ຣາຍຮັບຈາກການທ່ອງທ່ຽວ ໃນລາວ ໜ້ອຍລົງ
2018.02.20
ບົດຣາຍງານ ຈາກກອງປະຊຸມ ທ່ອງທ່ຽວພາຍໃນປະເທດ ທີ່ຮ່ວມດ້ວຍ ເຈົ້າຫນ້າທີ່ ຂແນງທ່ອງທ່ຽວ ຈາກທຸກແຂວງ ໃນທົ່ວປະເທດ ທີ່ຈັດຂຶ້ນ ຢູ່ນະຄອນຫລວງວຽງຈັນ ໃນວັນທີ 15 ກຸມພາ ຜ່ານມາ ທີ່ພີມເຜີຍແຜ່ ໃນຫນັງສືພິມ ວຽງຈັນທາມສ ຣະບຸວ່າ ຣາຍຮັບຂອງ ສປປລາວ ຈາກການທ່ອງທ່ຽວ ຕໍ່ຫົວຄົນ ໂດຍສະເລັ່ຽຕ່ຳກວ່າຫມູ່ ໃນຂົງເຂດ ເປັນຕົ້ນ ໄທ ກຳພູຊາ ພະມ້າ ແລະວຽດນາມ.
ຣາຍງານວ່າ ສປປລາວ ມີຣາຍຮັບຈາກການທ່ອງທ່ຽວ ຕໍ່ຫົວຄົນ ປະມານ 157 ໂດລາ ໃນການມາທ່ຽວ ໃນແຕ່ລະຄັ້ງ ແຕ່ໄທ ໄດ້ຮັບ 1480 ໂດລາ ວຽດນາມ 1257 ໂດລາ ກຳພູຊາ 605 ໂດລາ ແລະພະມ້າ 452 ໂດລາ. ທາງການລາວ ມີເປົ້າຫມາຍ ຈະຍົກຣະດັບ ການທ່ອງທ່ຽວ ໃນປີ 2018 ນີ້ໃຫ້ໄດ້ກວ່າ 5 ລ້ານຄົນ ໃນຣາຍຮັບປະມານ 900 ລ້ານໂດລາ ແຕ່ຈະເປັນໄປໄດ້ຫລືບໍ.
ກອງປະຊຸມດັ່ງກ່າວ ໄດ້ຫາລືກັນໃນຫລາຍບັນຫາ ເປັນຕົ້ນ ການຍົກຣະດັບ ການທ່ອງທ່ຽວ ດັ່ງການປັບປຸງການບໍຣິການ, ໂຄງຮ່າງພື້ນຖານ ໃນການທ່ອງທ່ຽວ ການໃຫ້ຄວາມສະດວກ ແກ່ນັກທ່ອງທ່ຽວ ຮ່ວມທັງໂຮງແຮມບ້ານພັກ ແລະສະຖານທີ່ທ່ຽວ ໃນລາວ ໃຫ້ໄດ້ມາຕຖານ ດີຂຶ້ນ ເພາະຍ້ອນບັນຫາດັ່ງກ່າວ ສປປລາວ ຈື່ງມີຣາຍຮັບຈາກນັກທ່ອງທ່ຽວ ຫນ້ອຍກວ່າຫມູ່ ເພາະນັກທ່ອງທ່ຽວ ເຂົ້າມາລາວຫນ້ອຍ ແລະບໍ່ຢູ່ດົນ.
ທ່ານ ອຸ່ນທວງ ຂາວພັນ ຮອງຣັຖມົນຕຣີ ກະຊວງຖແລງຂ່າວວັທນະທັມ ແລະການທ່ອງທ໋ຽວ ເປັນປະທານໃນກອງປະຊຸມ ໄດ້ກ່າວຕໍ່ ວຽງຈັນທາມສ ວ່າ ກອງປະຊຸມເທື່ອນີ້ ເປັນສິ່ງສຳຄັນ ເພື່ອໃຫ້ເຈົ້າຫນ້າທີ່ທ່ອງທ່ຽວ ຈາກແຂວງຕ່າງໆໄດ້ທົບທວນ ຈຸດອ່ອນ ໃນການ ທ່ອງທ່ຽວ ໃນຣະຍະທີ່ຜ່ານມາ ແລະວາງແຜນການປັບປຸງໃນອະນາຄົດ ໃນນັ້ນຮ່ວມດ້ວຍການປະຕິບັດ ໃຊ້ແຜນການທ່ອງທ່ຽວ ທີ່ໄດ້ ມາຕຖານເປັນຕົ້ນ ການບໍຣິການ ແລະການສົ່ງເສີມ ການທ່ອງທ່ຽວ ທີ່ບໍ່ເປັນ ຫນ້າຈັບໃຈໃນອະດີດ ໃຫ້ດີຂຶ້ນກວ່າເກົ່າ ຮ່ວມທັງການ ໂຄສະນາ ເພື່ອດືງດູດນັກທ່ອງທ່ຽວ ຕ່າງຊາດ ຜູ້ຍັງບໍ່ຮູ້ຈັກ ສປປລາວ.
