ປະຊາຊົນວ່າທຸກແຮງຊໍ້າ ນໍ້າມັນ ຂຶ້ນລາຄາ

ໄຊຍາ
2020.08.21
f-gasoline ປໍ້າຂາຍນໍ້າມັນ ຢູ່ ສປປ ລາວ
RFA/PN

ປະຊາຊົນລາວ ຈົ່ມວ່າ ເມື່ອນໍ້າມັນຂຶ້ນຣາຄາ ອີກເປັນເທື່ອທີສາມ ໃນຮອບປີນີ້ ໂດຍສະເພາະ ນໍ້າມັນແອັດຊັງ ທີ່ປະຊາຊົນລາວໃຊ້ຫຼາຍ ເຊິ່ງມັນໄດ້ສົ່ງຜົລກະທົບໂດຍກົງຕໍ່ຄ່າໃຊ້ ຈ່າຍປະຈຳວັນ ທີ່ປັບນໍາບໍ່ທັນ, ຍິ່ງໄລຍະວິກິດ ພຍາດໂຄວິດ-19 ຕ້ອງປະເຊີນກັບການວ່າງງານ ແລະ ບໍ່ມີຣາຍໄດ້. ດັ່ງ ຊາວນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 21 ສິງຫາ ວ່າ:

"ໂອ້ຍ; ນໍ້າມັນຂຶ້ນອີກແລ້ວ ແອັດຊັງນີ້ແຫຼະ ມັນກາມີຜົລກະທົບຕໍ່ ພໍ່ແມ່ປະຊາຊົນ ພະນັກງານເຮົາແຫຼະ ໄປລ້າໄປການໃຊ້ຈ່າຍນີ້ແຫຼະ ເພີ່ມຂຶ້ນແທ້ເດ້ ກາຢາກຮຽກ ຮ້ອງໃຫ້ພາກສ່ວນ ກ່ຽວຂ້ອງຫັ້ນແຫຼະເນາະເບິ່ງຄືນ. ກ່ຽວກັບຣາຄານໍ້າມັນນີ້ລະ ໃຫ້ມັນຢູ່ຄົງທີ່ນັ້ນແຫຼະເນາະ. ເພື່ອວ່າການໃຊ້ຈ່າຍ ຂອງພໍ່ແມ່ປະຊາຊົນ ໃຫ້ເປັນປົກກະຕິ."

ປັຈຈຸບັນນໍ້າມັນແອັດຊັງ ພິເສດຣາຄາ 8,510 ກີບຕໍ່ລິດ ຈາກເດີມຣາຄາ 8,430 ກີບ ຕໍ່ລິິດປັບຂື້ນ 80 ກີບ. ສ່ວນນໍ້າມັນແອັງຊັງ ທັມມະດາ ປັຈຈຸບັນຣາຄາ 8,080 ກີບຕໍ່ລິດ ຈາກເດີມຣາຄາ 7,990 ກີບຕໍ່ລິດ ປັບຂື້ນ 90 ກີບ ແລະນໍ້າມັນກາຊວນ ປັຈຈຸບັນຣາຄາ 7,610 ກີບຕໍ່ລິດ ຈາກເດີມຣາຄາ 7.650 ກີບຕໍ່ລິດ ປັບລົງ 40 ກີບ. ຣາຄານໍ້າ ມັນປັບໃໝ່ນີ້ຈະມີຜົລ ຕັ້ງແຕ່ ວັນທີ 21 ສິງຫາ 20 ເປັນຕົ້ນໄປ.

ປະຊາຊົນອີກທ່ານນຶ່ງ ໄດ້ກ່າວວ່າ ຫຼີກລ້ຽງບໍ່ໄດ້ ມັນກໍ່ຕ້ອງສົ່ງຜົລກະທົບ ຢ່າງແນ່ນອນ ໂດຍສະເພາະ ເຣື່ອງຣາຍຮັບເງິນເດືອນຊໍ່າເກົ່າ ຕອນນີ້ພັດໄດ້ຮັບຜົລກະທົບ ຈາກພຍາດ ໂຄວິດ-19 ອີກ ກໍ່ຍິ່ງເພີ່ມພາລະ ໃນຊີວິດປະຈຳວັນ.

"ນໍ້າມັນກາຂຶ້ນບັດນີ້ອັນໃດ ກາຂຶ້ນຂຶ້ນແລ້ວ ບ້ານເຮົາພັດບໍ່ລົງ ມີຜົລກະທົບຫຼາຍຢູ່ນີ້ ການໄປການມາ ຄືຜູ້ໃດໄປວຽກໄກເນາະ ຕ້ອງໃຊ້ ນໍ້າມັນຣົດໃຫຍ່ເນາະ ກາຊິມີບັນຫາຢູ່ຫຼາຍເຕີບ ອັນໃດກໍມີແຕ່ອັນຂື້ນຫ້ວຍເງິນ ເງິນກາບໍ່ຂຶ້ນເນາະ ຊໍ່າເກົ່າບັດນີ້ຊ່ວງໂຄວິດ ກາຣາຍຮັບ ບໍ່ໄດ້ອີ່ຫຍັງ ກາບໍ່ສົມບູນ."

