ພັນທະບັດລາວເປັນເງິນບາດ ຂາຍດີ
ທາງການລາວ ຈະວາງຂາຍ ພັນທະບັດ ເປັນເງິນບາດ ອີກ ເປັນເທື່ອທີ 2 ຫລັງຈາກ ໄດ້ຮັບຜົນ ສຳເຣັດ ມາແລ້ວ ໃນເທື່ອທີ ນຶ່ງ.
-
2013-11-27 -
-
-
Your browser doesn’t support HTML5 audio
ທາງການລາວຈະວາງຂາຍພັນທະບັດ ເປັນເງິນບາດ ເປັນເທື່ອທີ 2 ຫລັງຈາກໄດ້ຮັບຜົນສຳເຣັດມາແລ້ວ ໃນເທື່ອທີນຶ່ງ. ທ່ານພູເພັດ ຄຳພູນວົງ ຣັຖມົນຕຣີກະຊວງ ການເງິນຂອງລາວ ກ່າວວ່າ ຣັຖບານລາວຈະວາງຂາຍພັນທະບັດ ເປັນເງິນບາດ ອີກ ໃນວັນທີ່ 29 ເດືອນນີ້ ແລະວັນທີ່ 2 ແລະ 3 ເດືອນທັນວາ.
ຣັຖບານລາວຫວັງວ່າ ຈະໄດ້ຂາຍພັນທະບັດ ທີ່ມີມູນຄ່າທັງໝົດເຖິງ 3 ຕື້ບາດ ຫລືປະມານ 100 ລ້ານດອນລ່າ ສະຫະຣັຖ ແລະ ຈະໃຫ້ດອກ ເບັ້ຍ ສູງສົມຄວນ ຄືໃນຣະຫວ່າງ 4.6 ສ່ວນຮ້ອຍ ແລະ 5.2 ສ່ວນຮ້ອຍ. ນັກລົງທຶນຫລືຜູ້ສົນໃຈ ສາມາດຊື້ພັນທະບັດຂອງລາວ ໄດ້ຈາກສອງ ທະນາຄານຢູ່ໄທ ຄືທະນາຄານທະຫານໄທ ແລະ ທະນາຄານ ກຸງເທບ.
ເຈົ້າໜ້າທີ່ຂັ້ນສູງຂອງທະນາຄານທະຫານໄທ ທ່ານນຶ່ງກ່າວວ່າ ຣັຖບານລາວວາງຂາຍພັນທະບັດຢູ່ໄທ ເທື່ອທຳອິດ ປະກົດວ່າໄດ້ຮັບຜົນສຳເຣັດ ເກີນຄາດໝາຍເຖິງ 2.7 ເທົ່າ ສະນັ້ນ ທາງການລາວຈຶ່ງຢາກວາງຂາຍອີກ ເພາະສະພາບການທາງດ້ານການເມືອງໃນລາວກຳລັງທຸ່ນທ່ຽງແລະ ເສຖກິດ ກຳລັງຂຍາຍຕົວ.
ເຈົ້າໜ້າທີ່ທະນາຄານກຸງເທບເວົ້າວ່າ ພັນທະບັດຂອງລາວທີ່ມູນຄ່າ 3 ຕື້ບາດຈະແບ່ງອອກເປັນຫຸ້ນລະ 1,000 ບາດ ຜູ້ຢາກຊື້ຕ້ອງຊື້ຢ່າງໜ້ອຍ 500 ຫຸ້ນ ທີ່ມູນຄ່າ 5 ແສນ ບາດ. ພັນທະບັດ ຈະແບ່ງອອກເປັນສອງປະເພດ ຄືປະເພດທີ່ໝົດອາຍຸສາມປີ ແລະຫ້າປີ ປະເພດສາມປີ ຈະໄດ້ ຮັບດອກເບັ້ຍ 4.7 ສ່ວນຮ້ອຍຕໍ່ປີ ແລະຫ້າປີຈະໄດ້ 5.2 ສ່ວນຮ້ອຍ. ທາງທະນາຄານ ຈະຈ່າຍດອກເບັ້ຍກຳໄຣໃຫ້ແກ່ຜູ້ຊື້ທຸກໆຫົກເດືອນ.
ທ່ານ ພູເພັດຄຳພູນວົງຣັຖມົນຕຣີກະຊວງການເງິນຂອງລາວກ່າວວ່າຣັຖບານລາວ ຈະໃຊ້ເງິນທີ່ໄດ້ມາຈາກການຂາຍພັນທະບັດນັ້ນ ເພື່ອລົງທຶນ ສ້າງສາພັທນາ ປະເທດ ຊາດ ເປັນຕົ້ນການສ້າງ ໂຄງຮ່າງພື້ນຖານ ເຊັ່ນຖົນຫົນທາງ ໂຮງຮຽນແລະໂຮງໝໍ ດັ່ງນີ້ເປັນຕົ້ນ.