ລາວ ຂາຍພັນທະບັດ ທີ່ຄົນລາວ ບໍ່ໝັ້ນໃຈຊື້
2022.06.14
ນັບແຕ່ວັນທີ່ 15 ມິຖຸນາ 2022 ນີ້ເປັນຕົ້ນໄປ ທະນາຄານແຫ່ງປະເທດລາວ ໄດ້ເປີດຈໍາໜ່າຍພັນທະບັດ ສະກຸນເງິນກີບ ງວດທີ່ 1 ເປັນຈໍານວນເງິນ 5,000 ຕື້ກີບ ເພື່ອປະກອບສ່ວນເຂົ້າໃນການຮັກສາ ສະຖຽນລະພາບ ທາງດ້ານການເງິນ ແລະແກ້ໄຂບັນຫາຂາດແຄນ ເງິນຕຣາຕ່າງປະເທດ ໃນຂະນະທີ່ ຊາວລາວຈໍານວນຫຼາຍ ຍັງລັງເລໃຈທີ່ຈະຊື້ ຍ້ອນຢ້ານວ່າ ຈະຫຼຸບທຶນ ແລະບໍ່ມີໃຜຮັບປະກັນໄດ້ວ່າ ພວກຂະເຈົ້າ ຈະໄດ້ຮັບເງິນຄືນຈາກຣັຖບານ.
ດັ່ງເຈົ້າຂອໂຮງງານ ປຸງແຕ່ງຢ່າງພາຣາ ຢູ່ທາງພາກເໜືອຂອງລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 14 ມິຖຸນາ 2022 ນີ້ວ່າ:
“ບໍ່ໆ ບໍ່ສົນໃຈ ເພາະວ່າ ຊື້ໄປກະມີແຕ່ຊິຫຼຸບທຶນ ຖ້າເຮົາຊື້ຕອນນີ້ ກະເຮັດຕອນນີ້ ສໄມນີ້ ແຕ່ຖ້າປ່ຽນຣັຖບານສໄມໜ້າ ສັນຍາກໍຫາຍໄປພ້ອມກັບຣັຖບານເລີຍ ມັນບໍ່ມີໃຜຮັກສາສັນຍາໃຫ້ເຮົາ ວິດລາຍເຊັນແລ້ວກະແລ້ວໄປເລີຍ ກໍມີຄົນຢາກຊື້ ເພາະວ່າເງິນເຂົາຫຼາຍແລ້ວ ເຂົາອອກມາຊ່ອຍຣັຖບານຊື່ໆ ມີໃບໜ້າໃນສັງຄົມຊື່ໆ ຖາມວ່າເຂົາໄດ້ບໍ່ ບໍ່ໆເຂົາບໍ່ໄດ້ດອກ ແມ່ນ ບໍ່ໄດ້ກໍາໄລ ແລ້ວກໍບໍ່ໄດ້ເງິນຄືນ.”
ກ່ອນໜ້ານີ້ ທາງການລາວ ໄດ້ອອກຂໍ້ຕົກລົງ ວ່າດ້ວຍການຈໍາໜ່າຍພັັນທະບັດ ຂອງປະເທດລາວ ເພື່ອແກ້ໄຂຄວາມຫຍຸ້ງຍາກ ທາງການເງິນພາຍໃນປະເທດ ເຮັດໃຫ້ຊາວລາວຈໍານວນນຶ່ງ ໄດ້ອອກມາສະແດງຄໍາເຫັນໃນຫຼາຍແນວ, ໃນນັ້ນສ່ວນນຶ່ງພັດມີຄວາມກັງວົນວ່າ ທາງການລາວ ຈະບໍ່ມີເງິນຈ່່າຍດອກເບັ້ຽ ໃນອັດຕຣາ 20% ຕາມທີ່ໄດ້ກໍານົດໄວ້ໄດ້.
