ຊາວບ້ານຜູ້ເສັຽດິນ ຄອງຖ້າ ຄ່າຊົດເຊີຍ
2018.02.26

ຈົນມາເຖິງ ປັດຈຸບັນ ບໍຣິສັດ Macau Legend Development ຊຶ່ງເປັນເຈົ້າຂອງກາຊີໂນ ສວັນ-ເລເຈິນ ຢູ່ບ້ານໜອງ, ເມືອງໄກສອນ ພົມວິຫານ, ແຂວງສວັນນະເຂດ ຍັງບໍ່ຈ່າຍຄ່າຊົດເຊີຍ ທີ່ດິນ ໃຫ້ຊາວບ້ານ 40 ຄອບຄົວ ເຖິງແມ່ນວ່າ ທາງກາຊີໂນ ໄດ້ປັກຫລັກໝາຍ ກວມເອົາດິນນາ ຂອງປະຊາຊົນ ໄປຫຼາຍເຮັກຕາຣແລ້ວ ແລະ ທັງຫ້າມຊາວບ້ານ ບໍ່ໃຫ້ປູກເຂົ້າ.
ເມື່ອ 2 ມື້ຜ່ານມານີ້, ທາງບໍຣິສັດ ກໍໄດ້ມາເອົາຂໍ້ມູນ ນໍາຜູ້ຖືກຜົລກະທົບຕື່ມອີກ, ດັ່ງເຈົ້າໜ້າທີ່ ເມືອງໄກສອນ ນາງນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 23 ກຸມພາ ນີ້ວ່າ:
"30-40 ຄອບຄົວນີ້ແຫລະ ເສັຽດິນຫລາຍຫັ້ນແຫລະ ຜູ້ 2 ເຮັກຕາຣ, ຜູ້ 3 ເຮັກຕາຣ ກະມີ, ຜູ້ໜ້ອຍຜູ້ຫລາຍ ຫັ້ນແຫລະ 2 ມື້ນີ້ ເພີ່ນກະລົງມາ ເອົາຂໍ້ມູນເນາະ ລົງມາເອົາ ຂໍ້ມູນນໍາ ພໍ່ແມ່ປະຊາຊົນ ເພີ່ນສິເອົາ ຂໍ້ມູນໂຕນີ້ ໄປສັງລວມ ຕີຣາຄາວ່າ ໃນແຕ່ລະ ຄອບຄົວ ເພີ່ນສິ ໃຫ້ຊໍ່າໃດ ກະຍັງບໍ່ຮູ້ນໍາເພິ່ນ."
ນາງເວົ້າວ່າ ຕາມຂໍ້ມູນເບື້ອງຕົ້ນ ແຕ່ລະຄອບຄົວ ຕີຣາຄາດິນ ເອົາຄ່າຊົດເຊີຍ ນໍາບໍຣິສັດບໍ່ເທົ່າກັນ, ບາງຄອບຄົວເອົາ 700 ບາດ ຕໍ່ແມັດມົນທົນ, ບາງຄອບຄົວເອົາ 500 ບາດ ແລະ ບາງຄອບຄົວເອົາ 100 ບາດ. ແຕ່ຍັງ ບໍ່ຮູ້ວ່າ ຄ່າຊົດເຊີຍ ທີ່ວ່ານັ້ນ ທາງບໍຣິສັດ ຈະໃຫ້ເທົ່າໃດກັນແທ້.
ນາງເວົ້າຕື່ມວ່າ ທາງຄາຊີໂນ ມີແຜນທີ່ ຈະຂຍາຍເນື້ອທີ່ ໄປກວມເອົາດິນ ຂອງປະຊາຊົນ ແລະ ດິນຂອງບ້ານໜອງເດີ່ນ ອອກໄປທາງ ສວັນພາກ (Park) ນັ້ນຕື່ມອີກ ແຕ່ຍັງບໍ່ຮູ້ວ່າຈະກວມເອົາຈັກ ເຮັກຕາຣ ກັນແທ້. ກ່ອນໜ້ານີ້ ອໍານາດການປົກຄອງ ບ້ານ ບໍ່ຍອມໃຫ້ ດິນ ບ່ອນທີ່ຫ້ອງການບ້ານ ນັ້ນຕັ້ງຢູ່.
ບໍຣິສັດ Macau Legend Development ສັມປະທານ ກາຊີໂນ ດັ່ງກ່າວ ຕໍ່ຈາກບໍຣິສັດ Sanum ທີ່ເປັນເຈົ້າຂອງເກົ່າ ແລະໄດ້ປ່ຽນຊື່ ກາຊີໂນ ສວັນ-ເວກາສ ເປັນກາຊີໂນ ສວັນ-ເລເຈິນ ນັບຕັ້ງແຕ່ ປີ 2016 ມາ. ຕາມຣາຍງານ ຂອງເຈົ້າໜ້າທີ່ທ້ອງຖິ່ນ, ນັບຕັ້ງແຕ່ ກາຊີໂນ ແຫ່ງນີ້ ໄດ້ປ່ຽນເຈົ້າຂອງໃໝ່ ປາກົດວ່າ ມີນັກຫລິ້ນການພະນັນ ມາໜ້ອຍລົງ ໃນຂນະທີ່ ທາງບໍຣິສັດ ນີ້ຍັງມີແຜນຂຍາຍ ດ້ວຍການສ້າງ ສນາມກ໊ອຟ ແລະ ການບໍຣິການອື່ນໆ ເພື່ອດຶງດູດ ນັກຫລິ້ນການພະນັນ ຈາກຕ່າງປະເທສ ຕື່ມອີກ.