ທ່ານວ່າ ໃນປີ 2017 ທາງການລາວໄດ້ພັທນາແຫລ່ງທ່ອງທ່ຽວ ແລະໂຄງຮ່າງພື້ນຖານການທ່ອງທ່ຽວ ໃນຫລາຍແຂວງ ໃນນັ້ນຮ່ວມດ້ວຍ ການປັບປຸງ ແລະໃຫ້ຄວາມສະດວກ ແກ່ນັກທ່ອງທ່ຽວ ຝຶກອົບຮົບຜູ້ນຳທ່ຽວ ໂຄສະນາການທ່ອງທ່ຽວ ຜ່ານ ໂທຣະທັດ ວິທຍຸ ແລະ ສື່ມວນຊົນຕ່າງໆ ບໍ່ວ່າໃນລາວ ແລະຕ່າງປະເທດ.
ການທ່ອງທ່ຽວໃນບາງແຂວງ ໄດ້ຮັບລາງວັນມາຕຖານອາຊຽນ ດ້ານຄວາມສະອາດ ແລະມາຕຖານອາຊຽນດ້ານ HOME STAYS ຮ່ວມທັງລາງວັນ ເປັນທີ່ນິຍົມ ຂອງນັກທ່ອງທ່ຽວ ຈາກນິຕສານ ການທ່ອງທ່ຽວສາກົນ. ແຕ່ເຖິງຢ່າງໃດກໍຕາມ ທ່ານວ່າ ມາຕຖານ ໂຄງຮ່າງພື້ນຖານ ໃນການທ່ອງທ່ຽວໃນລາວ ເປັນຕົ້ນ ຖນົນຫົນທາງ ການບໍຣິການ ແລະສະຖານທີ່ທ່ອງທ່ຽວໃນລາວ ຍັງບໍ່ໄດ້ມາຕຖານ ພຽງພໍ ໃນຫລາຍແຂວງ ຈື່ງເຮັດໃຫ້ນັກທ່ອງທ່ຽວ ຊາວຕ່າງຊາດ ບໍ່ສົນໃຈ ໃນການເຂົ້າມາທ່ອງທ່ຽວ ລາວ ຫລາຍປານໃດ ຖ້າທຽບໃສ່ ປະເທດເພື່ອນບ້ານ.
ໃນການແກ້ໄຂບັນຫາດັ່ງກ່າວ ເພື່ອດືງດູດນັກທ່ອງທ່ຽວໃນອະນາຄົດ ປີທ່ອງທ່ຽວ 2018 ທາງການລາວ ຈະສືບຕໍ່ປັບປຸງ ມາຕຖານ ການທ່ອງທ່ຽວ ໃນລາວ ໃຫ້ດີຂຶ້ນ ໃນນັ້ນຮ່ວມດ້ວຍ ການປັບປຸງກິຈກັມ ການທ່ອງທ່ຽວ ການບໍຣີການ ພັທນາແຫຼ່ງ ທ່ອງທ່ຽວເພີ້ມ ຍົກຣະດັບໂຄງຮ່າງພື້ນຖານ ຖນົນຫົນທາງ ຫ້ອງນ້ຳ ແລະບ່ອນແວ່ພັກ ສົ່ງເສີມ ການຜລິດສິນຄ້າ ນຶ່ງຕາແສງ ນຶ່ງຜລິຕພັນ ຫລື ສິນຄ້າ ODOP ໃນຫລາຍແຂວງ ເພື່ອດືງດູດນັກທ່ອງທ່ຽວ ໃນເຂດທ້ອງຖິ່ນ. ນອກຈາກນັ້ນ ທາງການລາວ ຍັງຈະສົ່ງເສີມ ບຸນປະເພນີ ປະຈຳແຂວງ ປະເພດຕ່າງໆໃນລາວ ເພື່ອດືງດູດນັກທ່ອງທ່ຽວ ໃນແຕ່ລະແຂວງ ໃນປີທ່ອງທ່ຽວ 2018 ແລະຕໍ່ໆໄປ ໃຫ້ຫລາຍຂຶ້ນ.
