ໄຟຟ້າລາວເປັນໜີ້ ອະດີດ ຜູ້ບໍຣິຫານ "ລວຍ"
2021.05.06

ຫລັງຈາກບໍຣິສັດ ຈີນ ເຂົ້າມາມາບໍຣິຫານ ລະບົບສາຍສົ່ງ ຂອງຣັຖວິສາຫະກິດໄຟຟ້າລາວ ໃນປີ 2020 ທີ່ຜ່ານມາ. ໃນທາງ ບໍຣິຫານແລ້ວ ຈີນເຂົ້າມາຄວບຄຸມ ລະບົບຕາໜ່າງ ສາຍສົ່ງໄຟຟ້າລາວ ຍ້ອນວ່າ ຣັຖວິສາຫະກິດໄຟຟ້າລາວ ເປັນໜີ້ຈີນ.
ໃນຂນະທີ່ ຣັຖວິສາຫະກິດໄຟຟ້າລາວ ກໍຊີ້ແຈງວ່າບໍຣິສັດຈີນ ບໍ່ໄດ້ເຂົ້າມາຍຶດ ຫຼື Take Over ລະບົບສາຍສົ່ງໄຟຟ້າລາວ, ແຕ່ ເປັນການຮ່ວມມື ແລະ ຮ່ວມລົງທຶນກັນລະຫວ່າງ ລາວແລະຈີນ.
ແຕ່ຄວາມເປັນຈິງ ກໍຄືປັດຈຸບັນ ຣັຖວິສາຫະກິດໄຟຟ້າລາວ ຕົກເປັນໜີ້ຕ່າງປະເທດ ຈຳນວນຫຼາຍຕື້ໂດລາ ພ້ອມທັງດອກເບັ້ຽທີ່ ຈະຕ້ອງຈ່າຍ ເຖິງວ່າຣັຖບານລາວ ແລະ ຣັຖວິສາຫະກິດໄຟຟ້າລາວ ບໍ່ໄດ້ເປີດເຜີຍຈຳນວນໜີ້ສິນ ຢ່າງເປັນທາງການ ກໍຕາມ.
ແຕ່ເຈົ້າໜ້າທີ່ກະຊວງພະລັງງານ ແລະບໍ່ແຮ່ ຜູ້ທີ່ບໍ່ປະສົງອອກຊື່ ແລະສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ: ຣັດວິສາຫະກິດໄຟຟ້າລາວ ຕິດໜີ້ຕ່າງປະເທດ ປະມານ 2 ຕື້ ໂດລາ ຊຶ່ງຍັງບໍ່ລວມດອກເບັ້ຽ.
ໃນຂນະທີ່ ບຸກຄົນທີ່ໃກ້ຊິດເຈົ້າໜ້າທີ່ ຣັຖວິສາຫະກິດໄຟຟ້າລາວ ໄດ້ກ່າວວ່າ: ຣັຖວິສາຫະກິດໄຟຟ້າລາວ ຕິດໜີ້ຕ່າງປະເທດ ຫຼາຍກວ່າ 2 ຕື້ ໂດລາ. ເຈົ້າໜ້າທີ່ກະຊວງພະລັງງານ ແລະບໍ່ແຮ່ ທ່ານດຽວກັນນີ້ ກ່າວຕໍ່ເອເຊັຽເສຣີ ວ່າ: ຣັຖບານລາວ ໄດ້ຢືມເງິນຕ່າງປະເທດ ມາເຮັດໂຄງການເຂື່ອນ ແລະ ໂຄງການສາຍສົ່ງໄຟຟ້າ ຈຳນວນຫຼາຍ ແຕ່ບໍ່ສາມາດໃຊ້ໜີ້ ຄືນໄດ້.
ໃນເວລາທີ່ຢືມເງິນມາເຮັດໂຄງການແລ້ວ ບໍ່ມີລະບົບການກວດສອບ ແລະການຈັດຊື້ ຈັດຈ້າງດຳເນີນໄປແບບບໍ່ໂປ່ງໄສ ຊຶ່ງເຮັດ ໃຫ້ມູນຄ່າໂຄງການສູງຂຶ້ນ ຜິດປົກກະຕິ ແລະ ເກີດວິກິດໜີ້ສິນ.

