ການສໍ້ຣາສຂອງພັກ-ຣັຖ ປາສຈາກ ການລົງໂທດ
2018.04.12
ຄນະກວດກາສູນກາງພັກ ໄດ້ກວດພົບການສໍ້ຣາສບັງຫລວງ ພາຍໃນພັກ 146 ກໍຣະນີ ໃນປີຜ່ານມາ ມີຜູ້ກະທຳຄວາມຜິດ ເຖິງ 994 ຄົນ ແຕ່ມີພຽງ 14 ຄົນ ເທົ່ານັ້ນທີ່ຖືກລົງໂທດ.
ຄນະກວດກາສູນກາງພັກ ໄດ້ຣາຍງານການປະຕິບັດວຽກງານກວດກາ ພາຍໃນພັກ ໃນປີ 2017 ຜ່ານມາວ່າໄດ້ກວດພົບ ມີການທຸຈຣິດ ສໍ້ຣາສ146 ກໍຣະນີ ທີ່ສ້າງຄວາມເສັຽຫາຍ ຫຼາຍກວ່າ 593 ຕື້ກີບກັບ 11 ລ້ານບາດ, 5 ລ້ານ 8 ໂດລາ ແລະ 20 ລ້ານກວ່າດົງ; ໂດຍ ມີຜູ້ຕ້ອງຫາ ທັງໝົດ 994 ຄົນ ໃນນັ້ນເປັນພະນັກງານຣັດ 908 ຄົນ ແລະ ຜູ້ປະກອບກິຈການເອກຊົນ 86 ຄົນ ຊຶ່ງປັດຈຸບັນ ກຳລັງ ດຳເນີນການກວດກາ 420 ຄົນ ແລະລົງວິນັຍ 414 ຄົນ, ດຳເນີນຄະດີ 84 ຄົນ, ສະຫຼຸບຄະດີສົ່ງ ອັຍການປະຊາຊົນ 62 ຄົນ ມີພຽງ 14 ຄົນເທົ່ານັ້ນຖືກສານ ປະຊາຊົນ ຕັດສິນລົງໂທດ.
ຄນະກັມມະການກວດກາສູນກາງພັກ ຣາຍງານຕື່ມວ່າ ຈາກການກວດກາດັ່ງກ່າວ ຍັງສາມາດເກັບກູ້ເງິນ ກັບຄືນມາໄດ້ ກວ່າ 357 ຕື້ກີບ ກັບ 956,500 ບາດ, 1.21 ລ້ານໂດລາ ແລະ 20 ລ້ານດົງ ພ້ອມທັງໄດ້ເພີ່ມມາດຕະການ ເຂັ້ມງວດເຂົ້າໃນການ ປະຕິບັດຕາມຄຳສັ່ງ ຂອງນາຍົກຣຣັຖມົນຕຣີ ກ່ຽວກັບວຽກງານຄຸ້ມຄອງ ທີ່ດິນ ຄຳສັ່ງວ່າດ້ວຍການປະຢັດຣາຍຈ່າຍ ງົບປະມານ ດຳຣັດວ່າດ້ວຍການຄຸ້ມຄອງ ຣົດປະຈຳຕຳແໜ່ງ, ຂໍ້ຫ້າມແລະວິນັຍ ຂອງພະນັກງານການເງິນ, ການແຈ້ງຊັບສິນພະນັກງານ ຣັດ, ຮ່ວມທັງໄດ້ເອົາຍຸທສາດ ຕ້ານການ ທຸຈຣິດ ເຂົ້າໃນຫຼັກສູດ ການຮຽນ-ການສອນ ນຳອີກ.
ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດກ່າວວ່າ ການສໍ້ຣາສບັງຫຼວງ ໃນຖັນແຖວພະນັກງານພັກ-ຣັດ ຍັງເກີດຂຶ້ນຢ່າງກວ້າງຂວາງ ທັງຢູ່ໃນຂັ້ນສູນກາງ ແລະທ້ອງຖິ່ນ ທົ່ວປະເທດ ໃນຂນະທີ່ການດຳເນີນ ມາດຕະການປາບປາມນັ້ນ ກໍບໍ່ມີ ປະສິດທິພາບ ຈຶ່ງເຮັດໃຫ້ກອງ ປະຊຸມໃຫຍ່ ຄັ້ງທີ 10 ຂອງພັກໄດ້ມີມະຕິຄຳສັ່ງ ໃຫ້ປາບປາມ ແລະ ລົງໂທດຕໍ່ຜູ້ກະທຳຜິດ ຢ່າງເດັດຂາດ.