ດັ່ງນັກຊ່ຽວຊານທາງການ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຄືອັນ ແກ້ໄຂວິກິຈເງິນເຟີ້ເນາະ ດຶງເງິນທີ່ ຢູ່ນອກລະບົບ ເຂົ້າລະບົບ ປັດຈຸບັນ ເພິ່ນເປີດຂາຍ 5,000 ຕື້ກີບນະ ຣາຍງານໃນກອງປະຊຸມສະພາ ມື້ວານນີ້ແມ່ນ ມີແຜນຊິຂາຍອີກ 5,000 ຕື້ ຫຼັງຈາກທີ່ໂຕນີ້ຂາຍສໍາເຣັດໄປແລ້ວ ແຕ່ບໍ່ໝັ້ນໃຈວ່າ ມັນສິເກີດຂຶ້ນບໍ່ ຕາມເບິ່ງກະແສໃນເຟສບຸກຄ໌ ຂະເຈົ້າຍັງມີຄວາມກັງວົນຢູ່ ບໍ່ໝັ້ນໃຈ ວ່າຂະເຈົ້າສິກ້າຕັດສິນໃຈຊື້ບໍ່ ຢ້ານຣັຖບານ ບໍ່ມີຄວາມສາມາດ ໃນການທົດແທນຄືນ.”
ໃນຂະນະດຽວກັນ ນັກທຸຣະກິຈຊາວລາວອີກຫຼາຍຄົນ ພັດໄດ້ປຶກສານໍາກັນວ່າ ຈະຊື້ພັນທະບັດຣັຖບານ ດັ່ງກ່າວນີ້ດີ ຫຼືບໍ່ ຍ້ອນເປັນການເປີດຂາຍ ແຕ່ສະເພາະເງິນກີບ, ແຕ່ເງິນຕຣາຕ່າງປະເທດ ສ່ວນຫຼາຍທີ່ຈະໃຊ້ເຮັດທຸຣະກິຈ ພາຍໃນປະເທດລາວ ພັດເປັນເງິນບາດໄທຍ ຫຼືເງິນໂດລ້າຣ໌ສະຫະຣັຖ.
ດັ່ງນັກທຸຣະກິຈ ດ້ານຂແນງການຂົນສົ່ງ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ບໍ່ ປົກກະຕິ ຂ້ອຍກໍບໍ່ໄດ້ຊື້ເງິນກີບໄວ້ປານໃດຫັ້ນນ່າ ເງິນຂ້ອຍກໍຊື້ ເປັນເງິນບາດຫັ້ນນ່າ ແມ່ນ ເພາະວ່າສິນຄ້າສ່ວນຫຼາຍແລ້ວມັນກໍ ເຮົາກໍໄດ້ໄປໄທຍຕລອດຫັ້ນນ່າ ໄປໄທຍຕລອດ ແລ້ວກໍຕ້ອງໄດ້ໃຊ້ເປັນເງິນບາດ ແຕ່ວ່າເງິນກີບກໍມີ ເງິນກີບກໍມີ ແຕ່ເອົາໄວ້ໝຸນທຸຣະກິຈບາງປະເພດຊື່ໆ.”
ທາງດ້ານຊາວລາວອີກຈໍານວນນຶ່ງ ພັດສົນໃຈທີ່ຈະຊື້ພັນທະບັດຣັຖບານ ຍ້ອນຄາດຄະເນວ່າ ຈະໄດ້ຮັບດອກເບັ້ຽຈໍານວນຫຼາຍ, ແຕ່ຢ່າງໃດກໍຕາມ ພວກເຂົາເຈົ້າພັດຢູ່ລະຫວ່າງການຕັດສິນໃຈ ເພາະຄັນຖ້າວ່າ ນໍາເງິນຈໍານວນດັ່ງກ່າວນີ້ ໄປລົງທຶນໃນຂແນງການອື່ນ ອາຈໄດ້ກໍາໄລຫຼາຍກວ່າ.
ດັ່ງນັກທຸຣະກິຈ ດ້ານການນໍາເຂົ້າສິນຄ້າຈາກໄທຍ ຢູ່ນະຄອນຫຼວງວຽງຈັນ ອີກທ່ານນຶ່ງ ກ່າວວ່າ:
“ມັນກໍເປັນການຊື້ຫຸ້ນຢ່າງນຶ່ງ ກໍຄືເອົາເງິນໄປໄວ້ນໍາເຂົາ ຊື້ຫຸ້ນໄລຍະ 5 ປີ 10 ປີ, ແຕ່ວ່າເຮົາ ກະພຽງແຕ່ກິນດອກເບັ້ຽ ດອກເບັ້ຽທີ່ທະນາຄານໃຫ້ ມີແຕ່ 6.0 ປາຍເປີເຊັນ ພັນທະບັດນີ້ ກໍມີແຕ່ 20% ກໍຖືວ່າສູງ ຫຼຸບທຶນກໍມີແຕ່ຕາມອັດຕຣາຄ່າຂອງເງິນກີບ ຖ້າໃນມຸມອງຂອງນັກທຸຣະກິຈ ພັດຈະບໍ່ເຖິງຂນາດນັ້ນ ເພາະວ່າ ຖ້າເຮົາມີເງິນຢູ່ 1,000 ລ້ານ ແລ້ວເຮົາມາເຮັດທຸຣະກິຈອື່ນ ມັນຜົລຕອບຮັບ ມັນຈະໄດ້ຫຼາຍກວ່າ 20% ແຫຼະ.”
