ທາງການລາວຈະກວດກາ ຟາມ ເສືອ
2018.03.09

ຣັຖບານ ສປປລາວ ຈະກວດກາຟາມລ້ຽງເສືອ ໃນທົ່ວປະເທດ ຢ່າງໜ້ອຍ 4 ແຫ່ງ ຮວມທັງຢູ່ເຂດ ເສຖກິດພິເສດ ສາມຫລ່ຽມຄໍາ ໂດຍ ແມ່ນກົມກວດກາປ່າໄມ້ ກະຊວງກະສິກັມ ແລະປ່າໄມ້ ລາວ ຈະເປັນຜູ້ນໍາພາການກວດກາ. ຕາມຄໍາເວົ້າຂອງ ນາງ ແດັບບີ ແບັງສ໌ ຫົວໜ້າຝ່າຍໂຄສະນາ ເພື່ອເສືອ ຂອງອົງການສືບສວນ ສະພາບແວດລ້ອມ EIA ທີ່ຕັ້ງຢູ່ກຸງ ລອນດອນ ປະເທດອັງກິດ:
"ໃນປີ 2016 ຣັຖບານລາວ ປະກາດວ່າຕ້ອງການ ການຊ່ວຍເຫລືອຈາກປະຊາຄົມສາກົລ ເພື່ອກໍາຈັດຟາມລ້ຽງເສືອ ແລະລາວ ກໍມີພັລທະ ກວດສອບຟາມເຫລົ່ານັ້ນ ແລ້ວຣາຍງານຜົລ ຂອງການກວດສອບໃຫ້ ອົງການ CITES ໃນທ້າຍເດືອນ ມິຖຸນາ 2018 ນີ້."
ຄໍາປະກາດຂອງຣັຖບານລາວ ທີ່ວ່າຈະກວດກາຟາມເສືອ ຢູ່ທົ່ວປະເທດນັ້ນ ມີຂຶ້ນໃນຂນະທີ່ ຈໍານວນເສືອ ໃນຟາມທົ່ວປະເທດ ເພີ່ມຂຶ້ນ ຊຶ່ງເປັນບັນຫາໃຫຍ່ ສໍາລັບອົງການ CITES ຍ້ອນວ່າຊິ້ນສ່ວນຕ່າງໆ ຂອງເສືອ ຖືກວາງຂາຍຢູ່ລາວ ແລະສົ່ງໄປຂາຍ ຕ່າງປະເທດ. ນາງ ແດັບບີ ແບັງສ໌ ກ່າວຕໍ່ໄປວ່າ:
"ການກວດສອບນັ້ນ ຈະມີຂຶ້ນໃນໄວໆນີ້ ຍ້ອນວ່າຕ້ອງ ໄດ້ຣາຍງານຜົລໃຫ້ ໄຊເຕັສ ຊາບໃນທ້າຍເດືອນ ມິຖຸນາ ປີນີ້. ດັ່ງນັ້ນ ຣັຖບານລາວ ຈຶ່ງຈະໄດ້ກວດກາ ແລະກວດສອບຟາມເສືອ ໃນທົ່ວປະເທດ ຊຶ່ງເທົ່າທີ່ຮູ້ ຢ່າງໜ້ອຍ ກໍມີນຶ່ງແຫ່ງ ຢູ່ເຂດເສຖກິດ ພິເສດ ສາມຫລ່ຽມຄໍາ, ນຶ່ງແຫ່ງຢູ່ທ່າແຂກ ແຂວງ ຄໍາມ່ວນ ແລະ ຢູ່ຫລັກຊາວ ໃກ້ດ່ານຊາຍແດນ ວຽດນາມ ຈະຖືກ ກວດກາ ຫລັງຈາກນັ້ນ ກໍວາງແຜນກໍາຈັດ ຟາມເສືອ ໃນລາວ ໃຫ້ໝົດໄປ."
ຢ່າງໃດກໍຕາມ ຕາມຄໍາເວົ້າຂອງທ່ານ ເອັດວິນ ວິກຄ໌ ຜູ້ກໍ່ຕັ້ງສູນອະນຸຮັກ ແລະວິຈັຍສັດປ່າ ໃນເຂດອາຊຽນ ຕໍ່ວິທຍຸເອເຊັຽເສຣີ ເມື່ອໄວໆ ມານີ້, ຢູ່ລາວ ມີຟາມເສືອທັງໝົດ 5 ແຫ່ງ ຮວມທັງ 2 ແຫ່ງຢູ່ເຂດເສຖກິດພິເສດ ສາມຫລ່ຽມຄໍາ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະ ກໍມີເສືອ ຮວມກັນທັງໝົດ ເກືອບເຖິງ 800 ໂຕ.
ຂ່າວໄທຣາຍງານ ເມື່ອວັນທີ 8 ກຸມພາ ຜ່ານມານີ້ວ່າ ຕາມຄວາມເຊື່ອຂອງຄົນ ຈໍານວນນຶ່ງ ການກິນຊີ້ນເສືອ ເປັນການເສີມປາຣະມີ. ແຕ່ຫາກຢາກກິນຊີ້ນເສືອ ກໍຕ້ອງໄດ້ສັ່ງຈ່ອງລ່ວງໜ້າ 3 ມື້. ນີ້ເປັນກະຕິກາ ຂອງຮ້ານອາຫານສັດປ່າ ແຫ່ງນຶ່ງ ໃນເມືອງທ່າແຂກ ແຂວງຄຳມ່ວນ ຊຶ່ງເປັນທີ່ນິຍົມ ຂອງນັກທ່ອງທ່ຽວ ຈຳນວນນຶ່ງ ທີ່ໄປທ່ຽວເຂດນັ້ນ.