ຊາວເຊກອງທີ່ຖືກຂັງກຳລັງ ເຈັບປ່ວຍ
2017.10.24
ຊາວບ້ານຍຶບເມືອງທ່າແຕງແຂວງເຊກອງ 14 ຄົນ ທີ່ຖືກເຈົ້າໜ້າທີ່ທາງການ ແຂວງເຊກອງຈັບຂັງ ໃນວັນທີ 25 ກໍຣະກະດາ ຍ້ອນບັນຫາ ຂໍ້ຂັດແຍ່ງ ທີ່ດິນ ຍັງບໍ່ທັນຖືກປ່ອຍໂຕ ແລະບາງຄົນ ກໍກໍາລັງເຈັບປ່ວຍ ຢູ່ໃນຄຸກ.
ຍາດພີ່ນ້ອງເຂົາເຈົ້າຄົນນຶ່ງ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 24 ຕຸລາ ວ່າ: ປັດຈຸບັນ ຊາວບ້ານທີ່ຖືກຄຸມຂັງຢູ່ ຈຳນວນນຶ່ງ ເລີ້ມເຈັບປ່ວຍ ຊຶ່ງມີອາການບວມ ຕາມໂຕ, ແລະ ເຂົາເຈົ້າທັງໝົດ 14 ຄົນ ກໍຖືກແຍກຫ້ອງຂັງ ບໍ່ໃຫ້ຢູ່ຮ່ວມກັນ.
ຍາດພີ່ນ້ອງຜູ້ນັ້ນ ກ່າວຕື່ມອີກວ່າ ເຈົ້າໜ້າທີ່ຕຳຣວດແຂວງ ຍັງບໍ່ອະນຸຍາດ ໃຫ້ຊາວບ້ານ 14 ຄົນ ທີ່ຖືກຂັງຄຸກຢູ່ນັ້ນ ໄດ້ພົບຍາດພີ່ນ້ອງ ແລະ ບໍ່ຍອມໃຫ້ໃຜ ສົ່ງເຂົ້າສົ່ງນ້ຳ ໃຫ້ເຂົາເຈົ້າ.
ອີງຕາມຄໍາເວົ້າຂອງ ຜູ້ເປັນຍາດພີ່ນ້ອງຄົນນັ້ນ, ຄືໃນວັນທີ 2 ຕຸລາ ຜ່ານມານີ້ ເຈົ້າໜ້າທີ່ຕຳຣວດ ແຂວງເຊກອງ ໄດ້ນຳເອົາ ທ້າວວິຄຳ ແລະທ້າວສົມສະຫວັນ ທັງສອງຄົນນີ້ ແມ່ນໃນຈຳນວນ ຜູ້ຖືກຂັງ 14 ຄົນ ນັ້ນຂຶ້ນມາວຽງຈັນ ເພື່ອບອກສະຖານທີ່ ບ່ອນທີ່ຊາວບ້ານ ຂຶ້ນ ມາຢື່ນຄຳຮ້ອງທຸກ ຢູ່ສະພາແຫ່ງຊາດ ແລະ ຫ້ອງການ ສຳນັກງານ ນາຍົກຣັຖມົນຕຼີ ເພື່ອພິສູດວ່າ ເຂົາເຈົ້າມາແທ້ ຫລືບໍ່ ແລະຫລັງຈາກ ກັບຄືນໄປ ແຂວງເຊກອງແລ້ວ ເຈົ້າໜ້າທີ່ກໍບໍ່ອະນຸຍາດ ໃຫ້ຍາດພີ່ນ້ອງ ເຂົາເຈົ້າ ເຂົ້າຢ້ຽມອີກເລີຍ.
ເພື່ອສອບຖາມຂໍ້ມູນເພີ້ມເຕີມ ວິທຍຸເອເຊັຽເສຣີໄດ້ພຍາຍາມໂທຫາ ເຈົ້າແຂວງເຊກອງ ຫົວໜ້າຫ້ອງການ ອັຍການແຂວງ ຫົວໜ້າຜແນກ ຍຸຕິທັມແຂວງ ແລະ ຫົວໜ້າກອງບັນຊາການແຂວງ, ແຕ່ບໍ່ມີ ທ່ານໃດຍອມຮັບສາຍ.
