ທາງການມີມາຕການເຂັ້ມງວດ ຕໍ່ກຸ່ມ ຄ້າໄມ້

ຕົວຢ່າງການຕັດໄມ້ ຢູ່ແຂວງສາຣະວັນ ອັດຕະປື ເຊກອງ ແລ້ວຂົນສົ່ງໄປວຽດນາມ. ພາບນີ້ເກັບກໍາໂດຍ ຫ້ອງການສືບສວນ ສິ່ງແວດລ້ອມ ທີ່ມີຫ້ອງການໃຫຍ່ ຢູ່ປະເທດອັງກິດ ນໍາອອກເຜີຍແພ່ ໃຫ້ສາທາຣະນະ ໃນເດືອນ ກໍຣະກະດາ 2011
ຕົວຢ່າງການຕັດໄມ້ ຢູ່ແຂວງສາຣະວັນ ອັດຕະປື ເຊກອງ ແລ້ວຂົນສົ່ງໄປວຽດນາມ. ພາບນີ້ເກັບກໍາໂດຍ ຫ້ອງການສືບສວນ ສິ່ງແວດລ້ອມ ທີ່ມີຫ້ອງການໃຫຍ່ ຢູ່ປະເທດອັງກິດ ນໍາອອກເຜີຍແພ່ ໃຫ້ສາທາຣະນະ ໃນເດືອນ ກໍຣະກະດາ 2011 (EIA)

0:00 / 0:00

ກະແສຂ່າວທ້ອງຖີ່ນ ລາຍງານວ່າ ເມື່ອມໍ່ໆມານີ້ ຫ້ອງການຣັຖບານ ໄດ້ອອກແຈ້ງການ ໂດຍອິງຕາມດຳຣັດ ນາຍົກຣັຖມົນຕຣີ ໃຫ້ປະຕິບັດ ມາຕການຕໍ່ບໍຣິສັດ ສົ່ງໄມ້ທ່ອນອອກຕ່າງປະເທດ ທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ດ່ານພາສີລະໄລ ແຂວງສາຣະວັນ ຕາມທີ່ກະຊວງການເງິນ ສເນີມາຢ່າງເຂັ້ດງວດ. ໃນມາຕການດັ່ງກ່າວ ກໍແມ່ນວ່າ:

1-ໄດ້ສັ່ງໃຫ້ກົມພາສິີ ເຊີນບໍຣິສັດຜູ້ສົ່ງໄມ້ອອກ ຊື່ງລ້ວນແຕ່ເປັນ ບໍຣິສັດຈາກວຽດນາມ ໃຫ້ມາຮັບຮູ້ຜົລຂອງການກວດກາ ຂໍ້ມູນການສົ່ງໄມ້ ອອກ ທີ່ບໍ່ຖືກຕ້ອງຕາມຣະບຽບກົດຫມາຍ.

2-ໃຫ້ກະຊວງການເງີນອອກໃບສັັ່ງລາຍຮັບງົປມານ ເປັນຕົ້ນພາສີພິເສດ 30% ແລະຄ່າປັບໄຫມ 30% ຖ້າມີການຝ່າຝືນ ຕາມໂຕເລກທີ່ໄດ້ ຕົກລົງກັນໄວ້ ກັບບໍຣິສັດຜູ້ສົ່ງໄມ້ອອກ.

3- ບໍຣິສັດໃດຫາກບໍ່ຍອມ ປະຕິບັດຕາມ ກໍໃຫ້ດຳເນີນການ ປະກອບເອກກະສານ ເພື່ອຟ້ອງສານ ຕາມກະບວນການຍຸຕິທັມຂອງ ປະເທດ.

4-ກ່ຽວກັບການປະຕິບັດວິນັຍ ຕໍ່ເຈົ້າຫນ້າທີ່ຣັຖ ມອບໃຫ້ເປັນພາລະ ຂອງຄນະພັກກະຊວງການເງີນ ເປັນຜູ້ປະຕິບັດມາຕການ ໃຫ້ຂຽນເປັນ ຮ່າງຄວາມຮັບຜິດຊອບ ໂດຍຈະມີການໂຍກຍ້າຍ ແລະສັບປ່ຽນ ເຈົ້າຫນ້າທີ່ພາສິີຜູ້ທີ່ຝ່າຝືນ ແລະປັບປຸງມາຕຖານຄວາມຮັບຜິດຊອບ ຂອງ ຫນ່ວຍງານພາສີໃຫມ່ ໂດຍເລືອກເອົາບຸກຄົນ ຜູ້ທີ່ມີຄວາມຊື່ສັດ ແລະມີຄວາມຮູ້ຄວາມສາມາດມາເປັນຜູ້ດຳເນີນງານ.

5-ເຈົ້າຫນ້າທີ່ທ້ອງຖີ່ນ ຜູ້ທີ່ມີສ່ວນພົວພັນ ແລະສົມຮູ້ຮ່ວມຄິດ ກັບກຸ່ມຄ້າໄມ້ ທີ່ລະເມີດກົດຫມາຍ ແລະສ້າງຄວາມສັຽຫາຍ ໃຫ້ແກ່ປະເທດ ຊາດນັ້ນແມ່ນມອບໃຫ້ເປັນພາລະຂອງຂແນງການ ທີ່ກ່ຽວຂ້ອງ ເປັນຜູ້ດຳເນີນການກວດກາ ຄວາມຮັບຜິດຊອບ ແລະ ລົງໂທດຫລືໃສ່ວິນັຍ ຕາມຣະບຽບການ.

ນັກວິເຄາະເວົ້າວ່າການອອກວິນັຍຂອງຣັຖບານລາວທີ່ຜ່ານມາ ບໍ່ມີຄວາມສັກສິດ ຍ້ອນຂາດປະສິດທິພາບ ໃນການບັງຄັບໃຊ້ ຜູ້ກະທຳຜິດ ສ່ວນໃຫຍ່ຍັງລອຍນວນຢູ່.