ເຈົ້າໜ້າທີ່ຣັຖວິສາຫະກິດໄຟຟ້າລາວ ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະຕຳແໜ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ: ໄຟຟ້ານີ້ ວິກິດນ່າດຽວ ນີ້ນ່າ ຕິດໜີ້ມະຫາສານລະ ທັງຕົ້ນທຶນທັງ ດອກເບັ້ຽ ຢືມມາສ້າງເຂື່ອນສ້າງຫຍັງ ໝົດເດ້ ສ້າງຕະຂ່າຍສາຍສົ່ງນະ ເພາະວ່າມັນ ດອກເບັ້ຽຫຼາຍ ແຕ່ລະໂຄງການ ກະໂຄງການລະ 400 ລ້ານ 500 ລ້ານ ໂດລາ ເນາະ.
ຣັຖວິສາຫະກິດໄຟຟ້າລາວ ມີແຜນຫຼຸດຈຳນວນ ພະນັກງານລົງ ຈາກ 6,000 ຄົນ ໃຫ້ເຫລືອພຽງແຕ່ 4,000 ຄົນ ໂດຍສະເພາະ ຜູ້ທີ່ອາຍຸເຖິງ 60 ປີ ຂຶ້ນໄປ ຕ້ອງໃຫ້ອອກກິນ ບຳນານ ແລະ ຈະບໍ່ຮັບພະນັກງານໃໝ່ເຂົ້າມາ.
ເຈົ້າໜ້າທີ່ໄຟຟ້າ ທ່ານນຶ່ງກ່າວຕື່ມອີກວ່າ: ບໍ່ຮັບ ບໍ່ຮັບເຂົ້າ ມີແຕ່ຍັງເຫລືອ ມີແຕ່ຄ່ອຍເອົາອອກ ເອົາອອກ ເພິ່ນຊິໃຫ້ຍັງເຫລືອແຕ່ 4,000 ຄົນ ຈາກ 6,000 ປາຍຄົນ. ຍັງຢູ່ 6,000 ຄົນ ກັບໜ້ອຍນຶ່ງນີ້ລະ ແມ່ນລະໃຫ້ຍັງເຫລືອ 2 ສ່ວນ 3 ກະບໍ່ກຳນົດ ຄັນຊິ ເອົາອອກ ຈັກຊິເອົາໃຜອອກລະ ໃຜກະບໍ່ຢາກອອກຄືກັນເນາະ ກະມີແຕ່ລະດົມ ຄັນເຮັດບໍ່ໄດ້ລະກະ ລະດົມອອກ.
ບຸກຄົນຜູ້ທີ່ໃກ້ຊິດ ເຈົ້າໜ້າທີ່ໄຟຟ້າລາວ ອີກທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ: ກ່ອນທີ່ຈີນຈະເຂົ້າມາຖືກຮຸ້ນຫລັກ ແລະ ບໍຣິຫານ ລະບົບສາຍສົ່ງຂອງຣັຖວິສາຫະກິດໄຟຟ້າລາວ, ບຸກຄົນທີ່ຮັບຜິດຊອບ ໂຄງການສາຍສົ່ງໄຟຟ້າ ຢູ່ຣັຖວິສາຫະກິດ ໄຟຟ້າລາວ ມີ ບໍຣິສັດເປັນຂອງຕົວເອງ ໂດຍໃສ່ຊື່ຜູ້ອື່ນແທນ ເພື່ອໃຫ້ສາມາດປະມູນ ໂຄງການເຮັດສາຍສົ່ງໄຟຟ້າ.
ທ່ານກ່າວຕື່ມວ່າ: ເມື່ອບໍ່ມີຄວາມໂປ່ງໄສແລ້ວ ກໍເຮັດໃຫ້ລາຄາການເຮັດສາຍສົ່ງ ສູງເກີນສາມາດເອົາລາຄາຂຶ້ນ 2-3 ເທົ່າຕົວກໍໄດ້.