ອົງການກວດກາຣັຖບານຣາຍງານວ່າ ໄດ້ກວດພົບໂຄງການນອກແຜນ ຂອງຣັຖບານໃນສົກປີ 2017 ຈຳນວນ 285 ໂຄງການທີ່ມີມູນຄ່າ ຫຼາຍກວ່າ 4,483 ຕື້ກີບ ທີ່ໄດ້ປະຕິບັດບໍ່ເປັນ ໄປຕາມຣະບຽບກົດໝາຍ ດ້ານງົບປະມານ ແລະບໍ່ຜ່ານການຮັບຮອງ ຂອງສະພາແຫ່ງຊາດ ໂດຍບໍ່ຮວມເຖິງການເສັຽຫາຍ ທີ່ເກີດຈາກການລັກລອບຂົນໄມ້ ໄປຕ່າງປະເທດ ຫຼາຍກວ່າ 2,407 ຕື້ກີບ ໃນປີ 2015-2016 ຊຶ່ງການກະ ທຳດັ່ງກ່າວ ຕ້ອງມີການຮ່ວມມືກັນ ຢ່າງເປັນຂະບວນການ ທັງຈາກເຈົ້າຫນ້າທີ່ຣັດ, ເອກຊົນ ແລະ ນັກທຸຣະກິດຕ່າງຊາດ ທີ່ລົງທຶນໃນລາວ ສົ່ງຜົລເສັຽຫາຍ ໃຫ້ແກ່ຣາຍຮັບ ຂອງຊາດຣາຍໃຫຍ່.
ອົງການຄວາມໂປ່ງໃສສາກົນ (Transparency International) ໄດ້ອອກບົດຣາຍງານກ່ຽວກັບ ການສໍ້ຣາດບັງຫຼວງ ໃນ 180 ປະເທດ ທົ່ວໂລກ ປະຈຳປີ 2017 ເມື່ອບໍ່ນານມານີ້ ໄດ້ຈັດໃຫ້ ສປປລາວ ຢູ່ອັນດັບທີ 135 ດ້ວຍຄະແນນ 29 ຈາກ 100 ຄະແນນເຕັມ ຫຼຸດລົງ ຈາກ 30 ຄະແນນໃນປີ 2016 ຍ້ອນການສໍ້ຣາສບັງຫລວງ ໃນລາວ ແລະມາຕການປາບປາມ ການສໍ້ຣາດບັງຫຼວງ ຍັງຂາດປະສິດທິພາບ ແລະບໍ່ທົ່ວເຖິງ ດັ່ງຈະເຫັນໄດ້ ຈາກການປະຕິບັດຄຳສັ່ງ ນາຍົກຣັຖມົນຕຣີ ເລກທີ 15/ນຍ ວ່າດ້ວຍການຫ້າມສົ່ງອອກໄມ້ທ່ອນ ຢ່າງເດັດ ຂາດ ແຕ່ຍັງປາກົດວ່າ ມີການລັກລອບຂົນສົ່ງໄມ້ທ່ອນ ຈາກ ສປປລາວ ໄປຕ່າງປະເທດຫລາຍຢູ່.
