ນາຍົກສັ່ງແກ້ບັນຫາເງິນຄຣູ ໄດ້ຊ້າ

ຈໍາປາທອງ
2016.11.02
f-teacher ໃນຫ້ອງຮຽນ ຊັ້ນປະຖົມ ແຂວງ ຈຳປາສັກ
screen captured from you tube video

ທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຣີ ສປປລາວ ຂໍໃຫ້ ສະມາຊິກ ສະພາ ແຫ່ງຊາດ ແລະ ສະມາຊິກ ສະພາ ຂັ້ນແຂວງ ຊ່ວຍກັນ ແກ້ໄຂ ບັນຫາ ພະນັກງານ ຄຣູ ທີ່ໄດ້ຮັບ ເງິນເດືອນ ແລະ ເງິນອຸດໜູນ ຊ້າ ແລະວ່າ ຕໍ່ໄປນີ້ ຂໍໃຫ້ ພາກສ່ວນທີ່ ກ່ຽວຂ້ອງ ຈ່າຍເງິນ ເດືອນຄຣູ ໃຫ້ຖືກ ກໍານົດເວລາ ແລະ ຫ້າມບໍ່ໃຫ້ ໃຊ້ຈ່າຍ ງົບປະມານ ໃນສ່ວນ ທີ່ເປັນ ເງິນເດືອນ ຄຣູ ໃນວຽກງານ ອື່ນ ເດັດຂາດ. ຕາມຄໍາເວົ້າຂອງ ທ່ານ ສົມດີ ດວງດີ ຣັຖມົນຕຣີ ກະຊວງ ການເງິນ ຕໍ່ ກອງປະຊຸມ ສະພາ ແຫ່ງຊາດ ວ່າ:

"ພວກເຮົາຈະແກ້ໄຂ ບັນຫາ ການເບີກຈ່າຍ ເງິນເດືອນ ເອົາໃຈໃສ່ ການຈ່າຍ ເງິນເດືອນ ເງິນອຸດໜູນ ໃຫ້ເປັນ ປົກກະຕິ ໃນແຕ່ລະ ເດືອນ ໂດຍສະເພາະ ເງິນ ເດືອນ ຂອງທ້ອງຖິ່ນ ພວກເຮົາ ພຍາຍາມ ໃນປີ 2007 ນີ້ ຢາກໃຫ້ ເງິນເດືອນ ໄດ້ຖືກ ເບີກຈ່າຍ ໃນແຕ່ ລະເດືອນ ເນາະ ບໍ່ເປັນເງິນ ສອງເດືອນ ສາມເດືອນ ອັນນີ້ ຈະໄດ້ ພຍາຍາມ ສູ້ຊົນ".

ກ່ຽວກັບ ເຣຶ່ອງນີ້ RFA ໄດ້ຖາມ ໄປຍັງ ຫ້ອງການ ສຶກສາ ເມືອງສຸຂຸມາ ແຂວງ ຈໍາປາສັກ ຊຶ່ງ ເປັນເມືອງນຶ່ງ ທີ່ເຄີຍຈ່າຍ ເງິນເດືອນ ໃຫ້ຄຣູ ລ່າຊ້າ ຫຼາຍເດືອນ, ແລະ ໄດ້ຮັບ ຄໍາຕອບວ່າ ການທີ່ ທ່ານ ທອງລຸນ ໄດ້ອອກຄໍາສັ່ງ ດັ່ງກ່າວ ເປັນເຣຶ່ອງ ທີ່ດີຫຼາຍ ແລະ ເຊື່ອວ່າ ຕໍ່ໄປນີ້ ບັນຫານັ້ນ ຈະບໍ່ເກີດຂຶ້ນ ອີກ. ແລະວ່າ ທີ່ຜ່ານມາ ຄຣູໄດ້ຮັບ ເງິນເດືອນຊ້າ ສ່ວນນຶ່ງ ກໍເປັນຍ້ອນ ການເກັບ ຣາຍຮັບ ເຂົ້າ ງົບປະມານ ບໍ່ໄດ້ ຕາມແຜນ:

"ກະເຊື່ອວ່າ ນາຍົກ ເພິ່ນກະສິ ມີຄວາມເຂັ້ມແຂງ ທາງດ້ານ ການຄຸ້ມຄອງ ການນໍາພາ ໂດຍສະເພາະແລ້ວ ການຈັດ ເກັບຣາຍຮັບເຂົ້າ ງົບປະມານ ຄືເພິ່ນເວົ້າ ຖືວ່າ ຮັບປະກັນ ຂະເຈົ້າ ກະຍັງເຮັດ ໜ້າທີ່ ປົກກະຕິ ທາງເຮົາ ກະໄດ້ ເອົາໃຈໃສ່ ສຶກສາ ອົບຮົມ ທາງດ້ານ ການເມືອງ ແລະແນວຄິດ".

ທ່ານເວົ້າອີກວ່າ ປັດຈຸບັນ ນາຍຄຣູ ໃນເມືອງສຸຂຸມາ 500 ກວ່າຄົນ ຫາກໍ່ໄດ້ ເງິນເດືອນ ໃນວັນທີ 1 ພຶສຈິກາ ນີ້ ພາຍຫລັງ ທີ່ບໍ່ໄດ້ຮັບ ມາແຕ່ ເດືອນ ສິງຫາ. ແລະວ່າ ຫຼາຍຄົນ ຍັງກັງວົນ ນໍາບັນຫາ ນີ້ຢູ່ ຢ້ານວ່າ ມັນຈະເກີດ ຂຶ້ນອີກ ດັ່ງນັ້ນ ຈຶ່ງຢາກໃຫ້ ຣັຖບາລ ແກ້ໄຂ ຢ່າງຈິງຈັງ.

RFA ກໍໄດ້ຕິດຕໍ່ ຖາມໄປຍັງ ຫ້ອງການ ສຶກສາ ເມືອງ ຫຼວງນໍ້າທາ ແຂວງ ຫຼວງນໍ້າທາ, ໄດ້ຮັບ ຄໍາຕອບວ່າ ມາຮອດ ປັດຈຸບັນ ເງິນເດືອນຄຣູ ເດືອນ ຕຸລາ ກໍຍັງບໍ່ ທັນໄດ້ຮັບ:

"ເງິນເດືອນ ເດືອນ 10 ນີ້ຍັງ ບໍ່ໄດ້ເທື່ອ ໄດ້ເງິນເດືອນ 9 ນີ້ ໄດ້ແລ້ວ ຄຣູ ທົ່ວເມືອງແຫຼະ ຄຣູທົ່ວເມືອງ ຫຼວງນໍ້າທາ ຄັນຖາມເຣື່ອງ ນີ້ມັນກໍສິ ເດືອດຮ້ອນແທ້ ".

ສໍາລັບຢູ່ ເມືອງນາກາຍ ແຂວງຄໍາມ່ວນ ນາຍຄຣູ ກໍໄດ້ຮັບ ເງິນເດືອນ ລ່າຊ້າ ເຊັ່ນກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.