ສັດປ່າຢູ່ລາວຍັງຖືກຕາມລ້າ

ເສືອໂຄ່ງ ໃນ ສປປລາວ ທີ່ ກໍາລັງສູນພັນ
ເສືອໂຄ່ງ ໃນ ສປປລາວ ທີ່ ກໍາລັງສູນພັນ (IMAGE SOURCE: wanderlust New road threatens tiger breeding area in Laos )

0:00 / 0:00

ທາງການລາວ ໄດ້ອອກຄຳສັ່ງຫ້າມ ການຄ້າແລະການລ່າສັດປ່າ ຫວງຫ້າມ ຫລືສັດປ່າຢູ່ໃນບັນຊີ ໃຫ້ອະນຸຮັກ ຂອງ ຣັຖບານ ແລະ ຂອງອົງການ ປົກປ້ອງ ສັດປ່າ ສາກົນ ຍ້ອນວ່າ ສັດ ປະເພດ ດັ່ງກ່າວ ຈະສູນພັນໄປຈາກໂລກ. ແຕ່ຂໍ້ຫ້າມ ແບບນີ້ມີມາ ຫລາຍແລ້ວ ບໍ່ວ່າຈະຢູ່ໃນ ຣັຖບານ ຊຸດໃດ ແຕ່ບໍ່ສາມາດ ບັງຄັບໃຊ້ໄດ້ ແລະ ຂໍ້ຫ້າມເທື່ອນີ້ ກໍອາດຈະເປັນ ແບບດຽວກັນກັບ ທີ່ຜ່ານມາ ຈະບໍ່ສາມາດ ບັງຄັບ ໃຊ້ໄດ້. ຊື່ງ ໃນປັດຈຸບັນ ຍັງມີການລ່າ ແລະ ຄ້າສັດປ່າ ທີ່ຜິດກົດຫມາຍ ຢູ່ໃນລາວ.