ແຕ່ນັກວິຊາການລາວ ທ່ານນຶ່ງເວົ້າວ່າ ທາງກາານລາວ ໄດ້ປະກາດປີທ່ອງທ່ຽວລາວ 2018 ໂດຍບໍ່ມີສິ່ງດຶງດູດ ຫລືກະຕຸ້ນໃຫ້ ນັກທ່ອງທ່ຽວ ຕ່າງປະເທດ ຫລາຍປານໃດ ຍ້ອນວ່າ ບໍ່ມີສິ່ງໃຫມ່ ແລະຫນ້າຈັບໃຈໃນການທ່ອງທ່ຽວລາວ ໃນປີ 2018 ເປັນຕົ້ນ ແຫລ່ງທ່ອງທ່ຽວໃຫມ່ ໂຄງຮ່າງພື້ນຖານ ຖນົນຫົນທາງ ໂຮງແຮມບ້ານພັກ ໃນຫລາຍແຂວງ ຮ່ວມທັງຮ້ານອາຫານ ກໍຍັງບໍ່ໄດ້ມາຕຖານ. ຢູ່ແຂວງຕ່າງໆ ຈໍານວນແຂກ ມາທ່ຽວຫລຸດລົງຫລາຍ ທັ້ງໆທີ່ ແຫລ່ງທ່ອງທ່ຽວ ທີ່ໂດ່ງດັງເຊັ້ນ ນະຄອນຫລວງພະບາງ ແລະເມືອງວັງວຽງ ກໍຍັງຫລຸດລົງ.
ທີ່ເມືອງວັງວຽງ ແຂວງວຽງຈັນ ຊຶ່ງເປັນບ່ອນທີ່ ນັກທ່ອງທ່ຽວ ນິຍົມກັນໄປທ່ຽວ ເຈົ້າຂອງຮ້ານອາຫານລາວ ທ່ານນຶ່ງ ທີ່ເມືອງວັງວຽງ ເວົ້າວ່າ ທຸຣະກິດ ຂນາດນ້ອຍ ເປັນໂຮງແຮມ ບ້ານພັກ ຮ້ານອາຫານ ຕ້ອງໄດ້ປິດກິຈການໄປ ຫຼາຍແລ້ວ ແຕ່ປີ 2016 ມາ ຍ້ອນນັກ ທ່ອງທ່ຽວ ໂດຍສະເພາະ ນັກທ່ອງທ່ຽວໄທ ແລະຈາກປະເທດ ອາຊຽນອື່ນໆ ເຂົ້າມາທ່ຽວໜ້ອຍ ບໍ່ຄືແຕ່ກ່ອນ. ແລະນັກທ່ອງທ່ຽວກຸ່ມອື່ນໆ ດັ່ງນັກທ່ອງທ່ຽວຈີນ ແລະ ເກົາຫລີ ກໍເຂົ້າມາໃນ ກຣູບທົວເຂົາເອງ ພັກຢູໂຮງແຮມບ້ານພັກເຂົາເອງ ແລະ ໃຊ້ບໍຣິການທີ່ຮ້ານອາຫານ ຂອງບໍຣິສັດເຂົາເອງ. ສຳລັບໂຮງແຮມ ບ້ານພັກ ຮ້ານອາຫານຫລື ຮ້ານກິນດື່ມ ຂນາດນ້ອຍ ຂອງຄົນລາວ ແມ່ນບໍມີແຂກຄືແຕ່ກອ່ນ.
"ບ້ານພັກ ເຂົາມາເຊົ່າໂຮງແມໃຫຍ່ໆ ເຂົາເອົາຄົນເຂົາມາເປັນທົວ ແລ້ວກະເປັນງວດຂອງເຂົາ ຮ້ານອາຫານຂອງເຂົາ ທຸກຢ່າງທົວເຂົາ ເຂົາມີຮຸ້ນສ່ວນ ທົວເຂົາ ອີ່ຫຍັງກະແມ່ນຂອງເຂົາ ເກົາຫລີທຸກຢ່າງຄົບວົງຈອນ ມີແຕ່ວ່າພວກທີ່ເຮັດນໍາເກົາຫລີນັ້ນ ໄດ້ເງິນ. ຂະເຈົ້າໄປ ບໍ່ລອດແລ້ວ ມັນບໍ່ມີແຂກ ເພາະວ່າຈີນກັບເກົາຫລີ."