ບຸກຄົນທີ່ໃກ້ຊິດ ຣັຖວິສາຫະກິດໄຟຟ້າລາວ ທ່ານນີ້ ກ່າວຕື່ມອີກວ່າ: ພະນັກງານ ຣັຖວິສາຫະກິດໄຟຟ້າລາວ ນັບແຕ່ລະດັບຫົວໜ້າ ຜແນກໄປ ຖືວ່າເປັນຄົນມີຖານະດີ ຍ້ອນວ່າ ເຂົາເຈົ້າມີລາຍໄດ້ນອກລະບົບ ນອກຈາກເງິນເດືອນ ຊຶ່ງລາຍຮັບເຂົາເຈົ້າ ໃກ້ຄຽງກັບ ພະນັກງານພາສີ ທີ່ເຮັດວຽກຢູ່ດ່ານ, ແຕ່ບັນກໍຫາກໍຄື ການກວດສອບ ພະນັກງານພາສີ ຈະຍາກກວ່າການກວດສອບ ພະນັກງານ ໄຟຟ້າ.
ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວອີກວ່າ: ຜູ້ບໍຣິຫານຣັຖວິສາຫະກິດໄຟຟ້າ ຊຸດປັດຈຸບັນເຂົ້າ ມາເຮັດວຽກ ເພື່ອແກ້ໄຂບັນຫາ ໜີ້ສິນທີ່ຜູ້ບໍຣິຫານ ຊຸດກ່ອນ ທີ່ໄດ້ສ້າງເອົາໄວ້.
ປັດຈຸບັນ ໜ່ວຍງານກວດສອບ ຂອງກະຊວງພະລັງງານ ແລະບໍ່ແຮ່ ໄດ້ເຂົ້າໄປກວດສອບວຽກງານ ລວມທັງລາຍຮັບລາຍຈ່າຍ ຂອງຣັຖວິສາຫະກິດໄຟຟ້າລາວ ແລະໄດ້ສົ່ງ ເຈົ້າໜ້າທີ່ບາງທ່ານ ໄປປະຈຳຢູ່ຣັຖວິສາຫະກິດໄຟຟ້າລາວ ເພື່ອກວດກາໂຄງການ ຈັດຊື້ ແລະ ໂຄງການປະມູນຕ່າງໆ ວ່າໄປຕາມຂະບວນການ ກົດໝາຍຫລືບໍ່.
ເອເຊັຽເສຣີ ພຍາຍາມຕິດຕໍ່ຫາ ຜູ້ບໍຣິຫານ ຣັຖວິສາຫະກິດໄຟຟ້າລາວ ຄົນປັດຈຸບັນ ເພື່ອຖາມຄຳເຫັນກ່ຽວກັບເລື່ອງນີ້ ໂດຍຜ່ານ ເຈົ້າໜ້າທີ່ ຫ້ອງການຣັຖວິສາຫະກິດໄຟຟ້າລາວ, ແຕ່ ຍັງບໍ່ທັນມີການຕອບຮັບວ່າ ຈະໃຫ້ສຳພາດ ຫລື ບໍ່.
ແລະ ເອເຊັຽເສຣີ ໄດ້ໂທຣະສັບ ສຳພາດ ທ່ານ ຈັນສະແຫວງ ບຸນຍົງ ຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ ກະຊວງ ພະລັງງານ ແລະບໍ່ແຮ່ ເພື່ອຖາມຄວາມເຫັນໃນເລື່ອງນີ້, ແຕ່ ທ່ານ ປະຕິເສດ ທີ່ຈະໃຫ້ຄຳເຫັນ ໂດຍ ທ່ານກ່າວວ່າ:
ນັກຂ່າວ: ຣັຖວິສາຫະກິດໄຟຟ້າລາວນີ້ ເປັນໜີ້ເທົ່າໃດນິທ່ານ?
