ລາວ-ໄທ ເປີດຂະບວນ ຣົດໄຟ ຂົນສົ່ງ ຂ້າມແດນ

ຈໍາປາທອງ
2019.08.02
F-Train ຣົດໄຟທີ່ແລ່ນ ໃນເຂດໜອງຄາຍ ທ່ານາແລ້ງ
RFA/PV

ລາວ-ໄທ ເປີດ ຂະບວນຣົດໄຟ ຂົນສົ່ງສິນຄ້າ ຜ່ານແດນ ຣະຫວ່າງ ສະຖານີໜອງຄາຍ ຂອງໄທ ແລະ ສະຖານີ ທ່ານາແລ້ງ ເມືອງ ຫາດຊາຍຟອງ ນະຄອນຫຼວງ ວຽງຈັນ ໃນມື້ວັນທີ 1 ສິງຫາ ນີ້ ເພື່ອຮອງຮັບການຂຍາຍໂຕ ທາງດ້ານເສຖກິດ ການຄ້າ ການລົງທຶນ ແລະການທ່ອງທ່ຽວ, ຕາມຄຳເວົ້າຂອງເຈົ້າໜ້າທີ່ ກົມທາງຣົດໄຟ ກະຊວງໂຍທາທິການ ແລະ ຂົນສົ່ງ ຂອງລາວ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 2 ສິງຫານີ້:

"ເຈົ້າແມ່ນແຫລະ ເປີດຂົນສົ່ງສິນຄ້າ ເປັນທາງການ ຣະຍະຜ່ານມາເຮົາຂົນສົ່ງຊື່ໆ ແຕ່ວ່າມັນຍັງບໍ່ເປັນທາງການແທ້ ມີແຕ່ວ່າເລິ່ມແຕ່ ມື້ວານນີ້ ມາເລີຍ ເປີດແບບຮັບຮູ້ບ້ານເຮົາຮັບຮູ້ຫັ້ນນະ ເພາະວ່າຕອນ ນັ້ນມັນກໍຍັງບໍ່ແລ້ວດີ ມີແຕ່ວ່າການຂົນສົ່ງ ມີແຕ່ໄປໆມາໆໜ້ອຍ ຍັງບໍ່ເປີດເປັນທາງການ ວ່າຍາມນີ້ເປີດເປັນທາງການແລ້ວ."

ທ່ານເວົ້າວ່າ ຕາມແຜນ ທາງຣົດໄຟ ລາວ-ໄທ ຈະເປີດໃຫ້ບໍຣິການຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າມາດົນແລ້ວ; ທີ່ຜ່ານມາໄດ້ຂົນສົ່ງ ສິນຄ້າ ພຽງເລັກນ້ອຍ ແຕ່ບໍ່ໄດ້ບໍຣິການ ຢ່າງເປັນທາງການ.

ສະຖານີຣົດໄຟທ່ານາແລ້ງ ມີສາງເກັບມ້ຽນສິນຄ້າ ເພື່ອກະຈາຍໄປຍັງເມືອງ ແລະແຂວງຕ່າງໆຂອງລາວ ໂດຍບໍ່ຕ້ອງໄດ້ໄປລໍປ່ຽນຖ່າຍ ສິນຄ້າ ຢູ່ສາງ ທີ່ບໍຣິເວນດ່ານສາກົນ ຂົວມິຕພາບ ແຫ່ງທີ 1 ຊຶ່ງອຳນວຍຄວາມສະດວກ ແລະທັງປະຢັດເວລາ ໄດ້ຫລາຍຊົ່ວໂມງ. ໃນພິທີເປີດຂະບວນຣົດໄຟ ຂົນສົ່ງສິນຄ້າຜ່ານແດນ ໃນມື້ວັນທີ 1 ສິງຫານີ້ ທ່ານ ວໍຣະວຸດ ມາລາ ຮອງຜູ້ວ່າການກຸ່ມງານບໍຣິຫານຊັບສິນ ຮັກສາການຕຳແໜ່ງ ຜູ້ວ່າການຣົດໄຟແຫ່ງປະເທດໄທ ກ່າວວ່າ ຫາກບໍ່ໄດ້ຮັບ ການສນັບສນູນ ຈາກຣັຖບານລາວ ໂຄງການທາງຣົດໄຟ ລາວ-ໄທ ກໍຄົງຈະບໍ່ເກີດ. ພ້ອມກັນນັ້ນທ່ານກໍຫວັງວ່າ ເສຖກິດ ການຄ້າ ການລົງທຶນຣະຫວ່າງ ລາວແລະໄທ ຈະເຕີບໃຫຍ່ຂຶ້ນນັບມື້ ແລະຂອບໃຈ ສປປລາວ:

"ທ່ານກ່າວວ່າ ກໍຕ້ອງຂອບໃຈທາງ ສປປລາວ, ທ່ານຫົວໜ້າກົມທາງຣົດໄຟ. ເຖິງແມ່ນວ່າຈະປ່ຽນໂຕ ແຕ່ກໍໄດ້ຮັບການຮ່ວມມືມາ ໂດຍຕລອດ ແລະຫວັງຢ່າງຍິ່ງວ່າ ຈະໄດ້ຮັບການຮ່ວມມືຈາກພວກທ່ານ ໃນການທີ່ຈະເຮັດໃຫ້ປະເທດທັງສອງ ຈະເຣີນກ້າວໜ້າ ຍິ່ງຂຶ້ນໄປ."

ຣັຖບານລາວ ແລະຣັຖບານໄທ ໄດ້ລົງນາມໃນສັນຍາກໍ່ສ້າງທາງຣົດໄຟລາວ-ໄທ ຣະຍະ 2 ຈາກ ສະຖານີທ່ານາແລ້ງ ໄປຫາບ້ານ ຄຳສະຫວາດ ເມືອງໄຊເສດຖາ ນະຄອນຫລວງ ວຽງຈັນ ໃນມື້ວັນທີ 28 ມິຖຸນາ ທີ່ຜ່ານມາ. ທາງຣົດໄຟຣະຍະ 2 ນີ້ຍາວ 7 ກິໂລແມັດເຄິ່ງ, ມູນຄ່າການກໍ່ສ້າງ 857 ຕື້ກີບ. ໃນນັ້ນ ຣັຖບານໄທ ຊ່ອຍ 30% ແລະ 70% ແມ່ນຣັຖບານລາວ ກູ້ຢືມເງິນຈາກ ສຳນັກງານ ການຮ່ວມມືພັທນາເສຖກິດ ກັບປະເທດເພື່ອນບ້ານ, ເປັນການກູ້ຢືມ ໃນອັດຕຣາດອກເບັ້ຍຕ່ຳ 1,5% ຕໍ່ປີ, ໄລຍະເວລາ ຜ່ອນຊຳຣະໜີ້ 30 ປີ. ໂຄງ ການດັ່ງກ່າວ ຈະເລິ່ມກໍ່ສ້າງໃນໄວໆນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.