ບ່ອນຢູ່ຊົ່ວຄາວຈຸດທີ 1 ໃກ້ ສໍາເຣັດ
2018.08.21
ການສ້າງທີ່ພັກຊົ່ວຄາວ ໃຫ້ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ, ຈຸດທີ 1 ຈໍານວນ 14 ຫລັງ ແລະຫ້ອງນໍ້າ 5 ຫລັງ ຢູ່ເດິ່ນໂຮງຮຽນປະຖົມບ້ານຫາດຍາວ ເມືອງສນາມໄຊ ແຂວງອັດຕະປື ໄດ້ແລ້ວປະມານ 65%, ຍັງເຫລືອ ວຽກປູພື້ນ, ແອ້ມຝາ, ໃສ່ປະຕູແລະເພດານ. ຄາດວ່າໝົດເດືອນສິງຫາ ນີ້ກໍຈະສ້າງແລ້ວ. ດັ່ງຫົວໜ້າໂຄງການ ກໍ່ສ້າງເຮືອນພັກຊົ່ວຄາວ ເມືອງສນາມໄຊ ກ່າວຕໍ່ ວິທຍຸເອເຊັຍເສີ ໃນມື້ວັນທີ 21 ສິງຫາ ນີ້ວ່າ:
"ດຽວນີ້ການກໍ່ສ້າງເຮືອນພັກຊົ່ວຄາວເຮົາທັງໝົດ ມັນມີ 14 ຫລັງນໍ ອາຄານມີ 14 ຫລັງ ແລະຫ້ອງນໍ້າ 5 ຫລັງ ຄວາມຄືບໜ້ານີ້ ປະມານ 65% ເພາະວ່າວຽກທີ່ເຮົາຍັງຄ້າງຢູ່ ມີແຕ່ປູພື້ນ ແລ້ວກໍແອ້ມຝານໍ ແລ້ວກໍໃສ່ປະຕູ, ເພດານ ກາຍນັ້ນຖືວ່າໂຄງສ້າງ ຕ່າງໆອັນໃຫຍ່ໆຖືວ່າ ເຮົາແລ້ວ ຄາດວ່າໝົດເດືອນນີ້ ໝົດເດືອນແປດ ໃຫ້ໄດ້ເຂົ້າມາຢູ່,"
ທ່ານກ່າວຕື່ມວ່າ ເຮືອນພັກຊົ່ວຄາມຢູ່ຈຸດທີ 1 ນີ້ມີທັງໝົດ 140 ຫ້ອງ, ສາມາດຢູ່ໄດ້ປະມານ 500 ຄົນ. ສໍາລັບຄອບຄົວໃຫຍ່ຫລາຍຄົນ ກໍຈະໃຫ້ຢູ່ 2 ຫ້ອງ, ສໍາລັບປະຊາຊົນ 3 ບ້ານ ຄື; ບ້ານໃໝ່, ບ້ານທ່າຫິນ ແລະຄຸ້ມບ້ານທ່າແທ ທີ່ໄດ້ຮັບ ຜົລກະທົບໜັກ. ນອກຈາກຈຸດທີ 1 ນີ້ແລ້ວ ກໍກຽມທີ່ຈະກໍ່ສ້າງທີ່ພັກຊົ່ວຄາວ ຕື່ມອີກ 4 ຈຸດ ຄືຢູ່ ບ້ານດົງບາກ, ຄຸ້ມບ້ານດອນບົກ, ບ້ານຕາມະຫຍອດ ແລະ ຢູ່ບ້ານປິນດົງ ຊຶ່ງຂນະນີ້ ຢູ່ໃນຣະຫວ່າງຖາງປ່າ, ອະນາມັຍ ພື້ນທີ່ ແລະຈະເລີ້ມສ້າງໃນມໍ່ໆນີ້.
ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ນໍ້າຖ້ວມໜັກ, ປະຊາຊົນ 13 ບ້ານ - 13,000 ປາຍຄົນໄດ້ຮັບ ຜົລກະທົບ ຊຶ່ງໃນນັ້ນມີ 6 ບ້ານ, ເຮືອນຂອງປະຊາຊົນຫຼາຍກວ່າ 3 ພັນຫຼັງເພພັງ ເສັຍຫາຍໝົດ ຮວມທັງບ້ານໃໝ່, ບ້ານທ່າຫິນ, ບ້ານທ່າແສງຈັນ ແລະ ບ້ານປິນດົງ.
ທາງການລາວເວົ້າວ່າ ປະຊາຊົນທີ່ໄດ້ຮັບຜົລກະທົບປະມານ 3 ພັນຄົນ ອາຈໄດ້ຢູ່ເຮືອນພັກຊົ່ວຄາວ ປະມານ 3-4 ປີ ໃນທັງໝົດ 5 ຈຸດ ຈົນກວ່າທາງການ ຈະຫາພື້ນທີ່ເພື່ອສ້າງບ້ານຖາວອນ ໃຫ້ແລ້ວ. ສໍາລັບປະຊາຊົນຢູ່ບ້ານອື່ນໆ ທີ່ເຮືອນບໍ່ເສັຍຫາຍໜັກ ຫລາຍນັ້ນ ທາງການກໍຈະອະນຸຍາດ ໃຫ້ໄປອະນາມັຍ ແຕ່ກໍຍັງລໍຖ້າເບິ່ງ ສະພາບຕົວຈິງວ່າ ຈະສາມາດເຂົ້າຢູ່ໄດ້ ຫລືບໍ່ ຍ້ອນຍັງກັງວົນ ນໍາເຣຶ່ອງ ພຍາດຣະບາດ.