ແຜນຄົມມະນາຄົມ ຂອງ ຈີນ
2015.06.24
ທ່ານ Jeffrey Pfeffer ໃຫ້ ສັມພາດ ຕໍ່ ອົງການ ຂ່າວ ຊິນຮົວ, ທີ່ ຣາຍງານ ໃນ ວັນທີ 23 ມິຖຸນາ ນີ້ວ່າ, ໂຄງການ ສ້າງ ຣະບົບ ຄົມມະນາຄົມ ຂົນສົ່ງ ຂອງ ທາງການ ຈີນ, ຈະ ເປັນການ ຊ່ວຍ ເຮັດໃຫ້ ມີການ ພັທນາ ທາງ ເສຖກິດ ໃນ ສປປ ລາວ ຫລາຍຂຶ້ນ, ໃນ ຂັ້ນຕໍ່ໄປ ເຖິງຂັ້ນ ທີ່ວ່າ, ຈະ ເຮັດໃຫ້ ລາວ ທີ່ ບໍ່ມີ ທາງອອກ ສູ່ ທະເລ ກາຍເປັນ ປະເທດ ເຊື່ອມຕໍ່ ກັບ ປະເທດ ເພື່ອນບ້ານ ດ້ານ ການ ຂົນສົ່ງ ທາງບົກ ໃນ ອະນາຄົດ.
ທ່ານ ລັຕຕະນາມະນີ ຂຸນນິວົງ ຮອງ ຣັຖມົນຕຣີ ກົມໂຍທາ ແລະ ຂົນສົ່ງ ພ້ອມກັບ ເປັນ ຫົວໜ້າ ຄນະ ຝ່າຍລາວ ເພື່ອ ປະຕິບັດ ວຽກງານ ກັບ ໂຄງການ ສ້າງ ທາງ ຣົຖໄຟ ຮ່ວມກັບ ຣັຖບານ ຈີນ ກໍ ເປິດເຜີຍ ຕໍ່ ສື່ມວນຊົນ ວ່າ, ໂຄງຮ່າງ ພື້ນຖານ ດ້ານ ການ ຂົນສົ່ງ ຂອງ ທາງການ ລາວ, ຊຶ່ງ ຮວມທັງ ຖນົນ ຫົນທາງ ການ ຂົນສົ່ງ ທາງນ້ຳ, ແລະ ທາງ ອາກາດ ນັ້ນ ຖືວ່າ ຍັງ ລ້າຫລັງ ທຽບໃສ່ ປະເທດ ເພື່ອນບ້ານ ທີ່ ຈະຕ້ອງໄດ້ ແກ້ໄຂ ໃຫ້ໄດ້.
ທ່ານ ລັຕຕະນາມະນີ ກ່າວ ເພີ້ມວ່າ, ການ ພັທນາ ໂຄງຮ່າງ ພື້ນຖານ ດ້ານ ຄົມມະນາຄົມ ຂົນສົ່ງ ເປັນ ສິ່ງສຳຄັນ, ເພື່ອ ປູ ພື້ນຖານ ດ້ານ ອຸດສາຫະກັມ ທີ່ ທັນສໄມ ເພື່ອ ຊ່ວຍ ເຮັດໃຫ້ ປະເທດ ລາວ ຫລຸດພົ້ນ ອອກ ຈາກ ບັນຊີ ຣາຍຊື່ ປະເທດ ກໍາລັງ ພັທນາ ປະເທດ ນຶ່ງ ໃຫ້ໄດ້, ພາຍໃນ ປີ 2020. ດັ່ງ ທີ່ ທາງ ຣັຖບານ ລາວ ໄດ້ ປະກາດ ໄວ້ນັ້ນ.
ເຖິງຢ່າງໃດ ກໍດີ, ທາງການ ລາວ ແລະ ຈີນ, ໄດ້ ຕົກລົງກັນ ໃນ ປີ ຜ່ານມາ ເພື່ອ ຈະເລັ່ງ ໃຫ້ມີ ການປະຊຸມ ພິຈາຣະນາ ດ້ານການ ຮ່ວມມື ເພື່ອ ສ້າງ ທາງຣົຖໄຟ ຈາກ ແຂວງ ຢູນນານ ລົງມາ ຫາ ນະຄອນ ຫລວງ ວຽງຈັນ ເພື່ອ ເຊື່ອມຕໍ່ ກັບ ຣະບົບ ທາງ ຣົຖໄຟ ທີ່ ແຂວງ ໜອງຄາຍ ຂອງໄທ.