ສໍ້ໂກງສ່ວນໃຫຍ່ແມ່ນ ການເງິນ ພາສີ ດ່ານເຂົ້າເມືອງ
2019.03.21
ຄນະກວດກາແຫ່ງຣັຖ ກວດພົບພະນັກງານ ຈໍານວນ 970 ຄົນ ໃນທົ່ວປະເທດ ມີການສໍ້ຣາດບັງຫຼວງ, ເຮັດໃຫ້ຣັຖເສັຍ ງົບປະມານ ເກືອບ 1 ພັນຕື້ກີບ ໃນປີ 2018, ສໍາລັບແຂວງຫົວພັນ ສ່ວນໃຫຍ່ແມ່ນ ເຈົ້າໜ້າທີ່ການເງິນ, ການພາສີ ແລະດ່ານຊາຍແດນ, ດັ່ງເຈົ້າໜ້າທີ່ແຂວງ ຫົວພັນທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 21 ມີນາ ນີ້ວ່າ:
“ແຂວງນ້ອງຢູ່ເນາະ ກໍຊິເປັນບຸກຄົນບໍ່ສູງ ແລ້ວກໍເງິນເດືອນບໍ່ສູງ ແຕ່ວ່າມີຣົດໃຫຍ່ຂີ່, ມີເຮືອນງາມຢູ່ ສ່ວນຫຼາຍກໍສິຖືກຢູ່ພວກພາສີ, ພວກດ່ານ, ພວກການເງິນ, ຄັງເງິນຈັ່ງຊີ້ ກໍຈະປົດ ແລ້ວໃຫ້ໄປຢູ່ຕໍາແໜ່ງທີ່ຕໍ່າລົງ, ເບິ່ງຜົນງານທີ່ເຮັດຜ່ານມາ ມີຫຍັງແດ່ ເຈົ້າສົມຄວນ ໄປຢູ່ໃນຕໍາແໜ່ງໃດ.”
ປັດຈຸບັນ ພະນັກງານ ທີ່ສໍ້ຣາດບັງຫຼວງ ຫຼັງຈາກຖືກລົງວິນັຍແລ້ວ, ຫາກຜູ້ກະທໍາຜິດ ເຄີຍມີຜົນງານ ກໍຖືກຍ້າຍໄປຢູ່ຂແນງການອື່ນ, ແຕ່ ຕໍາແໜ່ງຕໍ່າລົງ, ຫາກຜ່ານມາບໍ່ມີຜົນງານໃດເລີຍ ກໍຈະປົດອອກຈາກ ການເປັນພະນັກງານຣັຖ ແບບຖາວອນ. ທ່ານກ່າວຕື່ມວ່າ ໃນການ ກວດພົບ ຜູ້ສໍ້ຣາດບັງຫຼວງ ເທື່ອນີ້ ກໍມີອໍານາດ ການປົກຄອງບ້ານ ຝ່າຍບໍຣິຫານຮວມຢູ່ນໍາ ຈໍານວນນຶ່ງ ແລະພະນັກງານ ຣະດັບຊັ້ນຜູ້ ໃຫຍ່, ສໍາລັບຣາຍລະອຽດນັ້ນ ບໍ່ສາມາດເປີດເຜີຍໄດ້, ແຕ່ການກວດສອບຢູ່ແຂວງຫົວພັນ ໃນປີທີ່ຜ່ານມາ ທ່ານໃຫ້ຄໍາເຫັນວ່າມີການກວດ ກາຢ່າງເຂັ້ມງວດຫຼາຍ:
“ຂະເຈົ້າກວດເນາະ ມັນຈະເປັນບຸກຄົນທີ່ລວຍຜິດປົກກະຕິ, ມີຣາຍຮັບຫຼາຍຜິດປົກກະຕິ, ຂະເຈົ້າມີການກວດສອບວ່າ ເງິນທີ່ຂະເຈົ້າເອົາມາ ຊື້ໂຕນີ້ ແມ່ນໄດ້ມາຈາກໃສ, ເຂົ້າມາຣະຫວ່າງໃດ, ເຈົ້າຂາຍດິນບໍ, ໄດ້ມາຈາກໂຕໃດ, ຂະເຈົ້າມີການກວດສອບ ການໂອນເຂົ້າໂອນອອກ ຢູ່ໃນບັນຊີທະນາຄານ, ເວົ້າເຣື່ອງການກວດສອບ ແບບນ້ອງ ກໍເຮັດວຽກໃນຣັຖເນາະ, ເຮົາມີອິຫຍັງຜິດປົກກະຕິໜ້ອຍນຶ່ງ ຂະເຈົ້າກໍມີການ ສັ່ງກວດ.”
ກ່ຽວກັບເຣື້ອງນີ້ ສະພາແຫ່ງຊາດ ໄດ້ຣາຍງານໃນກອງປະຊຸມ ສລຸບວຽກງານກວດກາ ປະຈໍາປີ 2018 ໃນວັນທີ 18 ມີນາຜ່ານມານີ້, ຄນະກວດກາ ກວດພົບພະນັກງານຣັຖ ໃນທົ່ວປະເທດທີ່ສໍ້ຣາດບັງຫຼວງ 970 ຄົນ ແລະຜູ້ປະກອບການ 315 ຄົນ. ໃນນັ້ນ ຖືກປະຕິບັດ ວິນັຍ ດ້ານການບໍຣິຫານ 849 ຄົນ ຖືກສອບສວນ 153 ຄົນ.