ຢູ່ແຂວງໄຊຍະບູລີ ກໍເປັນທໍານອງດຽວກັນນັ້ນ ເຈົ້າໜ້າທີ່ດ້ານການທ່ອງທ່ຽວແຂວງ ເວົ້າວ່າຄົນຈີນເລີ່ມເຂົ້າມາ ສັມປະທານ ເຮັດທຸຣະກິດ ໂຮງແຮມ ບ້ານພັກ ແລະຮ້ານອາຫານຫລາຍຂຶ້ນ ຫລັງຈາກ ທີ່ມີນັກທ່ອງທ່ຽວຈີນ ເລີ່ມເຂົ້າມາແວ່ພັກເຊົາ ໃນການມາທ່ອງທ່ຽວ ແລະ ດຳເນີນທຸຣະກິດໃນລາວ. ພວກເຂົາ ບໍ່ຄ່ອຍໃຊ້ບໍຣິການ ໂຮງແຮມບ້ານພັກ ຮ້ານອາຫານ ຂອງຄົນລາວ ຈະເຂົ້າຮ້ານ ຂອງຄົນຊາດ ເຂົາເອງ.
"ຫລຸດລົງຫລາຍ ຄັນວ່າເຮົາບໍ່ມີໂປຣໂມເຊິນ ມັນບໍ່ມີເລີຍ ເຮົາກະທຸກໃຈຫລາຍ ກະຕ້ອງຫາວິທີ ບ່ອນອື່ນເຂົາກະບໍ່ມີຄືກັນ ກະໝາຍເຖິງເຮົາ ບໍ່ມີແຂກ ມາຢູ່ນີ້ລະ ຜົລກະທົບຈາກ ສະພາບໂດຍກົງ ໂຮງແຮມໃຫຍ່ໆ ຂະເຈົາມັນມີ."
ນັກວິຊາການລາວ ທ່ານນີ້ເວົ້າຕື່ມວ່າ ການທ່ອງທ່ຽວໃນລາວ ມີຫລາຍບັນຫາເປັນຕົ້ນ.
1- ສປປລາວ ຂາດໂຄງຮ່າງພື້ນຖານ ທີ່ໄດ້ມາຕຖານ ໃນການທ່ອງທ່ຽວຄົບວົງຈອນ ເປັນຕົ້ນຖນົນຫົນທາງ ການເຊື່ອມຕໍ່ ໃນແຕ່ລະແຂວງ ໃນການທ່ອງທ່ຽວ ຕຣອດປີ.
2- ຂາດແຫລ່ງທ່ອງທ່ຽວ ທີ່ຫນ້າຈັບໃຈ ໃນການທ່ອງທ່ຽວ ຮອບດ້ານ ບໍ່ແມ່ນແຕ່ທາງດ້ານວັທນະທັມ ແລະໂບຮານສະຖານ ດັ່ງວັດວາ ອາຮາມແລະ ທັມມະຊາດ ເທົ່ານັ້ນ ຕ້ອງປະກອບດ້ວຍການທ່ອງທ່ຽວ ທີ່ຫລາກຫລາຍ.
3-ຂາດຄວາມສະດວກ ໃນການແຫລ່ງທ່ອງທ່ຽວ ເປັນຕົ້ນ ຫ້ອງນ້ຳ ບ່ອນແວ່ພັກຕາມຖນົນ ຮ້ານອາຫານ ທີ່ໄດ້ມາຕຖານ ແລະສາທາ ຣະນຸປະໂພກ ປະເພດຕ່າງໆ ສຳລັບນັກທ່ອງທ່ຽວ
4-ຂາດຜູ້ນຳພາທ່ຽວຫລື QUIDE ທີ່ຫນ້າຈັບໃຈ ສາມາດສື່ສຳພັນໄດ້ ຢ່າງຄ່ອງແຄ້ວແລະຣືນເຣີງ ໃນຫລາຍພາສາ
5-ຂາດບ້ານພັກແລະຮ້ານອາຫານ ທີ່ໄດ້ມາຕຖານໂດຍສະເພາະ ໃນແຂວງນອກໆ ຫລືໃນແຫລ່ງທ່ອງທ່ຽວ ທີ່ຫ່າງໄກຈາກເມືອງໃຫຍ່
6-ຂາດການບໍຣິຫານຈັດການທີ່ດີ ຈາກພາກຣັດ ແລະພາກເອກຊົນ ແລະຣາຄາໃນການທ່ອງທ່ຽວ ໂຮງແຮມບ້ານພັກ ແລະຮ້ານອາຫານ ກໍບໍ່ເປັນເອກພາບກັນ ແລ້ວແຕ່ຈະເກັບ ສ້າງຄວາມລຳຄານ ໃຫ້ແກ່ນັກທ່ອງທ່ຽວ
7-ທາງດ້ານສຸຂພາບ ຖ້າມີເຫດການສຸຂເສີນເກີດຂຶ້ນ ນັກທ່ອງທ່ຽວ ກໍບໍ່ສາມາດ ໄປຮັບການປີ່ນປົວ ທີ່ໄດ້ມາຕຖານໄດ້ ໃນລາວ ຍ້ອນ ຂາດສຸຂສາລາ ແລະໂຮງຫມໍ ໃນຫລາຍເຂດໃນລາວ ທີ່ໄດ້ມາຕຖານມີຫມໍປະຈຳ.