ປະຊາຊົນອີກທ່ານນື່ງໄດ້ໃຫ້ຄວາມເຫັນວ່າ ຖ້າບໍ່ຢາກໃຫ້ນໍ້າມັນຂຶ້ນຫຼາຍ ຣັຖບານຕ້ອງໄດ້ ຖົມຂຸມຊ່ອຍປະຊາຊົນໂດຍໃຊ້ກອງທຶ້ນສະສົມ ຂອງຄັງນໍ້າມັນມາປະຄອງຣາຄາເພື່ອບໍ່ໃຫ້ ປະຊາຊົນໄດ້ຮັບຜົລກະທົບ.

"ສົມມຸດວ່າມັນຈະຂຶ້ນເທົ່ານີ້ ເພິ່ນກາແຈ້ງບອກ ແຕ່ວ່າກະທົບແທ້ແມ່ນ ພວກໃຊ້ຈຳນວນຫຼາຍພຸ້ນ ແຕ່ລະຄັ້ງ ມັນຫຼາຍຂຶ້ນຫັ້ນນ່າ ມີທາງດຽວຄື ຣັຖບານກໍທຸ້ມໃຫ້ເພາະ ວ່າມັນຈະມີ ງົບປະມານທີ່ ເພີ່ນວ່າຫັ້ນກອງທຶນສະສົມ ຂອງຄັງນໍ້າມັນເດ້ ສະສົມສຳຮອງຫຼາຍ ເພິ່ນກາບໍ່ຟ້າວຂຶ້ນ."

ທ່ານຍັງໄດ້ກ່າວຕື່ມວ່າຣາຄານໍ້າມັນແພງມັນ ຈະສົ່ງຜົລເຮັດໃຫ້ຣາຄາສິນຄ້າ ເໜັງຕີງໄປນໍາ ເຖິງແມ່ນວ່າຂແນງການ ການຄ້າຈະມີ ປະກາດຄວບຄຸມຣາຄາສິນຄ້າ ແຕ່ໂຕຈິງພັດປະຕິບັດ ບໍ່ໄດ້.

"ຄັນຊິວ່າເຄື່ອງໃຊ້ ປະຈຳວັນ ເພີ່ນຄຸມສິນຄ້າ ແຕ່ວ່າຄືຊີ້ນປາ ແຕ່ກີ້ ໂລນຶ່ງ 30 ປາຍພັນດຽວນີ້ ມັນຂື້ນຮອດ 40 ປາຍ ແຕ່ຄວາມຈິງ ເຮົາໄປຊື້ກາແນວນັ້ນຂື້ນຫຼາຍ, ຂື້ນຫຼາຍຫັ້ນນ່າ."

ໃນຂນະທີ່ເຈົ້າໜ້າທີ່ຜແນກການຄ້າ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າສາເຫດທີ່ປັບຣາຄານໍ້າມັນນັ້ນ ມັນເປັນໄປຕາມກົລໄກຂອງຕລາດໂລກ ຈຶ່ງປັບຂຶ້ນຕາມຣາຄານໍ້າມັນ ຕລາດໂລກ.

"ພວກເຮົາອີງໃສ່ຣາຄາຕລາດໂລກ ເວົ້າເຣື່ອງຣາຄານໍ້າມັນນີ້ບໍ່ແມ່ນ ວ່າເຮົາຢາກຂຶ້ນຢາກລົງໄດ້ ເຮົາອີງໃສ່ການຂຍັບຂອງຕລາດໂລກ."

ການປັບຂຶ້ນຣາຄານໍ້າມັນ ເທື່ອນີ້ແມ່ນອີງໃສ່ ການປະກາດແຈ້ງການ ຂອງ ກະຊວງອຸດສາຫະກັມ ແລະການຄ້າ ໂດຍການປັບຂຶ້ນຣາຄາ ນໍ້າມັນ ຄັ້ງທີນຶ່ງວັນທີ 12 ມິຖຸນາ 2020. ນໍ້າມັນແອັດຊັງພິເສດຈາກຣາຄາ 7,850 ກີບ ຂຶ້ນເປັນ 8,080 ກີບຕໍ່ລິດ ປັບຂຶ້ນ 230 ກີບ. ນໍ້າມັນແອັດຊັງທັມມະດາ ຈາກຣາຄາ 7,390 ກີບຂຶ້ນເປັນ 7,590 ກີບຕໍ່ບິດປັບຂຶ້ນ 200 ກີບ ແລະ ນໍ້າມັນກາຊວວນ ຈາກຣາຄາ 6,930 ກີບຂຶ້ນເປັນ 7.130 ກີບຕໍ່ລິດປັບຂຶ້ນ 200 ກີບ.

ໂດຍປັບຂຶ້ນຄັ້ງທີສອງ ໃນປີ 2020 ແມ່ນປັບຂຶ້ນເມື່ອວັນທີ 16 ກໍຣະກະດາ 2020 ນໍ້າແອັດຊັງ ພິເສດປັບຂື້ນ 90 ກີບ ຈາກຣາຄາ 8.320 ກີບ ປັບຂຶ້ນ 8.410 ກີບຕໍ່ລິດ. ນໍ້າມັນແອັດຊັງ ທັມມະດາ ປັບຂຶ້ນ 80 ກີບ ຈາກຣາຄາ 7,830 ກີບຂຶ້ນເປັນ 7.910 ກີບຕໍ່ລິດ. ແລະ ນໍ້າມັນກາຊວນປັບຂຶ້ນ 200 ກີບ ຈາກຣາຄາ 7.350ກີບຂຶ້ນເປັນ 7,550 ກີບຕໍ່ລິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.