ສວັດດີການຄຣູຊົນບົດ ຍັງຊ້າ

ຈໍາປາທອງ
2018.10.11
F-Teachers ຫ້ອງການສຶກສາທິການ ແລະ ກິລາເມືອງສິງ
RFA/VD

ຄຣູ ຊົນນະບົດ ຫຼາຍແຂວງໃນລາວ ຍັງບໍ່ໄດ້ຮັບເງິນ ສວັດດີການນໍ້າມັນ ຣາຍເດືອນ ຕາມກຳນົດເວລາ ເຖິງແມ່ນວ່າບັນຫານີ້ ຈະມີມາດົນ ແລ້ວກໍຕາມ ແຕ່ທາງການກໍຍັງແກ້ໄຂ ບໍ່ຕົກເທື່ອ ເຊັ່ນຢູ່ບ້ານສຸລາງ ເມືອງສອງຄອນ ແຂວງສວັນນະເຂດ, ດັ່ງ ນາຍຄຣູທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ຕຸລາ ນີ້ວ່າ:

"ເປັນລົງເລິກກໍ່ຄືເງິນນໍ້າມັນ ຄືຄຣູທັມມະດາເພິ່ນໄລ່ໃຫ້ ເດືອນລະ 50 ພັນກີບ 5-6 ເດືອນ ຈຶ່ງອອກໃຫ້ ຄືວ່າບາງເທື່ອກໍ 3 ເດືອນ ອອກເທື່ອນຶ່ງ ເພິ່ນອອກມາໃຫ້ຫັ້ນນ່າ ເຮົາໄປມານີ້ມັນກໍ່ບໍ່ມີເຮົາທຽວ ແຕ່ລະມື້ຄຣູ ຢູ່ໃນຫັ້ນມີແຕ່ທຽວໝົດ ມັນໄກກັບຫ້ອງການ ເຮົາວ່າ ຄັນເປັນໄປໄດ້ ຢາກໃຫ້ອອກທັນໃຊ້ ຄືເງີນເດືອນເຮົາ ມັນກໍ່ໜ້ອຍຫັ້ນນ່າ ກໍ່ລ້ານປາຍບໍ່ພໍໃຊ້."

ຕາມປົກກະຕິ ເງິນສວັດດີການນໍ້າມັນ ຈະອອກພ້ອມເງິນເດືອນຄຣູ ໃນແຕ່ລະເດືອນ, ແຕ່ຫຼາຍປີມານີ້ອອກມາຊ້າຢູ່ຕລອດ ເຮັດໃຫ້ ຄຣູ ທີ່ສອນຕາມໂຮງຮຽນເຂດນອກ ເມືອງສອງຄອນ ຕ້ອງໄດ້ໃຊ້ເງິນເດືອນຂອງຕົນເອງ ຊື້ນໍ້າມັນໃສ່ຣົດ ພໍໄດ້ໄປສອນ ນັກຮຽນ.

ບັນຫາດຽວກັນນີ້ ກໍເກີດຂຶ້ນຢູ່ ເມືອງຊຽງເງິນ ແຂວງຫຼວງພຣະບາງ ຊຶ່ງຄຣູທ່ານນຶ່ງບອກວ່າ ໄດ້ຮັບເງິນສວັດດີການ ເປັນຕົ້ນນໍ້າມັນນັ້ນ ລ່າຊ້າມາ 1 ເດືອນແລ້ວ:

"ຄັນວ່າຊິໃຫ້ຕົງແທ້ ມັນກໍ່ຖືວ່າບໍ່ໄດ້ຕາມກຳນົດ ບໍ່ໄດ້ຕາມຄາດໝາຍແລ້ວ ເພາະວ່ານີ້ ມັນກໍ່ກາຍຕາມທີ່ ຂະເຈົ້າກຳນົດໃຫ້ແລ້ວ ສຳລັບ ນາຍຄຣູບໍ່ໄດ້ເທື່ອ ເດືອນນຶ່ງເດືອນນີ້ຍັງບໍ່ທັນໄດ້ ບາງຂົງເຂດກໍ່ໄດ້ບາງຂແນງການ ກໍ່ໄດ້ແຕ່ສຳລັຢູ່ເມືອງຊຽງເງິນ ນີ້ຍັງບໍ່ທັນໄດ້ ຕົວນີນະ."

ຄຣູທັງສອງທ່ານເວົ້າຄືກັນວ່າ ຣັຖໄດ້ແກ້ໄຂບັນຫາ ເງິນເດືອນຄຣູລ່າຊ້າ ມາຕັ້ງແຕ່ຕົ້ນ ປີ 2018 ນີ້ແລ້ວ ແຕ່ເຣື່ອງເງິນສວັດດີການນໍ້າມັນ ທີ່ຣັຖໃຫ້ພະນັກງານ ຣັຖກອນ ທຸກຂແນງການນັ້ນ ມາເຖິງປັດຈຸບັນ ກໍຍັງຊ້າຢູ່ຄືເກົ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.