ຣັຖບາລ ສປປລາວ ສູນເສັຽງົບປະມານ 1 ພັນປາຍຕື້ກີບ ຫຼື 120 ລ້ານປາຍ ໂດລາສະຫະຣັຖ ຍ້ອນການ ສໍ້ຣາສບັງຫລວງ ເມື່ອປີ 2017 ທີ່ຜ່ານມາ. ຄນະກວດກາສູນກາງພັກ ປະຊາຊົນປະຕິວັດລາວ ເປີດເຜີຽເຖິງການສູນເສັຽຊັພສິນ ດັ່ງກ່າວຢູ່ໃນ ກອງປະຊຸມ ປະຈໍາປີ ທີ່ນະ ຄອນຫຼວງວຽງຈັນ ເມື່ອ 2 ສັປດາທີ່ຜ່ານມາ, ຕາມຣາຍງານຂອງ Vientiane Times ວັນທີ 15 ມິນາ 2018. ກ່ອນນັ້ນ ທ່ານ ພັນຄໍາ ວິພາວັນ, ຜູ້ປະຈໍາການ ຄນະເລຂາທິການ ສູນກາງພັກ ປະຊາຊົນປະຕິວັດລາວ, ກໍໄດ້ກ່າວ ກ່ຽວກັບເຣຶ່ອງ ທີ່ວ່ານີ້ ຢູ່ໃນກອງປະຊຸມ ສລຸບ ວຽກງານ ປະຈໍາປີ 2017 ຂອງກະຊວງພາຍໃນ ວ່າ:
"ການຄຸ້ມຄອງຣັຖ ຄຸ້ມຄອງສັງຄົມ ເຮົາບໍ່ມີຜົລສັກສິດ ຕາມກົດໝາຍ ແຕ່ໃດມາແລ້ວ, ແບບວ່າ ບໍ່ເຂັ້ມງວດ, ບໍ່ເດັດຂາດ, ບໍ່ສັກສິດ. ຈາກ ອັນນີ້, ກະພາໃຫ້ເກີດຫຍັງ? ພຍາດອາຍາສິທ, ລະເມີດສິທເປັນເຈົ້າ ຂອງປະຊາຊົນ ສວຍໃຊ້ໜ້າທີ່ຕຳແໜ່ງ ສໍ້ຣາສບັງຫຼວງ ເວົ້າລວມ ປະກົດການຫຍໍ້ທໍ້ ການເສື່ອມຖອຍ ທາງດ້ານການເມືອງອື່ນໆເກີດຂຶ້ນ ດັ່ງທີ່ມະຕິ ກອງປະຊຸມໃຫຍ່ ຄັ້ງທີ່ 10 ໄດ້ສລຸບຕີລາຄາ, ໂດຍສະເພາະ, ແມ່ນໄລຍະ ຫຼັງ 5 ປີ 10 ປີຫຼັງ ເກີດຂຶ້ນຫຼາຍ."
ບັນດາກະຊວງແລະໜ່ວຍງານຂອງຣັຖ 17 ແຂວງ ແລະນະຄອນຫຼວງວຽງຈັນ ທັງໝົດ 37 ອົງການໄດ້ຖືກກວດກາ ເມື່ອປີກາຍ ຊຶ່ງມີ ທັງໝົດ 587 ໂຄງການເປົ້າໝາຍ. ໃນນັ້ນປະມານ 100 ເປົ້າໝາຍ ຖືກກວດກາ ຕາມຣະບອບກວດກາປະຈໍາປີ ຂນະທີ່ 382 ເປົ້າໝາຍ ຖືກກວດກາ ຕາມຄໍາສັ່ງສະເພາະ ແລະອີກ 32 ເປົ້າໝາຍ ຖືກກວດກາ ພາຍຫລັງ ກວດສອບບັນຊີ. 63 ເປົ້າໝາຍ ຖືກກວດກາຕາມ ມາຕການກວດສອບ ໂຄງການລົງທຶນ ຕັ້ງແຕ່ ໄດ້ເລີ້ມສ້າງຕັ້ງມາ.
ທາງການແຂວງໄຊຍະບູລີ ລົງໂທດພະນັກງານຣັຖ ທີ່ສໍ້ຣາດບັງຫຼວງ ດ້ວຍການປະຕິບັດວິນັຍ 4 ຄົນ ທີ່ສໍ້ໂກງເງິນຂອງຣັຖ ຮວມມູນຄ່າ ເສັຽຫາຍ 407 ລ້ານກີບ ແລະ 630 ພັນບາດ ແຕ່ທາງການບໍ່ໄດ້ເປີດເຜີຍວ່າ ແມ່ນພະນັກງານ ພາກສ່ວນໃດແລະຊື່ ວ່າແນວໃດ.
