ລາວຕ້ອງການທີ່ປຶກສາ ສ້າງເຂື່ອນ

ມະນີຈັນ
2015.08.03
F-Lao-dams ແຜນທີ່ ຂອງເຂື່ອນ ທັງໝົດ ໃນລາວ
Mekong River Commission

ຂ່າວ ຈາກ ນະຄອນ ຫຼວງວຽງຈັນ ຣາຍງານ ວ່າ, ໃນ ເດືອນ ກຸມພາ ທີ່ ຜ່ານມາ ກະຊວງ ພລັງງານ ແລະ ບໍ່ແຮ່ ຂອງລາວ, ໄດ້ຮັບ ການ ຊ່ວຍເຫລືອ ທາງດ້ານ ເທັກນິກ ຈາກ ທະນາຄານ ໂລກ, ເພື່ອ ທີ່ ຈະສາມາດ ຈ້າງ ທີ່ປຶກສາ ມາໃຫ້ຄໍາ ແນະນໍາ ທົບທວນ ເບິ່ງ ຕລາດ ພລັງງານ ຣະບຽບການ ແລະ ແນະນໍາ ທາງເລືອກ ເພື່ອການ ປະຕິຮູບ ຂແນງການ ພລັງງານ ຂອງຕົນ.

ບໍຣິສັດ ການເງິນ ຣະຫວ່າງ ປະເທດ ຂອງ ທະນາຄານ ໂລກ ກໍາລັງ ຊ່ວຍ ຝຶກແອບ ຜູ້ ຄວບຄຸມ ເຂື່ອນ ໄຟຟ້າ ທີ່ໃຫຽ່ ທີ່ສຸດ ຂອງ ລາວ, ຄື ບໍຣິສັດ ຣັຖວິສາຫະກິດ ໄຟຟ້າ ລາວ EDL ເພື່ອ ປັບປຸງ ເຣື່ອງການ ຈັດການ ກັບ ຄວາມສ່ຽງ ທາງດ້ານ ສະພາບ ແວດລ້ອມ ແລະ ສັງຄົມ ໃຫ້ ດີຂຶ້ນ ຕື່ມ ອີກ. ບໍຣິສັດ Mega First ຂອງ ມາເລເຊັຽ ໄດ້ ລົງນາມ ໃນ ຂໍ້ຕົກລົງ ກັບ EDL ເມື່ອ ເດືອນ ມິນາ ຜ່ານມາ ເພື່ອ ພັທນາ ໂຄງການ ເຂື່ອນ ດອນສະໂຮງ ຂນາດ 240 ຫາ 360 ແມັກກາວັດ.

ປັຈຈຸບັນ ກະຊວງ ພລັງງານ ແລະ ບໍ່ແຮ່ ຂອງລາວ ສແວງຫາ ທີ່ ປຶກສາ ເພື່ອ ໃຫ້ ບໍຣິສັດ ພລັງງານ ເອກຣາດ IPP ຄຸ້ມຄອງ ກວດກາ ແລະ ດໍາເນີນ ນະໂຍບາຍ ກ່ຽວກັບ ການພັທນາ ພລັງງານ ແບບ ຍືນຍົງ ຢູ່ ປະເທດ ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.