັດຈີນ ຈະເຂົ້າໄປສໍາຣວດ ໃນແຕ່ລະພື້ນທີ່ ກໍສ້າງທາງເຂົ້າໄປ ຊຶ່ງບາງບ່ອນສ້າງທາງຕັດຜ່ານນາ ຂອງ ປະຊາຊົນ ແລະເຮັດດິນເຈື່ອນຖົມນາ ປະຊາຊົນ ເສັຽຫາຍ 8 ເຮັກຕາ ໂດຍບໍ່ຈ່າຍເງິນຊົດເຊີຍ ໃຫ້ປະຊາຊົນ ແຕ່ຢ່າງໃດ. ພ້ອມດຽວກັນນີ້ ທ່ານກໍຮຽກຮ້ອງໃຫ້ ທາງເມືອງຊໍາເໜືອ ແລະ ທາງການແຂວງຫົວພັນ ລົງກວດເບິ່ງສະພາບຄວາມເສັຽຫາຍໃນພື້ນທີ່ຕົວຈິງ.

ເຈົ້າໜ້າທີ່ຜແນກພລັງງານ ແລະ ບໍ່ແຮ່ ແຂວງຫົວພັນ ກໍກ່າວຕໍ່ RFA ໃນມື້ດຽວກັນວ່າ ການສຶກສາຄວາມເປັນໄປໄດ້ ຂອງບໍຣິສັດຈີນນີ້ ແມ່ນຣັຖບານລາວ ເປັນຜູ້ໃຫ້ສໍາປະທານ ແຕ່ປີ 2012, ເລີ່ມເຂົ້າມາສໍາຣວດ ໃນປີ 2016 ສໍາຣວດແລ້ວ ແຕ່ບໍ່ຣາຍງານ ໃຫ້ທາງການຊາບ ຊຶ່ງທາງການ ຕ້ອງການຍົກເລີກສັນຍາ ສໍາປະທານ ຍ້ອນກັງວົນເຣື່ອງຜົນກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ ແລະບໍ່ມີການເຄື່ອນໄຫວ ຫຍັງຫລາຍປີມາແລ້ວ ແຕ່ກໍຂຶ້ນຢູ່ກັບ ຣັຖບານລາວ:

"ຄືວ່າແຜນການແຕ່ 2016 ດຽວນີ້ 2019 ຍັງບໍ່ມີອັນໃດ ໂຍ໊ ມັນກໍຕ້ອງອີງໃສ່ສັນຍາ ຫັ້ນແລ້ວ ສັນຍາຈັກເຂົາເຮັດ ມາແນວໃດ. ມັນກໍ ຕ້ອງອີງ ໃສ່ສັນຍາຫັ້ນບໍ໊. ອະນຸຍາດໃຫ້ແລ້ວນະ ແຕ່ວ່າເຂົາ ຈີນນີ໋ເຂົາກໍບໍ່ຢາກເສັຽປານໃດ ຫລາຍບໍ່ຢູ່ຊໍາເໜືອ ເຂົາກໍຂຸດແຕ່ ອຸມົງ 4-5 ແມັຕ ສຸດທ້າຍ ເຂົາເຮັດແລ້ວ ເຂົາກໍເຊົາ ເຊົາແລ້ວເຂົາສິສົ່ງ ເຂົາກໍບໍ່ສົ່ງ."

ໂຄງການໂຮງໄຟຟ້າຖ່ານຫີນ ຢູ່ເມືອງຊໍາເໜືອ ໄດ້ຮັບສໍາປະທານ ທີ່ດິນຈາກຣັຖບານ 400 ເຮັກຕາ ແຕ່ປີ 2012 ກວມເນື້ອທີ່ 3 ບ້ານຄື ບ້ານຫ້ວຍຄົງ ບ້ານຍອງ ແລະບ້ານຫຼັກຊາວ ມີທັງໝົດ ປະມານ 200 ຄອບຄົວ ຊຶ່ງຈະຖືກໂຍກຍ້າຍຈາກບ້ານເດີມ ຖ້າຫາກວ່າຣັຖບານ ລາວ ໃຫ້ບໍຣິສັດຈີນ ດໍາເນີນການຂຸດຄົ້ນ ບໍ່ຖ່ານຫີນ ຕາມສັນຍາສໍາປະທານນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.