ໃນຂະນະທີ່ຣັຖບານອອກມາຍອມຮັບ ວ່າການໃຫ້ສຳປະທານທີ່ດິນ ເພື່ອຫັນດິນເປັນທຶນ ນັ້ນເຮັດໃຫ້ຣັຖ ແລະ ປະຊາຊົນເສັຽຜົນປະໂຫຍດ. ຢູ່ໃນກອງປະຊຸມ ສະພາ ສະໄໝສາມັນ ເທື່ອທີ 4 ຂອງ ສະພາແຫ່ງຊາດ ຊຸດທີ 8 ໃນວັນທີ 23 ຕຸລາ 2017, ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕີ ໄດ້ເວົ້າເຖິງການ ບໍຣິຫານ ແລະຄຸ້ມຄອງ ທີ່ດິນທີ່ຜ່ານມາ ເກີດຄວາມຜິດພາດ, ດັ່ງທ່ານໄດ້ກ່າວໃນ ຕອນນຶ່ງວ່າ:
"ການນໍາໃຊ້ທີ່ດິນ ການຄຸ້ມຄອງທີ່ດິນ ຖືເປັນຊັບສົມບັດແຫ່ງຊາດ ຂອງພວກເຮົາ ໃນໄລຍະທີ່ຜ່ານມາ ມີຫລາຍອັນສັບສົນ ແລະກໍຖືວ່າ ຜິດພາດໄດ໋ ຄວາມຈິງພວກເຮົາ ມີກົດໝາຍແລ້ວ ມີນິຕິກັມ ລຸ່ມກົດໝາຍຫລາຍແລ້ວ ມີນະໂຍບາຍ ຈະແຈ້ງແລ້ວ".
ໃນການປະຕິບັດ ມີພຽງແຕ່ກຸ່ມຄົນຈໍານວນນຶ່ງ ສວຍໂອກາດ ໃນຂະນະທີ່ຣັຖ ແລະ ປະຊາຊົນຊໍ້າພັດເສັຍ ຜົນປະໂຫຍດ, ດັ່ງທ່ານກ່າວ ອີກວ່າ:
"ແຕ່ ການປະຕິບັດກົດໝາຍ ນິຕິກັມກ່ຽວກັບ ທີ່ດິນມີຊ່ອງຫວ່າງຫລາຍ ພາໃຫ້ການສວຍໃຊ້ສວຍໂອກາດ ເອົາລະບຽບການຕ່າງໆ ມາປັບ ປ່ຽນ ແອບແຝງໃຫ້ເປັນ ຜົນປະໂຫຍດຂອງບຸກຄົນ, ກຸ່ມຄົນ ຫລືວ່ານັກທຸຣະກິດ ຈໍານວນນຶ່ງເທົ່ານັ້ນໄດ້ຮັບຜົນປະໂຫຍດ ແຕ່ວ່າກຸ່ມຄົນ ຈໍານວນນຶ່ງ ບຸກຄົນປະຊາຊົນ ຊໍ້າພັດເສັຍຜົນປະໂຫຍດ ແລະອັບປະໂຫຍດ".
ຕາມການຢືນຢັນຂອງ ທ່ານທອງລຸນ, ຣັຖບານຊຸດນີ້ ສະເໜີຕໍ່ກົມການເມືອງ ສູນກາງພັກເພື່ອຂໍອອກມະຕິ ກ່ຽວກັບ ການຄຸ້ມຄອງທີ່ດິນ ແລະ ນໍາມາຜັນຂະຫຍາຍ ໃຫ້ລະອຽດ ເພື່ອຄຸ້ມຄອງທີ່ດິນ ໃຫ້ເປັນໄປຕາມກົດໝາຍ ຢ່າງເຂັ້ມງວດ ແລະ ບໍ່ໃຫ້ມີການສວຍໂອກາດ ໃຊ້ ຄໍາວ່າ ຫັນທີ່ດິນເປັນທຶນ ຫລື ຫັນຊັພຍາກອນ ໃຫ້ເປັນທຶນ ໃນທາງທີ່ຜິດ ແລະເປັນການສວຍໂອກາດອີກ.