ທ່ານ ຈັນສະແຫວງ ບຸນຍົງ: ໂອ້ຍຕອບບໍ່ໄດ້ດອກອັນນີ້ ເລື່ອງສຳພາດ ນີ້ຕ້ອງເຮັດໜັງສືຜ່ານ ກະຊວງການຕ່າງປະເທດມາເດີ.
ນັກຂ່າວ: ເຂົາເຈົ້າຄືວ່າ ຊິມີການປົດພະນັກງານລົງທ່ານ?
ທ່ານ ຈັນສະແຫວງ: ອັນນີ້ ບໍ່ແມ່ນໜ້າທີ່ຂ້ອຍຕອບ ຂໍໂທດຫລາຍໆ.
ນັກຂ່າວ: ໂຕນີ້ ມັນແມ່ນຄວາມຈິງໃດເນາະທ່ານ ວ່າ [ຣັຖວິສາຫະກິດໄຟຟ້າລາວ] ຕິດໜີ້ຕ່າງປະເທດ 2 ຕື້ ໂດລາ ຫັ້ນນະ?
ທ່ານ ຈັນສະແຫວງ: ບໍ່ຮູ້ ຂ້ອຍບໍ່ຮູ້.
ອີງຕາມຂໍ້ມູນຈາກ ເຈົ້າໜ້າທີ່ກະຊວງພະລັງງານ ແລະບໍ່ແຮ່ ພົບວ່າ ນອກຈາກໜີ້ສິນຈາກເງິນກູ້ຢືມແລ້ວ ການເກັບຄ່າໄຟຟ້າຈາກ ຫ້ອງການຂອງຣັຖ ກໍບໍ່ໄດ້ເປັນປົກກະຕິ ແລະ ຫ້ອງການຂອງຣັຖ ຕິດໜີ້ຈ່າຍຄ່າໄຟຟ້າ ເປັນຈຳນວນຫຼາຍຕື້ກີບ ໃນນັ້ນຕິດໜີ້ຄ່າ ໄຟຟ້າ ຫຼາຍກວ່າທີ່ສຸດແມ່ນສຳນັກງານ ນາຍົກຣັຖມົນຕຣີ.
ເຖິງຢ່າງໃດກໍຕາມ, ອະດີດຜູ້ບໍຣິຫານລະດັບສູງ ຂອງຣັຖວິສາຫະກິດໄຟຟ້າລາວ ທີ່ອອກວຽກໄປແລ້ວ ກໍມີເງິນເປີດທຸຣະກິດ ອະສັງຫາຣິມະຊັບເປັນຂອງຕົນເອງ ຫຼາຍຢ່າງ.
ນັກວິຊາການລາວທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ: ເຈົ້າກະເຫັນຕົ່ວສວນພູໄທທີລະ ຫັ້ນ ເຈົ້າຂອງເກົ່າຖືກປົດຫັ້ນ ໂອ້ຍລວຍ ໂອ້ຍລວຍມະຫາສານ ໄປຕັ້ງສວນພູໄທທີລະ ຂ້ອຍຄິດວ່າ ຊິໄປຕັ້ງຫຍັງສູນອັນນັ້ນ ໝົດເງິນບໍ່ແມ່ນວ່າ ເປັນ 100 ລ້ານໂດລາ ພຸ້ນຫວະ ຕັ້ງວ່າ ບັກໄກໄກ ເຮັດໂຮງແຮມຢູ່ໃນປ່າ ແມ່ນໃຜຊິໄປຢູ່ ເອີຜູ້ ທ່ານ ທອງລຸນ ປົດຫັ້ນນະ.
ກ່ອນໜ້ານີ້ ກໍມີອະດີດຜູ້ບໍຣິຫານ ຣັຖວິສາຫະກິດໄຟຟ້າລາວ ຕັ້ງບໍຣິສັດ ຂາຍອຸປກອນ ກ່ຽວກັບເຄື່ອຂ່າຍໄຟຟ້າ ໂດຍອາໃສ ການມີທຸຣະກິດ ກັບນັກການເມືອງ ບາງທ່ານ.
