ຣັຖບານລາວຂາດງົປ ແປງທາງ
2016.08.03
ເຈົ້າໜ້າທີ່ ວິຊາການ ຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ ຜູ້ທີ່ ບໍ່ປະສົງ ອອກຊື່ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ: ກະຊວງ ໂຍທາທິການ ແລະ ຂົນສົ່ງ ກຳລັງ ຊອກຫາ ແຫລ່ງເງິນ ເພື່ອ ມາຈ່າຍໃຫ້ ບໍຣິສັດ ວິສວະກັມ ກໍ່ສ້າງ ຢູນນານ ຂອງຈີນ ເປັນຄ່າ ກໍ່ສ້າງຖນົນ ຈາກ ສາມແຍກ ບ້ານດອນໜູນ ໄປຫາ ສະໜາມກິລາ ຫລັກ 16 ໃນເຂດ ເມືອງໄຊທານີ ນະຄອນຫຼວງ ວຽງຈັນ.
ມູນຄ່າ ການກໍ່ສ້າງ ທີ່ ຣັຖບານ ຕິດຄ້າງ ບໍຣິສັດ ນັ້ນປະມານ 5 ລ້ານ 6 ແສນ ໂດລາ ສະຫະຣັຖ. ການກໍ່ສ້າງ ແມ່ນແຕ່ ປີ 2011-13 ແຕ່ ກະຊວງ ໂຍທາທິການ ໄດ້ຈ່າຍໄປແລ້ວ 1 ລ້ານ 8 ແສນ ໂດລາ ຍັງຄ້າງຢູ່ 3 ລ້ານ 8 ແສນ ໂດລາ ຊຶ່ງ ປັດຈຸບັນ ກາຍກຳນົດ ເວລາຈ່າຍແລ້ວ. ຕາມການບອກເລົ່າ ຂອງ ເຈົ້າໜ້າທີ່ ທ່ານນີ້.
ທາງກະຊວງ ຍັງຕິດຄ້າງ ຄ່າສ້ອມແປງ ເສັ້ນທາງ 10 ເສັ້ນ ຢູ່ ນະຄອນຫຼວງ ວຽງຈັນ ໃຫ້ ບໍຣິສັດ ວິສວະກັມ ກໍ່ສ້າງ ຢູນນານ, ກະຊວງ ໂຍທາທິການ ແລະ ຂົນສົ່ງ ກຳລັງ ສະຫລຸບ ບ່ວງເງິນ ງົບປະມານ ຂອງໂຄງການ ນ້ຳປະປາ ດົງໝາກຄາຍ ມາໃຊ້ກ່ອນກ ອີງຕາມຂໍ້ມູນ ຈາກ ກະຊວງ ໂຍທາທິການ ແລະ ຂົນສົ່ງ.
ເຈົ້າໜ້າທີ່ ວິຊາການ ທ່ານນີ້ ໄດ້ກ່າວອີກວ່າ ກະຊວງໂຍທາ ຍັງຄ້າງ ບໍຣິສັດ S.T.D ທີ່ໄດ້ສ້າງ ເສັ້ນທາງ ຕັດໃໝ່ ແຕ່ໂຮງໝໍ 150 ຕຽງ ໄປຫາ ບ້ານດົງໂດກ ຕື່ມອີກ, ເຮັດໃຫ້ ການກໍ່ສ້າງ ຕ້ອງໄດ້ໂຈະ ຊົ່ວຄາວ ໃນປັດຈຸບັນ.
ເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ກົມຂົວທາງ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ແລະ ຜແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງ ວຽງຈັນ, ແຕ່ບໍ່ມີ ເຈົ້າໜ້າທີ່ ຮັບສາຍ.
ບັນຫາການຂາດແຄນ ງົບປະມານ ໃນການກໍ່ສ້າງ ແລະ ສ້ອມແປງ ຖະໜົນ ຢູ່ ນະຄອນຫຼວງ ເກີດຂຶ້ນມາໄດ້ ປະມານ 3 ປີ ຊຶ່ງເຮັດໃຫ້ ການກໍ່ສ້າງ ແລະ ສ້ອມແປງ ເສັ້ນທາງຫຼາຍສາຍ ບໍ່ສຳເຣັດ.