ທ.ທອງລຸນ ວ່າເງິນເດືອນ ຕ້ອງຈ່າຍ ເປັນປົກຕິ
2018.04.12

ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ສປປລາວ ໄດ້ລົງເຄື່ອນໄຫວວຽກງານ ຢູ່ແຂວງສວັນນະເຂດ ເມື່ອວັນທີ 09 ເມສາ ຜ່ານມາ ໂດຍໄດ້້້້ເນັ້ນໜັກ ໃຫ້ຜແນກສຶກສາທິການ ແລະກິລາ ເບີກຈ່າຍເງິນເດືອນ ໃຫ້ພະນັກງານ ຄຣູ ຖືກຕາມກຳນົດ.
ເມື່ອເດືອນທີ່ແລ້ວ ສື່ມວລຊົນອອກຂ່າວວ່າພະນັກງານຄຣູ ເມືອງພີນ ແລະເມືອງນອງ ແຂວງສວັນນະເຂດ ຈຳນວນ1 ພັນຄົນ ຮ້ອງຮຽນ ຜ່ານສາຍດ່ວນຣັຖບານ 1516 ເມື່ອຕົ້ນປີ 2018 ວ່າພວກເຂົາເຈົ້າ ໄດ້ຮັບເງິນເດືອນຊ້າ; ດັ່ງເຈົ້າໜ້າທີ່ ຜແນກສຶກສາ ທິການແລະກິລາ ແຂວງສວັນນະເຂດ ກ່າວຕໍ່ວິທຍຸ ເອເຊັຍເສຣິ ໃນວັນທີ 12 ເມສາ ນີ້ວ່າ:
"ຫົວໜ້າຜແນກເພິ່ນວ່າ ລາຍງານແລ້ວ ໄດ້ຍິນວ່າເພິ່ນວ່າຢູ່ ມື້ວານນີ້ ນາຍົກເພິ່ນຖາມວ່າ ເງິນເດືອນຊ້າ ກໍລາຍງານເພິ່ນແລ້ວ ໄດ້ປົກກະຕິ ຮອດເດືອນສາມ ນື່ງ ສອງ ສາມ 15 ເມືອງໄດ້ໝົດແລ້ວ ທາງຫົວໜ້າເຮົາ ເພິ່ນລາຍງານແລ້ວ."
ເຈົ້າໜ້າທີ່ກ່າວວ່າ ໄດ້ຣາຍງານສາເຫດ ທີ່ເບີກຈ່າຍເງິນເດືອນໃຫ້ພະນັັກງານຄຣູ ຊ້າໃນໄລຍະຜ່ານມາ ຕໍ່ນາຍົກຣັຖມົນຕຣີ ສາເຫດໃຫຍ່ ກໍ່ແມ່ນເຈົ້າໜ້າທີ່ ຕ້ອງໃຊ້ເວລາ ກວດກາ ເອກກະສານ ຢ່າງຖືກຕ້ອງ ບວກກັບບາງເມືອງ ທີ່ຢູ່ຫ່າງໄກ ຈະຕ້ອງໄດ້ ລໍຖ້າເອກກະສານ 1 ຫາ 3 ມື້ ກວ່າຈະມາເຖິງແຂວງ.
ອີກປັດໃຈນຶ່ງ ກໍ່ເປັນຍ້ອນ ລະບົບການເບີກຈ່າຍເງິນເດືອນ ຂອງຜແນກສຶກສາທິການ ແລະກິລາ ຍັງໃຊ້ລະບົບເບີກຈ່າຍ ແບບເງິນສົດ ບໍ່ໄດ້ໃຊ້ລະບົບເບີກຈ່າຍ ຜ່ານທະນາຄານ ຈຶ່ງມີຄວາມຊັກຊ້າໃນບາງເດືອນ.
ຢ່າງໃດກໍ່ຕາມ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ຍັງເນັ້ນໜັກໃຫ້ແຂວງສວັນນະເຂດ ເອົາໃຈໃສ່ ການເບີກຈ່າຍເງິນເດືອນໃຫ້ແກ່ ພະນັກງານ ຣັຖກອນທຸກຂແນງການ ບໍ່ພຽງແຕ່ພະນັກງານຄຣູເທົ່ານັ້ນ ໃຫ້ໄດ້ຕາມກຳນົດເປັນປົກກະຕິ ໂດຍໃຫ້ຖືເປັນ ຄວາມຮັບຜິດຊອບ ຂອງຂແນງການທີ່ກ່ຽວຂ້ອງ.