ໃບເກັບເງິນອາກອນມູລຄ່າ ເພີ້ມ

ມະນີຈັນ
2015.08.27
F-bill ໃບເກັບເງິນ ອາກອນມູລຄ່າເພີ້ມ ທີ່ທາງການເລີ້ມໃຊ້ ປະຕິບັດ
RFA/NY

ກົມສ່ວຍສາ ອາກອນ ກະຊວງ ການເງິນ, ໄດ້ພິມ ໃບເກັບເງິນ ອາກອນ ມູນຄ່າເພີ້ມ ໃຫ້ ຫົວໜ່ວຍ ທຸຣະກິດ, ເພື່ອ ແຈກຢາຍ ໃຫ້ ລູກຄ້າ ທີ່ ເຂົ້າມາຊື້ ເຄື່ອງ ໃນຮ້ານ ເລີ້ມແຕ່ 2,000 ກີບ ຂຶ້ນໄປ, ເພື່ອໃຫ້ ສະດວກ ໃນການ ເກັບອາກອນ ຫຼາຍຂຶ້ນ.

ການເສັຽ ອາກອນ ແມ່ນ ຄິດໄລ່ ຕາມ ໃບເສັຽອາກອນ ນັ້ນ ຕົວຢ່າງ, ລູກຄ້າ ມາຊື້ເຄື່ອງ ມູລຄ່າ 10 ພັນກີບ, ເຈົ້າຂອງຮ້ານ ກໍຈະຈີກ ໃບເກັບເງິນ ໃນມູລຄ່າ 10 ພັນກີບ ໃຫ້, ແລ້ວ ໃນເວລາທີ່ ເຈົ້າໜ້າທີ່ ອາກອນ ມາເກັບ ອາກອນ ນໍາ ເຈົ້າຂອງຮ້ານ ກໍ ຈະຄິດໄລ່ ຕາມ ຣາຍຮັບ ຂອງຕົນ ຕາມມູນຄ່າ ຢູ່ໃນ ຫົວຂ້ວນ ໃບເສັຽ ອາກອນ ມູນຄ່າເພີ້ມ ນັ້ນ.

ແຕ່ ຊາວຄ້າຂາຍ ຂນາດນ້ອຍ ຈໍານວນນຶ່ງ ບໍ່ຢາກ ເສັຽອາກອນ ຕາມ ໃບເກັບເງິນ ອາກອນ ມູນຄ່າເພິ່ມ, ໂດຍ ໃຫ້ເຫດຜົນ ວ່າ ການເສັຽອາກອນ ນັ້ນ ມັນແພງ ແລະ ບໍ່ພໍໃຈ ຈ່າຍ. ດັ່ງ ຊາວຄ້າຂາຍ ທ່ານນຶ່ງ ໄດ້ ກ່າວຕໍ່ ເອເຊັຽ ເສຣີ ວ່າ:

"ເຂົາມາເຮີ ເນາະ ມື້ນີ້ ເຂົ້າມາ, ມານັບເບິ່ງ ຫົວຂ້ວນ ຫັ້ນວ່າ, ເຮົາໄດ້ຂາຍ ທໍ່ເດີ, ລະເຂົາ ມາຄິດໄລ່ ເບິ່ງວ່າ, ລາຍໄດ້ເຮົາ ມື້ນຶ່ງ ເຮົາໄດ້ ເທົ່າໃດ, ລະຜູ້ໄດ້ ຫຼາຍ ເຂົາ ກະຊິໃຫ້ ເສັຽຫຼາຍ, ຜູ້ ໄດ້ໜ້ອຍ ເຂົາກະຊິ ໄລ່ ຕາມໜ້ອຍ ຫັ້ນຕີ້, ຂ້ອຍນີ້ ສູງສຸດ ຂັ້ນມື້ໃດ ໄດ້ ຂາຍເບັຽ ຂ້ອຍ ກະຊິໄດ້ ແດ່ ແສນປາຍ ນຶ່ງດອກ, ຂ້ອຍເສັຽ ແຕ່ລະເດືອນ ມີແຕ່ວ່າ ລະກະ ລາຍໄດ້ ຂອງຂ້ອຍ ນັ້ນ ແຕ່ ມີແຕ່ຊໍ່ານັ້ນ, ມີແຕ່ວ່າ ມັນແພງ ບໍ່ພໍໃຈ ຈ່າຍ ຊໍ່ານັ້ນ".

ໃນເວລາ ດຽວກັນ ເຈົ້າໜ້າທີ່ ອາກອນ ກໍ ໃຫ້ເຫດຜົນ ວ່າ, ການຄິດໄລ່ ແບບນີ້ ມັນງ່າຍ ໃນການ ເກັບ ອາກອນ, ດັ່ງ ທ່ານກ່າວ ຕໍ່ ເອເຊັຽ ເສຣີ ວ່າ:

"ການເກັບ ອາກອນ ລະແມ່ນ ທາງ ອາກອນ ຊິ ອີງໃສ່ການ ຈີກບິນນີ້, ເພື່ອວ່າ ການຄິດໄລ່ ການເສັຽ ອາກອນ ໄລ່ຫັ້ນ ໄລ່ແບບ ເກົ່າ ທັງໝົດ ຫັ້ນແຫລະ ແຕ່ວ່າ ເຮົາ ເຮັດໃຫ້ມັນ ສະດວກ ສະບາຍ ໃນການ ເອີ ເກັບກໍາ ຊື່ໆນ່າ, ຄື ບໍ່ຕ້ອງມາ ຂຽນ ຣາຍການ ຫຍັງຫຼາຍ, ຄື: ສິນຄ້າ ລາຄາ 20 ພັນ ເຮົາກະສີກ ໃບລະ 5 ພັນ ສີ່ໃບ, ຫລື ໃບລະ 10 ພັນ ສອງໃບ, ຫລື ວ່າ ໃບ 20 ພັນ ເລີຍ ກະໄດ້ ມັນສີກ ໃຫ້ ກັນງ່າຍໆ ເດ້ ໂຕນີ້".

ການເກັບ ອາກອນ ແບບນີ້ ສຳລັບ ຢູ່ ນະຄອນ ຫຼວງ ວຽງຈັນ ໄດ້ດໍາເນີນ ມາເປັນ ເວລາ 2 ເດືອນ ແລ້ວ. ແຕ່ຢູ່ ຕ່າງ ແຂວງ ຍັງບໍ່ທັນ ມີການ ໃຊ້ ຣະບົບ ເກັບເງິນ ແບບນີ້ ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.