ຣາຄາເຂົ້າຕົກຕ່ຳໃນລາວ ການ ຜລິດ ກໍໜ້ອຍລົງ

ທົ່ງນາປູກເຂົ້າ ກໍາລັງຂຽວງາມ ໃນແຂວງໃຊຍະບູຣີ
ທົ່ງນາປູກເຂົ້າ ກໍາລັງຂຽວງາມ ໃນແຂວງໃຊຍະບູຣີ (Mek/fb)

ປັດຈຸບັນ ຄ່າໃຊ້ຈ່າຍ ໃນການ ເຮັດນາ ໃນລາວ ສູງຂື້ນ ຍ້ອນຄ່າ ແຮງງານ ແລະ ຄ່າຝຸ່ນ ປຸ໊ຍ ແພງຂຶ້ນ ຣາຄາເຂົ້າ ກັບ ຕົກຕ່ຳ ອາດເຮັດໃຫ້ ການຜລິດ ເຂົ້າ ໃນປີນີ້ ພາດ ເປົ້າໝາຍ ທີ່ວາງໃວ້. ດັ່ງ ເຈົ້າຫນ້າທີ່ ກະສິກັມ ແລະ ປ່າໄມ້ ລາວ ເວົ້າວ່າ:

"ປະຊາຊົນ ເຮັດໄປ ແລ້ວ ມັນກໍສ່ຽງ ຕົ້ນທຶນ ມັນສູງ ວ່າຊັ້ນເນາະ ປົກກະຕິ ພວກເຮົາ ເຄີຍຈ້າງ ແຕ່ 30 ພັນ ຍົກຕົວຢ່າງ ນະຫະ ມາຕົກຊ່ວງ ນັ້ນ ມາຈ້າງກັນ ຮອດ 50 ຫາ 60 ພັນ ເພາະວ່າ ແຮງງານ ທ້ອງຖີ່ນ ເຂົາເອີ້ນວ່າ ແຮງງານ ຕາມ ຂອບເຂດ ຕາມ ແຕ່ລະຈຸດ ແຕ່ລະບ່ອນ ມັນຊີ່ບໍ່ ເອກກະພາບ ກັນ ນະ".

ທ່ານກ່າວ ຕຶ່ມວ່າ ຄ່າຈ້າງ ເຮັດນາ ໃນປີນີ້ ຕົກຢູ່ ປະມານ 50 ຫາ 60 ພັນ ກີບ ຕໍ່ມື້ ຖືວ່າ ສຸງກວ່າ ແຕ່ກ່ອນ ເກືອບ ສອງຕໍ່ ເຮັດໃຫ້ຄ່າ ໃຊ້ຈ່າຍ ໃນການ ເຮັດນາສູງ ຈົນ ເຮັດໃຫ້ ຊາວນາ ບໍ່ຢາກ ເຮັດນາ ໃນຊ່ວງ ການປູກ ເຂົ້າ ນາແຊງ ທີ່ ຜ່ານມາ ຊາວ ກະສິກອນ ເຮັດນາ ຫນ້ອຍລົງ ແລະ ໃນຍາມ ນາປີ ປີນີ້ ກໍມີແນວ ໂນ້ມວ່າ ອາດປູກ ເຂົ້າ ຫນ້ອຍລົງ ໄປອີກ

ແຕ່ ເຖີງຢ່າງໃດ ກໍຕາມ ທ່ານວ່າ ຊາວນາ ລາວ ອາດຈະຍັງ ເຮັດນາຢູ່ ແຕ່ປາຣິ ມານອາດ ຈະບໍ່ຫລາຍ ຄາດວ່າ ຈະເຮັດພຽງ ແຕ່ກຸ້ມຢູ່ ກຸ້ມກິິນ ພາຍໃນ ຄອບຄົວ ເທົ່ານັ້ນ ແຕ່ຈະບໍ່ ເຫລືອຂາຍ ໃນຂະນະ ດຽວກັນ ອາດຈະຫັນໄປ ປູກພືດ ຊນີດອື່ນ ເພື່ອສ້າງລາຍ ໄດ້ແທນ ການປູກເຂົ້າ.

ປັດຈຸບັນ ຣາຄາ ເຂົ້າສານໃນ ທ້ອງຕລາດ ໃນລາວ ກໍຫລຸດລົງ ຕົວຢ່າງ ເຂົ້າຈ້າວ ຕົກຢູ່ ກິໂລລະ 1500 ຫາ 2000 ກີບ ເຂົ້າຫນຽວ ຕົກຢູ່ ກິໂລລະ 2500 ກີບ ຕ່ຳກວ່ າທີ່ເຄີຍຂາຍ ໃນອະດີດ ຣະຫວ່າງ 500-1000 ກີບຕໍ່ໂລ.