ມ.ວັງວຽງຂາດນັກທ່ອງທ່ຽວ
2017.06.06
ຜູ້ປະກອບຮ້ານຄ້າຂນາດນ້ອຍ ເມືອງວັງວຽງ ແຂວງວຽງຈັນ ຫຼາຍແຫ່ງຕ້ອງປິດກິຈການ ຍ້ອນຈໍານວນນັກທ່ອງທ່ຽວ ຕ່າງຊາດ ຫຼຸດລົງ ທີ່ຜ່ານມາ ມີນັກທ່ອງທ່ຽວຕ່າງຊາດ ຈາກຫຼາຍປະເທດ ໂດຍສະເພາະຈາກໄທ ແລະຈາກເອເຊັຍ ເຂົ້າໄປທ່ຽວ ເມືອງວັງວຽງ ຈໍານວນ ຫລວງຫລາຍຍ ໃນປີ 2016,
ມາເຖິງປັຈຈຸບັນ ຮ້ານຄ້າຂນາດນ້ອຍ ຖືກປິດກິຈການໄປແລ້ວປະມານ 10-15% ເປີເຊັນ ຕາມການເປິດຜີຍ ຂອງເຈົ້າຂອງ ທຸຣະກິດ ຮ້ານອາຫານ ເມືອງວັງວຽງ ແຂວງວຽງຈັນ:
“ບ້ານພັກເຂົາເຂົ້າມາເຊົ່າ ໂຮງແຮມໃຫຍ່ໆ ເຂົາເອົາຄົນເຂົາມາເປັນທົວ ແລ້ວກະເປັນງວດ ຂອງເຂົາຮ້ານອາຫານ ຂອງເຂົາທຸກຢ່າງທົວເຂົາ ເຂົາມີຫຸ້ນສ່ວນທົວເຂົາ ຍົນຂີ່ເຫີງໆນີ້ກໍແມ່ນ ຂອງເຂົາທຸກຢ່າງ ເກົາຫຼີຄົບວົງຈອນ ມີແຕ່ວ່າ ພວກທີ່ເຮັດນໍາ ເກົາຫລີ ນັ້ນໄດ້ເງິນ ຜູ້ບໍ່ໄດ້ ກໍບໍ່ໄດ້ ຜູ້ໄດກໍໄດ້”.
ທ່ານວ່າ ປັຈຈຸບັນ ນັກທ່ອງທ່ຽວຊາວໄທ ແລະປະເທດເອເຊັຍ ກຸ່ມ Backpacks ທີ່ເປັນກຸ່ມລູກຄ້າຫລັກ ຫລຸດຈໍານວນລົງຫຼາຍ ສົ່ງຜົນ ກະທົບ ຕໍ່ຜູ້ເຮັດຮ້ານຄ້າ ຂນາດນ້ອຍ ໄປຕາມໆກັນ ເປັນຕົ້ນຮ້ານອາຫານ ຮ້ານກິນດື່ມ ແລະ ຮ້ານຂາຍເຄື່ອງຍ່ອຍ ເຈົ້າຂອງຮ້ານ ຍັງ ຕ້ອງເສັຽຄ່າເຊົ່າເດືອນລະ 2-4 ລ້ານກິບ ຈິ່ງຈໍາເປັນຕ້ອງປິດຮ້ານ ແລະ ໃນຣະດູຝົນກໍເປັນ Low season ນີ້ຄາດວ່າກຸ່ມ ນັກທ່ອງທ່ຽວ ຍິ່ງຈະຫລຸດຕື່ມໄປອີກ.
ປີ 2016-17 ນັກທ່ອງທ່ຽວ ສ່ວນຫລາຍທີ່ເຂົ້າໄປທ່ຽວ ເມືອງວັງວຽງ ຈະເປັນນັກທ່ອງທ່ຽວ ຈາກ ປະເທດຈີນ ແລະເກົາຫລີ ເຂົາເຂົ້າມາ ແບບທົວ ມີບ່ອນພັກ ແລະຮ້ານອາຫານ ປະຈໍາຂອງເຂົາເອງ ເນື່ອງຈາກຄົນ ໃນພື້ນທີ່ ອະນຸຍາດ ໃຫ້ນັກ ທຸຣະກິດຈີນ ແລະ ເກົາຫລີ ເຂົ້າມາລົງທຶນ ເພື່ອຮອງຮັບ ທົວທ່ອງທ່ຽວ ຂອງເຂົາເອງ ເປັນຕົ້ນ ມາສ້າງໂຮງແຮມ ຮ້ານອາຫານ ແລະ ຮ້ານກິນດຶ່ມ:
“ຄືທົ່ວໆໄປ ເຂົາເຈົ້າ ຂາຍເພາະໄປບໍ່ລອດແລ້ວ ມັນບໍ່ມີແຂກ ເພາະວ່າຮ້ານອາຫານ ມັນບໍ່ໄດ້ຂາຍ ມັນກໍເສັຍຫາຍເມິດເດ ເປັນຫຍັງແມ່ນ ທຸກຢ່າງ ຈະໄດ້ຖິ້ມໝົດ ຮ້ານຢ່າງແພງ ເພາະວ່າ ຈີນກັບເກົາຫລີ ມາແປງ”.
ເຖິງຢ່າງໃດກໍຕາມ ຕາມຣາຍງານ ຂອງທາງການລາວ ເປິດເຜີຍວ່າ ຈໍານວນ ນັກທ່ອງທ່ຽວ ຕ່າງປະເທດ ທີ່ເຂົ້າມາທ່ຽວ ລາວ ໃນຣະຍະ 3 ເດືອນທໍາອິດ ຫຼື ໄຕຣມາດທໍາອິດຂອງປີ 2017 ມີປະມານ 1.11 ລ້ານຄົນ, ໃນປີ 2016 1.24 ລ້ານຄົນຫລຸດລົງ 12% ເປີເຊັນ ໃນຂນະທີ່ ນັກທ່ອງທ່ຽວ ຈາກກຸ່ມປະເທດ ເອເຊັຍ ຫລຸດລົງ 11% ຈາກປີ 2016.