ສໍາລັບຜູ້ທີ່ສາມາດຊື້ພັນທະບັດໄດ້ ແມ່ນເປັນບຸກຄົນ, ນິຕິບຸກຄົນ ທັງພາຍໃນແລະຕ່າງປະເທດ ທີ່ມີພູມລໍາເນົາຢູ່ໃນປະເທດລາວ ນັບແຕ່ 1 ປີຂຶ້ນໄປ ສ່ວນທະນາຄານທຸຣະກິຈ ແລະສະຖາບັນການເງິນ ທີ່ຮັບຝາກເງິນ ທີ່ເຄື່ອນໄຫວທຸຣະກິຈ ພາຍໃນປະເທດລາວ ແມ່ນບໍ່ອະນຸຍາດ ໃຫ້ຊື້ພັນທະບັດດັ່ງກ່າວນີ້.
ດັ່ງເຈົ້າໜ້າທີ່ ທະນາຄານແຫ່ງປະເທດລາວ ທ່ານນຶ່ງ ກ່າວວ່າ:
“ຂາຍໃຫ້ມວນຊົນເດ້ ປະຊາຊົນ ສາມາດຊື້ໄດ້, ບຸກຄົນ, ນິຕິບຸກຄົນ ສາມາດຊື້ໄດ້ ອັນເງື່ອນໄຂ ກໍຄື ບຸກຄົນທີ່ ບໍ່ສາມາດຊື້ໄດ້ ກໍແມ່ນທະນາຄານທຸກຣະກິຈ ແລະສະຖາບັນການເງິນ ທີ່ຮັບເງິນຝາກ ແມ່ນຊື້ບໍ່ໄດ້ ຄົນຕ່າງປະເທດ ທີ່ມາອາສັຍຢູ່ປະເທດລາວ ໄດ້ 1 ປີຂຶ້ນໄປ ກໍສາມາດຊື້ໄດ້ ຄັນຈໍາໜ່າຍ ເຮົາຈໍາໜ່າຍຜ່ານໂຕແທນ ທະນາຄານທຸຣະກິຈເນາະ 9 ແຫ່ງ ທີ່ຢູ່ແຈ້ງການ ກະບອກໄວ້ໃນຫັ້ນເນາະ.”
ອີງຕາມແຈ້ງການ ການຈໍາໜ່າຍພັນທະບັດ ຂອງທະນາຄານແຫ່ງປະເທດລາວ ສະກຸນເງິນກີບ ງວດທີ່ 1 ຄັ້ງວັນທີ່ 15 ມິຖຸນາ 2022 ນັ້ນ ຈະເປັນການດໍາເນີນການໃນຮູບແບບ ເອເລັກໂທຣນິກ ຫຼື (script less) ທີ່ມີການເກັບຮັກສາໄວ້ ນໍາສູນຮັບຝາກຫຼັກຊັບ ຂອງຕລາດຫຼັກຊັບລາວ ຜູ້ຊື້ພັນທະບັດ ຈະໄດ້ຮັບໃບຢັ້ງຢືນຖືຄອງພັນທະບັດ ຫຼື (BOL bill certificate) ຈາກທະນາຄານທຸຣະກິຈ ຈໍານວນ 9 ແຫ່ງ ທີ່ເປັນໂຕແທນຈໍາໜ່າຍ, ພັນທະບັດດັ່ງກ່າວນີ້ ແມ່ນມີອາຍຸ 6 ເດືອນ, ບໍ່ສາມາດປ່ຽນມືໄດ້, ມີອັດຕຣາດອກເບັ້ຽ 20% ຕໍ່ປີ, ຊໍາລະດອກເບັ້ຽ ແລະຕົ້ນທຶນຄັ້ງດຽວ ເມື່ອຄົບກໍານົດອາຍຸໄຖ່ຖອນ, ມູນຄ່າຈໍາໜ່າຍພັນທະບັດຕໍ່າສຸດ ແມ່ນ 100,000 ກີບ, ບຸກຄົນ ສາມາດຊື້ໄດ້ສູງສຸດແມ່ນ 2 ຕື້ີກີບ, ນິຕິບຸກຄົນ ສາມາດຊື້ໄດ້ສູງສຸດ 10 ຕື້ກີບ.
