ນັກເສຖສາດລາວ ຮຽກຮ້ອງໃຫ້ຣັຖບານ ສປປລາວ ເອົາໃຈໃສ່ກຽມຕົວ ກ່ອນຈະຫລຸດພົ້ນອອກຈາກ ຖານະປະເທດດ້ອຍພັທນາທີ່ສຸດ ເພື່ອ ຮັບປະກັນ ການພັທນາແບບຍືນຍົງ. ຖ້າລາວຫລຸດພົ້ນພາຍໃນປີ 2024 ການຊ່ວຍເຫລືອ ຂອງຕ່າງປະເທສ ແລະສິດພິເສດ ເພື່ອສົ່ງສິນຄ້າ ອອກ ຈະຫລຸດລົງ. ນັ້ນຄືບັນຫາ ທີ່ນັກເສຖສາດລາວ ກັງວົນ.
ດຣ. ລີເບີ ລີບົວປາວ ນັກເສຖສາດອາວຸໂສ ປະຈຳສະຖາບັນຄົ້ນຄວ້າເສຖກິດແຫ່ງຊາດ ກ່າວຕໍ່ວຽງຈັນທາມສ ໃນມື້ວັນທີ 3 ພຶສພາ ນີ້ວ່າ ສປປລາວ ຈະປະເຊີນກັບ 2 ບັນຫາທ້າທາຍສຳຄັນຄື; ການຫຼຸດລົງຂອງການຊ່ວຍເຫລືອ, ສະຫະພາບຢູໂຣບ ອາດຈະຍົກເລີກ ການໃຫ້ ສິດພິເສດແກ່ ສປປລາວ ໃນການຮັບຊື້ສິນຄ້າ ຂອງລາວ ໂດຍທີ່ບໍ່ເກັບພາສີສິນຄ້າ ຊຶ່ງຈະສົ່ງຜົລກະທົບ ຕໍ່ການຜລິດອຸດສາຫະກັມ ແລະ ການສົ່ງອອກຂອງລາວ.
ທ່ານ ລີເບີ ເວົ້າວ່າ ບໍຣິສັດສົ່ງອອກຂອງລາວ ຈະບໍ່ໄດ້ເສັຽພາສີໃນອັດຕຣາຕ່ຳ ຄືດັ່ງໃນປັດຈຸບັນ ອັນຈະສົ່ງຜົລກະທົບໂດຍກົງຕໍ່ພາກສ່ວນ ຕັດຫຍິບໂດຍສະເພາະ. ທ່ານກ່າວຕື່ມວ່າ ນັບແຕ່ປີ 2011 ຫາປີ 2015 ລາວໄດ້ຮັບການຊ່ວຍເຫລືອທາງການ ເພື່ອການພັທນາໂດຍກົງ ປະມານ 700 ລ້ານໂດລາ ສະຫະຣັຖ ຕໍ່ປີ ຫຼືປະມານ 12% ຂອງການຊ່ວຍເຫລືອ ທາງການເງິນ ຈາກຄູ່ຮ່ວມພັທນາຕ່າງໆ.
ແຕ່ປີ 2015 ຫາປີ 2016 ລາວໄດ້ຮັບການຊ່ວຍເຫືອດັ່ງກ່າວ 791 ລ້ານໂດລາ ຊຶ່ງໃນນັ້ນເປັນເງິນຊ່ວຍເຫລືອລ້າ 244 ລ້ານໂດລາ. ສ່ວນທີ່ເຫລືອ ເປັນເງິນກູ້ຢືມ. ຣັຖບານ ຈຳເປັນຕ້ອງລົງທຶນ ໃສ່ການສຶກສາ ແລະການພັທນາແຮງງານ ໃຫ້ມີສີມືຫຼາຍຂຶ້ນ ຍ້ອນມັນເປັນ ສ່ວນນຶ່ງ ໃນການກຽມຕົວກ່ອນ ສປປລາວ ຈະຫຼຸດພົ້ນອອກຈາກຖານະ ປະເທດດ້ອຍພັທນາທີ່ສຸດ ໃນປີ 2024.