ນັກວິຊາການລາວ ກ່າວວ່າ: ອະພິມະຫາ ພວກຫລັງຫັ້ນນະ ຊຸດຫລັງຫັ້ນນະ ທັງນັກການເມືອງ ທັງທຸຣະກິດ ມັນເຄືອຂ່າຍອັນ ດຽວກັນເດ້ ຊຸດຕັ້ງບໍຣິສັດ ນຳເຂົ້າ ສົມມຸດວ່າ ເຈົ້າຢາກຊື້ອຸປກອນ ເຄືອຂ່າຍໄຟຟ້າ ຫລືວ່າ ໝໍ້ແບ່ງຈັ່ງຊິ ກະບໍຣິສັດຕົວເອງເນາະ ເຂົາກະໃສ່ຊື່ລູກຊື່ຫຼານເຂົາເນາະ ກະແນວນີ້ແຫຼະ ການສໍ້ຣາດບັງຫຼວງ.
ທ່ານ ກ່າວຕື່ມອີກວ່າ: ກໍຊິອອກຫັ້ນເພິ່ນ ກະມາຕັ້ງບໍຣິສັດເດ້ ມັນກະຄັກລະເນາະ ເປັນຫົວໜ້າບໍຣິສັດ ໄຟຟ້າລາວມາຕັ້ງບໍຣິສັດ ອີກບໍຣິສັດນຶ່ງ ຢາກຊື້ຫຍັງກະມາຊື້ນໍາຕົວເອງ ມັນກະລວຍມະຫາສານລະເນາະເວົ້າ ອາພາດເມັ້ນຢູ່ສີສະຫວາດ ກະແມ່ນຂອງລາວ ໝົດບັກໃຫຍ່ໆ.
ອີງຕາມຂໍ້ມູນຜູ້ທີ່ຮູ້ເລື່ອງນີ້, ອະດີດຜູ້ບໍຣິຫານ ລະດັບສູງຂອງຣັຖວິສາຫະກິດ ບໍຣິສັດໄຟຟ້າລາວ ຫລັງຈາກອອກຈາກຕຳແໜ່ງໄປ ມີທຸຣະກິດ ຫຼາຍຢ່າງ ເຊັ່ນ:
• ທຸຣະກິດສວນພູໄທທິລາ ເນື້ອທີ່ 30 ເຮັກຕາ ຢູ່ບ້ານໜອງແປນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຊຶ່ງເປັນທຸຣະກິດ ທ່ອງທຽວ ວັທນະທັມ.
• ໂຄງການບ້ານຈັດສັນ 4 ຫລັງ ຢູ່ເຂດບ້ານໜອງນ່ຽງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ວາງຂາຍໃນລາຄາຫລັງ ລະ ປະມານ 300,000 ໂດລາ ແລະ ມາເຖິງປັດຈຸບັນ ຂາຍໄປແລ້ວ 3 ຫລັງ.
• ໂຮງແຮມຂນາດ 50 ຫ້ອງ ແລະ ອາພາດເມັນ ຂນາດ 28 ຫ້ອງ ຕັ້ງຢູ່ເຂດບ້ານສີສະຫວາດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.
• ນອກຈາກນີ້ ຍັງມີໂຄງການບ້ານຈັດສັນໃໝ່ ຢູ່ເຂດບ້ານໜອງແຕ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ແຕ່ຍັງບໍ່ທັນ ໄດ້ລິເລີ່ມໂຄງການກໍ່ສ້າງ.
ເອເຊັຽເສຣີ ພຍາຍາມ ຕິດຕໍ່ຫາອະດີດ ຜູ້ບໍຣິຫານ ຣັຖວິສາຫະກິດໄຟຟ້າລາວ ທ່ານນີ້ ເພື່ອຖາມຂໍ້ມູນເພີ່ມເຕີມ ກ່ຽວກັບທຸຣະກິດ ຂອງທ່ານ, ແຕ່ ບໍ່ສາມາດຕິດຕໍ່ໄດ້.