ລາວຈະເພີ້ມຄົນງານຕ່າງດ້າວ

ອະວາຣີ
2014.10.20
F-workers ຄົນງານຈີນກໍາລັງ ກໍ່ສ້າງຖນົນເຂົ້າຫາເຂດເສຖກິຈພິເສດ ບໍ່ເຕັນແຂວງຫລວງນໍ້າທາ ວັນທີ 11 ເດືອນມິນາ 2011.
AFP

 

ສປປລາວ ຂາດ ຄົນງານ ຢ່າງໜັກ ຣັຖບານ ຈະ ອະນຸຍາດ ໃຫ້ ບໍຣິສັດ ຕ່າງໆ ນຳເອົາ ຄົນງານ ຕ່າງດ້າວ ກວ່າແສນ ຄົນ ເຂົ້າມາ ໃນຣະຍະ 5  ປີ ຂ້າງໜ້າ ເຮັດໃຫ້ ຊາວລາວ ວິຕົກ ກັງວົນ.

ທະນາຄານ ໂລກ ຣາຍງານວ່າ ເສຖກິດ ຂອງ ສປປ ລາວ ຈະຂຍາຍຕົວ 7.5 ສ່ວນຮ້ອຍ ໃນປີນີ້; ມີ ການລົງທຶນ ໂຮງຈັກ ໂຮງງານ ແລະ ການກໍ່ສ້າງ ເພິ້ມຂື້ນ ແລະ ໃນ ຂນະ ດຽວກັນ ກໍຕ້ອງການ ຄົນງານ ຫຼາຍຂື້ນ. ໜັງສືພິມ ວຽງຈັນທາມ ຂອງ ທາງການ ລາວ ຣາຍງານວ່າ ລາວ ຈະນຳເຂົ້າ ຄົນງານ ຕ່າງດ້າວເຖິງ 1 ແສນ ແລະ 3 ໝື່ນ ຄົນ ພາຍໃນ ຫ້າ ປີ ຂ້າງໜ້າ ໃນ ສະເພາະ ປີໜ້າ ຈະຕ້ອງການ ຢ່າງໜ້ອຍ 26,000 ຄົນ; ອຸດສາຫະກັມ ທີ່ ຕ້ອງການ ຄົນງານ ຫຼາຍທີ່ສຸດ ກໍແມ່ນ ອຸດສາຫະກັມ ການ ຕັດຫຍິບ.

ກ່ຽວກັບ ເຣື່ອງນີ້ ຂ້າພະເຈົ້າ ໄດ້ຖາມ ທ່ານ ອ່ອນສີ ບຸດສີວົງສັກ ປະທານ ສະມາຄົມ ອຸດສາຫະກັມ ຕັດຫຍິບ ລາວ ວ່າ ເປັນຫຍັງ ໂຮງງານ ຕັດຫຍິບ ຈຶ່ງ ຂາດ ຄົນງານ ຫຼາຍແທ້? ທ່ານ ຕອບວ່າ: ...ສຽງ.

ແຕ່ ໃນຂນະ ດຽວກັນ ປະຊາຊົນ ລາວ ຫລາຍຄົນ ກໍວິຕົກ ກັງວົນ ຢ້ານ ຄົນງານ ຕ່າງດ້າວ ຈະເຂົ້າມາ ຢູ່ລາວ ຫຼາຍເກີນໄປ ດ່ັງຊາວ ນະຄອນ ຫຼວງວຽງຈັນ ທ່ານນຶ່ງ ເວົ້າກັບ ຂ້າພະເຈົ້າ ວ່າ: ... ສຽງ...

ບໍຣິສັດ ຮ່ວງ ອັ່ນ ຢາລາຍ ຊຶ່ງ ເປັນ ບໍຣິສັດ ຍັກໃຫຍ່ ຂອງ ວຽດນາມ ແລະ ກຳລັງ ບຸກເບີກ ປູກ ຢາງພາຣາ ຢ່າງ ຫຼວງຫຼາຍ ຢູ່ພາກໃຕ້ ຂອງລາວ ແຮ່ງ ຕ້ອງການ ຄົນງານ ຫຼາຍ ແລະ ມີແຜນ ຈະນຳເຂົ້າ ຄົນງານ ວຽດນາມ ຫລາຍພັນ ຄົນ. ເພື່ອ ຄວາມ ກະຈ່າງແຈ້ງ ຂ້າພະເຈົ້າ ໄດ້ຖາມ ພະນັກງານ ບໍຣິສັດ ຢາງ ລາວ-ວຽດ ທ່ານນຶ່ງ ວ່າ: ...ສຽງ...

ທີ່ກ່າວມາ ນັ້ນ ແມ່ນຄຳ ອະທິບາຍ ຕໍ່ ບັນຫາ ທີ່ວ່າ ເປັນຫຍັງ ປະເທດລາວ ຈຶ່ງ ຂາດ ຄົນງານ ແລະ ເປັນຫຍັງ ຈຶ່ງ ຈະນຳເຂົ້າ ຄົນງານ ຕ່າງດ້າວ ນັບແສນ ກວ່າຄົນ ຊຶ່ງ ສ່ວນຫຼາຍ ຈະແມ່ນ ຄົນງານ ວຽດນາມ ແລະ ຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.