ຊາວອົພຍົບບໍ່ຢາກຍ້າຍ ໄປບ້ານ ຈັດສັນ

ໄຊຍາ
2018.11.06
ຄຸ້ມບ້ານຈັດສັນໃໝ່ ສໍາລັບປະຊາຊົນ ເມືອງສນາມໄຊ ທີ່ ສູນເສັຽບ້ານເຮືອນ ຍ້ອນເຂື່ອນເຊປຽນແຕກ
RFA/TP

ຊາວບ້ານຜູ້ປະສົພພັຍຈາກ ເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື ຈຳນວນນຶ່ງບໍ່ຕ້ອງການຍ້າຍໄປຢູ່ບ້ານ ຖາວອນໃນເຂດທີ່ທາງການ ຈັດສັນໃຫ້ ຍ້ອນເຂດດັ່ງກ່າວພື້ນທີ່ດິນ ບໍ່ສາມາດປູກຝັງໄດ້ ແລະຢູ່ໄກຈາກບ້ານເກົ່າ ເຖິງ 30 ກິໂລແມັດ; ດັ່ງເຈົ້າໜ້າທີ່ຫ້ອງການປົກຄອງ ເມືອງສນາມໄຊ ແຂວງອັດຕະປື ຜູ້ບໍ່ປະສົງອອກຊື່ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 06 ພຶສຈິກາ ນິ້ວ່າ:

"ປະຊາຊົນສ່ວນນຶ່ງບ້ານທ່າແສງຈັນເຂົາບໍ່ຢາກຍ້າຍ ບ່ອນຖາວອນເຂົາຢາກຍ້າຍໄປຢູ່ແຖວຫ້ວຍຊອຍ ແຖວປີ່ນດົງເດ້ ເຂົາບໍ່ຢາກຍ້າຍໄປ ຢູ່ບ້ານດົກ ເພາະວ່າໄກຈາກບ້ານເຕີບຫ້ັນແຫລະ ມັນເປັນບ່ອນທີ່ຫາກິນຍາກ ການຊອກຫາກິນມັນຍາກ ດິນສວນ ເຮັດເປັນສວນກໍບໍ່ມີ ມັນບໍ່ໄດ້ມໍ່ນໍ້າເດ ບໍ່ມີນໍ້າ."

ທ່ານກ່າວຕື່ມວ່າພື້ນທີ່ທາງການຈັດສັນໃຫ້ ເປັນບ້ານເຮືອນຖາວອນ ຂອງຜູ້ປະສົພພັຍນັ້ນ ຕັ້ງຢູ່ຣະວ່າງເຂດປ່າດົກ ຂອງບ້ານດົກ ແລະ ເຂດປ່າດົງບາກ ບ້ານຫາດຍາວ ໂດຍຈຸດດັ່ງກ່າວແມ່ນເຂດພື້ນທີ່ຫ່າງໄກ ຈາກເຂື່ອນ ແລະ ເປັນເນື້ອທີ່ດິນທີ່ຣັຖ ຍັງບໍ່ໄດ້ໃຊ້ປະໂຫຍດ ຫຍັງເທື່ອ.

ຕໍ່ບັນຫາດັ່ງກ່າວປັດຈຸບັນທາງການ ແລະຊາວບ້ານຍັງໄດ້ປະຊຸມກັນຢູ່ ຍັງບໍ່ທັນໄດ້ຜົລສລຸບອອກມາເທື່ອ ແຕ່ທາງການກ່າວວ່າ ກໍອາດຈະ ຕ້ອງໄດ້ຍ້າຍ ເຖິງວ່າຈະບໍ່ເຫັນດີກໍຕາມ ຍ້ອນວ່າຫາງສຽງສ່ວນຫລາຍ ຂອງຜູ້ປະສົພພັຍເຫັນດີ ກັບການຍ້າຍ ໄປຢູ່ບ່ອນດັ່ງກ່າວ.

"ບ້ານທ່າຫີນ ຫີນລາດ ສະມໍໄຊ ບ້ານໃໝ່ ທີ່ຖືກຜົລກະທົບແຮງ ຫັ້ນນ່າ ປະຊາຊົນສ່ວນນຶ່ງ ເຂົາຍ້າຍແລ້ວເຂົາຍ້າຍ ຈາກໂຮງຮຽນໄປຢູ່ ອັນນັ້ນແລ້ວ ປ່າດົງບາກ ປະຊາຊົນໄປຢູ່ແລ້ວເດ້ ສ່ວນນຶ່ງເຂົາສ້າງແລ້ວເປັນຖາວອນ ເຂົາຍີນດີຢູ່ ຂະເຈົ້າເຫັນດີ ບ້ານເດີມຢູ່ບໍ່ໄດ້ແລ້ວ ເຂົາຢາກຍ້າຍບ່ອນຖາວອນຫ້ັນແຫລະ ຢູ່ແບບຖາວອນເຂົາຢາກມີຄວາມໝັ້ນຄົງຫັ້ນນ່າ."

ເຈົ້າໜ້າທີ່ກ່າວຕອນທ້າຍວ່າ ພື້ນທີ່ທາງການຈັດສັນ ເປັນບ່ອນບ້ານຖາວອນ ຜູ້ປະສົພພັຍຈາກເຫດເຂື່ອນແຕກນັ້ນ ມີຂນາດ 200 ເຮັກຕ້າ ຫລື 1,200ໄຮ່ ສາມາດຮອງຮັບປະຊາຊົນໄດ້ຫລາຍກວ່າ 1000 ຄອບຄົວ ບ່ອນດັ່ງກ່າວ ປັດຈຸບັນ ປະຊາຊົນ ເຣີ່ມຍ້າຍເຂົ້າໄປຢູ່ແລ້ວ ຫລັງຈາກທາງການສ້າງເຮືອນຖາວອນ ຈຳນວນນຶ່ງສຳເຣັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.