8-ເຈົ້າຫນ້າທີ່ລາວ ຂາດການປະຊາສຳພັນ ທີ່ດີຕໍ່ນັກທ່ອງທ່ຽວ ໃນບາງເຂດ ແລະໃນຫລາຍບັນຫາ.
9-ຄວາມສະດວກໃນການໄປທ່ອງທ່ຽວ ຈາກແຂວງນຶ່ງ ໄປຫາແຂວງນຶ່ງ ກໍຕ້ອງໄດ້ຜ່ານຫລາຍຂັ້ນຕອນ ກ່ອນຈະໄປໄດ້.
10-ທຸຣະກິດການທ່ອງທ່ຽວໃນລາວ ຍັງລ້າຫລັງ ໃນຫລາຍປະເທດ ໃນຂົງເຂດຢູ່ ທາງດ້ານໃບເຂົ້າ-ອອກ ເປັນຕົ້ນ ທີ່ປະເທດໄທ ນັກທ່ອງທ່ຽວຕ່າງຊາດ ສາມາດໄດ້ວິຊາຢູ່ໄທ ໄດ້ຢ່າງນ້ອຍ 90 ມື້ ກ່ອນຈະຕໍ່ໃຫມ່ ແລະສາມາດໄປ ແຂວງອື່ນໆໄດ້ ໃນໄທ ປາສຈາກ ການຍື່ນ ຂໍອະນຸຍາດໃຫມ່.
ແຕ່ເຖິງຢ່າງໃດກໍດີ ການທ່ອງທ່ຽວໃນລາວ ໃນປັດຈຸບັນ ກໍຍັງຖືວ່າເປັນ ແຫລ່ງທ່ອງທ່ຽວ ທີ່ຫນ້າຈັບໃຈ ຂອງນັກທ່ອງທ່ຽວ ຈາກຫລາຍ ປະເທດ ໃນຂົງເຂດ ແລະໃນໂລກຢູ່ ຍ້ອນເປັນແຫລ່ງທ່ອງທ່ຽວ ທີ່ສງົບຊຸ່ມເຢັນ ທີ່ເຕັມໄປດ້ວຍວັທນະທັມ ວັທວາອາຮາມ ປະເພນີ ອັນດີງາມ ເປັນຕົ້ນ ທີ່ນະຄອນຫລວງພະບາງ ເມືອງມໍຣະດົກໂລກ ແລະການທ່ອງທ່ຽວ ແບບທັມມະຊາດ ທີ່ວັງວຽງວຽງ ທົ່ງໄຫຫີນ ແລະຫລາຍແຫ່ງໃນລາວ. ຖ້າມີການຍົກຣະດັບ ໃຫ້ໄດ້ມາຕຖານຫລາຍກວ່ານີ້ ແຮ່ງຈະມີນັກທ່ອງທ່ຽວ ຊາວຕ່າງຊາດ ເຂົ້າມາລາວ ຫລາຍຂຶ້ນ.
ອຸດສາຫະກັມການທ່ອງທ່ຽວໃນລາວ ສ້າງຣາຍຮັບ ເຂົ້າໃນງົບປະມານຂອງຊາດ ຫລາຍຮ້ອຍລ້ານໂດລາ ໃນແຕ່ລະປີ ແລະສ້າງວຽກເຮັດ ງານທຳ ແລະຣາຍໄດ້ ໃຫ້ຄົນທ້ອງຖິ່ນໃນລາວ ຫລາຍພໍສົມຄວນ ທາງການລາວ ຄວນຍົກຣະດັບ ການທ່ອງທ່ຽວ ໃນລາວ ໃຫ້ດີກວ່ານີ້.