ລາວຈະສ້າງເຂື່ອນອີກເປັນ 40 ແຫ່ງ

ສປປລາວ ຕຣຽມການ ຈະສ້າງ ເຂື່ອນ ໄຟຟ້າ ເພີ້ມອີກ ໃຫ້ເປັນ 40 ແຫ່ງ ໃນ 2 ປີ ຂ້າງໜ້າ ນີ້.

ລໍານໍ້ານ້ອຍ ເກືອບທຸກສາຍ ໄຫລລົງສູ່ ແມ່ນໍ້າຂອງ ແລ້ວໄຫລລົງ ສູ່ທະເລ Mrk/fb

 

ສປປລາວ ກໍາລັງ ຕຣຽມ ລົງມື ກໍ່ສ້າງ ເຂື່ອນ ໄຟຟ້າ ອີກ ຫລາຍສິບ ແຫ່ງ ໃນປີຕໍ່ໄປ. ປັດຈຸບັນ ຖ້າ ນັບຮວມ ທີ່ ກໍາລັງ ສ້າງ ກັບ ຈໍານວນ ທີ່ ກໍາລັງ ກະຕຣຽມ ຈະສ້າງ ມີ ທັງໝົດ 39 ໂຄງການ. ໃນນັ້ນ 20 ເຂື່ອນ ມີກໍານົດ ວ່າ ຈະສ້າງ ສໍາເຣັດ ໃນປີ 2015 ຫາ ປີ 2016 ອັນທີ່ ຈະເຮັດ ໃຫ້ ປະເທສ ມີຣາຍໄດ້ ຫຼາຍຂຶ້ນ.  ຕາມຣາຽງານ ຂອງ ຜູ້ຈັດການ ອອນໄລ ທີ່ ອີງໃສ່ ສື່ມວນຊົນ ຂອງ ທາງການ.

ຕາມໂຕເລກ ຫລ້າສຸດ ຂອງ ກະຊວງ ພະລັງງານ ແລະ ບໍ່ແຮ່ ຂອງລາວ ປັດຈຸບັນ ຢູ່ລາວ ມີເຂື່ອນ 23 ແຫ່ງ, ຮວມກໍາລັງ ການ ຜລິດ ກະແສ ໄຟຟ້າ ໄດ້ 3,000 ກວ່າ ເມກາວັດ; ອີກ 20 ແຫ່ງ ກໍາລັງ ຈະສ້າງ ແລ້ວ ໃນຊ່ວງ 2 ປີ ຂ້າງໜ້າ ຈະມີ ກໍາລັງ ຜລິດ 4,000 ກວ່າ ເມກາວັດ ອັນຈະເຮັດ ໃຫ້ການ ຜລິດ ໄຟຟ້າ ຢູ່ ປະເທສ ລາວ ໄດ້ 7,000 ກວ່າ ເມກາວັດ ແລະ ຈະກາຍ ເປັນ “ໝໍ້ໄຟ” ໃນ ເອເຊັຍ ຕາມ ແຜນການ ທີ່ ທາງການ ລາວ ໄດ້ ດໍາເນີນມາ ຫລາຍປີ.

ແຕ່ທັງໝົດ ນີ້ ຍັງບໍ່ທັນ ໄດ້ນັບ ໂຄງການ ໂຮງງານ ໄຟຟ້າ ຫົງສາ ຂນາດ 1,878 ເມກາວັດ ຢູ່ ແຂວງ ໄຊຍະບູຣີ ທີ່ ໃຊ້ ຖ່ານຫີນ ເປັນ ເຊື້ອເພີງ ແລະ ບໍ່ໄດ້ ນັບ ເຂື່ອນ ຂນາດນ້ອຍ ອີກຫລາຍ ເຂື່ອນ ທີ່ ສ້າງຂຶ້ນ ເພື່ອຜລິດ ໄຟຟ້າ ສໍາລັບ ໃຫ້ຊຸມຊົນ ໃຊ້ ໃນເຂດ ຫ່າງໄກ ແລະ ໂຄງການ ຜລິດ ພະລັງງານ ໄຟຟ້າ ທາງເລືອກ ອີກ ຈໍານວນ ນຶ່ງ.

ແຕ່ຮອງ ຣັຖມົນຕຣີ ກະຊວງ ພະລັງງານ ແລະ ບໍ່ແຮ່ ກ່າວວ່າ ຫລັງຈາກ ປີ 2016 ການກໍ່ສ້າງ ເຂື່ອນ ຈະ ຫລຸດລົງ ແຕ່ ປະເທສ ຈະ ມີຣາຍໄດ້ ຫລາຍຂຶ້ນ ຈາກການ ຂາຍ ໄຟຟ້າ ຊຶ່ງ ໝາຍເຖິງ ເສຖກິດ ດີຂຶ້ນ ເນື່ອງຈາກ ໄຟຟ້າ ແລະ ແຮ່ທາດ ເປັນສິນຄ້າ ຂາອອກ ອັນດັບນຶ່ງ ຂອງລາວ ໃນ ຂະນະນີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org