ນອກຈາກນັ້ນຄນະກວດກາ ແຂວງໄຊຍະບູລີ ກຳລັງສືບສວນ ພະນັກງານຣັຖ ທີ່ມີພຶດຕິກັມ ສໍ້ຣາດບັງຫຼວງໄດ້ອີກ 23 ຄົນໃນນັ້ນໄດ້ຖືກ ສົ່ງສານຕັດສິນແລ້ວ 2 ຄົນ ສ່ວນທີ່ເຫລືອຍັງຢູ່ໃນຂັ້ນຕອນ ປະກອບສຳນວນຄະດີ ແລະສອບສວນ. ລວມມູນຄ່າ ການເສັຽຫາຍຈາກ ການສໍ້ຣາດບັງຫລວງ 7.6 ຕື້ກີບ ຊຶ່ງສາມາດເກັບກູ້ຄືນໄດ້ແລ້ວ 6.7 ຕື້ກີບ; ດັ່ງເຈົ້າໜ້າທີ່ ຄນະກວດກາພັກ ແຂວງໄຊຍະບູລີ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 04 ເມສາ ນີ້ວ່າ:
"ຈຳນວນນຶ່ງກະໄດ້ອອກ ຈຳນວນນຶ່ງກະແມ່ນການປະຕິບັດວິນັຍ ຕາມລະບຽບການກົດໝາຍ ດຳເນີນຄະດີ ງົບປະມານທີ່ເສັຽໄປ ສ່ວນຫຼາຍ ແມ່ນກູ້ຄືນໄດ້ ຍັງຈຳນວນນຶ່ງ ສືບຕໍ່ເກັບກູ້ຫັ້ນແຫລະ."
ເຈົ້າໜ້າທີ່ກ່າວຕື່ມວ່າ ພະນັກງານຣັຖທີ່ຖືກລົງໂທດທາງວິນັຍ ແບ່ງອອກເປັນ, ຖືກໄລ່ອອກການ 1 ຄົນ ແລະຖືກດຳເນີນຄະດີ ສົ່ງຟ້ອງ ອັຍການ ປະຊາຊົນແຂວງ 3 ຄົນ.
ທ່ານກ່າວຕື່ມວ່າ ຫຼັງກວດພົບບັນຫາດັ່ງກ່າວ ເຮັດໃຫ້ຄນະກວດກາ ພັກຣັຖແຂວງໄຊຍະບູລີ ໄດ້ເພີ່ມການກວດກາ ພະນັກງານເຂັ້ມງວດ ຫລາຍຂຶ້ນ ເພື່ອສະກັດກັ້ນການສໍ້ໂກງ ງົບປະມານ ແລະ ຊອກຄົ້ນພະນັກງານ ທີ່ເຮັດຜິດມາລົງໂທດ ອີກຕໍ່ໄປ.
ພ້ອມກັນນັ້ນ ຄນະກວດກາ ກໍເປີດເຜີຍວ່າ ກວດພົບການຈັດຕັ້ງ ແລະ ເຈົ້າໜ້າທີ່ ຣັຖຈໍານວນນຶ່ງ ທີ່ໄດ້ກ່ຽວຂ້ອງ ກັບການຕົກລົງ ໃນການ ແລກປ່ຽນທີ່ດິນ ແບບບໍ່ມີ ການປະເມີນຢ່າງຖືກຕ້ອງ ເພື່ອຜົລປໂຍດສ່ວນຕົວ ຂອງຕົນ ຈະດຳເນີນຄະດີກຸ່ມ ດັ່ງກ່າວຢູ່.
ຫຼາຍແຂວງໃນລາວກໍມີການກວດສອບເຫມືອນກັນ ແລະຈະລົງໂທດຜູ້ກະທຳຜິດໂດຍບໍ່ໄວ້ຫນ້າ ແຕ່ນັກວິເຄາະເວົ້າວ່າ ສາມາດກວດສອບ ໄດ້ແຕ່ພະນັກງານຊັ້ນຜູ້ນ້ອຍ ສຳລັບເຈົ້າຫນ້າທີ່ຣະດັບສູງນັ້ນບໍ່ສາມາດແຕະຕ້ອງໄດ້.