ເຖິງແມ່ນວ່າທາງການລາວ ໄດ້ເຜີຍແຜ່ຣາຍລະອຽດ ກ່ຽວກັບການຊື້ພັນທະບັດຣັຖບານ ໃຫ້ແກ່ປະຊາຊົນທົ່ວໄປໄດ້ຮັບຊາບແລ້ວກໍຕາມ ແຕ່ຢ່າງໃດກໍດີ ຊາວລາວຈໍານວນນຶ່ງ ພັດຍັງບໍ່ທັນມີຄວາມເຂົ້າໃຈ ກ່ຽວກັບການຊື້ພັນທະບັດ ແລະບາງສ່ວນ ພັດຍັງຕ້ອງລໍຖ້າ ໃຫ້ທາງການດໍາເນີນການ ຊື້-ຂາຍ ພັນທະບັດໄປໄລຍະນຶ່ງກ່ອນ ແລ້ວຈຶ່ງຈະຕັດສິນໃຈ ວ່າຈະຊື້ພັນທະບັັດດັ່ງກ່າວນີ້ ຫຼືບໍ່.
ດັ່ງຊາວບ້ານ ຢູ່ເມືອງແປກ ແຂວງຊຽງຂວາງ ທ່ານນຶ່ງ ກ່າວວ່າ:
“ບໍ່ແນ່ໃຈໂຕນີ້ ເພາະວ່າຍັງ ຍັງບໍ່ທັນໄດ້ເບິ່ງຣາຍລະອຽດເນາະ ຂະເຈົ້າກໍໂຄສະນາ ເຣື່ອງຂາຍເນາະ ກໍຍັງບໍ່ ຍັງມີການຊັ່ງຊາຢູ່ ໃນຊ່ວງໄລຍະນີ້ຫັ້ນນ່າເນາະ ມັນຕ້ອງມີການໄລ່ລຽງເບິ່ງ ສະພາບເສຖກິຈກ່ອນເນາະ ສາມາດທີ່ວ່າຈະຕອບໄດ້ ສູ່ມື້ນີ້ ຫຼືອື່ນ ເຮົາຕ້ອງໄດ້ມາສຶກສາ ຮັບຊາບຄວາມເປັນໄປໄດ້ມັນກ່ອນ.”
ເມື່ອວັນທີ່ 13 ມິຖຸນາ ຜ່ານມາ ຍານາງ ວາລີ ເວດສະພົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ່ 1 ນະຄອນຫຼວງວຽງຈັນ ໄດ້ກ່າວໃນກອງປະຊຸມ ສໄມສາມັນເທື່ອທີ່ 3 ຂອງສະພາແຫ່ງຊາດຊຸດທີ່ 9 ວ່າ ການແກ້ໄຂວິກິຈທາງການເງິນ ດ້ວຍການຂາຍພັນທະບັດຣັຖບານ ຂອງທະນາຄານແຫ່ງປະເທດລາວນັ້ນ ເປັນເຣື່ອງທີ່ມີຄວາມຫຼໍ່ແຫຼມ ເຊິ່ງໜ່ວຍງານທີ່ກ່ຽວຂ້ອງ ມີຄວາມຈໍາເປັນ ທີ່ຈະຕ້ອງດໍາເນີນການບັງຄັບໃຊ້ກົດໝາຍຢ່າງຈິງຈັງ ໂດຍເຣີ່ມຈາກ ການສັ່ງໂຈະຮ້ານແລກປ່ຽນເງິນຕຣາ ຕ່າງປະເທດ ແລະກວດກາຄືນ ວ່າເງິນຕຣາ ຕ່າງປະເທດ ຢູ່ນໍາພາກສ່ວນໃດ ແລະພາກສ່ວນໃດ ເກນກໍາໄລຈາກສະຖານະການ ດັ່ງກ່າວນີ້.