ທາງການວ່າດາວທຽມໃຊ້ ໄດ້ຜົນ
2016.01.15
ທາງການລາວ ມີຄວາມ ພໍໃຈ ໃນຜົລຂອງ ການທົດລອງ ໃຊ້ ດາວທຽມ LAO SAT-1 ການ ສົ່ງສັນຍານ ວິທຍຸ ໂທຣະພາບ ແລະ ໂທລະຄົມ ມະນາຄົມ ພາຍໃນ ປະເທດ ຫລັງຈາກ ບໍຣິສັດ ຂອງຈີນ ໄດ້ ສົ່ງດາວທຽມ ໜ່ວຍດັ່ງກ່າວ ຂຶ້ນສູ່ ສູນຍາກາດ ໃນ ວັນທີ 21 ພືສຈິກາ 2015. ດຣ. ພູຫຼວງ ການໍລາດ ຫົວຫນ້າ ໂຄງການ ດາວທຽມລາວ ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 14 ມົກກະຣາ ນີ້ວ່າ:
"ໄປໄດ້ດີ ເປັນ ຣະບົບດີ ມີ ວິທຍຸ ໂທຣະພາບ ນຳ ທຸກໆຣະບົບ ຂອງ ດາວທຽມ ທຳງານ ເປັນ ປົກກະຕິ ດີ ບໍມີບັນຫາ ຫຍັງ ໃຊ້ການ ໄດ້ດີຄືກັນ ແຕ່ວ່າດຽວນີ້ ຍັງບໍ່ທັນ ຫມົດລະຍະ ທົດລອງ ໄທເຮົາເນາະ".
ສື່ມວນຊົນ ລາວ ຣາຍງານວ່າ ໃນ ປັດຈຸບັນ ມີຫຼາຍ ປະເທດ ຢາກ ເຊົ່າສັນຍານ ດາວທຽມລາວ ເປັນຕົ້ນ ກຳພູຊາ ແລະ ພະມ້າ ຮ່ວມດ້ວຍ ໂທຣະພາບ ແຫ່ງຊາດ ລາວ ກໍເວົ້າວ່າ ຈະປ່ຽນມາໃຊ້ ສັນຍານ ຈາກ LAO SAT1 ຫລັງຈາກ ຫມົດສັນຍາ ກັບ ດາວທຽມ ທີ່ໃຊ້ຢູ່ ໃນ ປັດຈຸບັນ. ເຈົ້າຫນ້າທີ່ ກະຊວງ ໄປສະນີ ໂທລະຄົມ ມະນາຄົມ ແລະ ສື່ສານ ສປປລາວ ເວົ້າວ່າ ຄ່າເຊົ່າ ຊ່ອງ ສັນຍາ LAO SAT1 ຈະຖືກກວ່າ ດາວທຽມ ຂອງ ປະເທດ ອື່ນ.
LAO SAT1 ເປັນດາວທຽມ ໜ່ວຍທຳອິດ ຂອງລາວ ທີ່ ຊື້ຈາກ ຈີນ ໃນຣາຄາ 258 ລ້ານ ໂດລາ ດຳເນີນການ ໂດຍ ບໍຣິສັດ ຮ່ວມທຶນ ຣະຫວ່າງ ຣັຖບານລາວ ກັບ ເອກກະຊົນ ຈີນ ໂດຍມີກຳນົດ ໃຊ້ງານ ປະມານ 15 ປີ.
ທາງການລາວ ໄດ້ເລັ່ງລັດ ຫາເງິນ ມາໃຊ້ຫນີ້ ຈີນ ພ້ອມດອກເບັ້ຽ ຕົກເປັນເງິນ ປະມານ 341 ລ້ານ ໂດລາ ໃຫ້ຫມົດ ພາຍໃນ ປີ 2033.