ບັນຊີປະເທດທີ່ໜ້າເຮັດ ທຸຣະກິຈ

ສິດນີ
2017.08.11
f-flag ສປປ ລາວ
Public Domain

ນິຕິຍະສານ Forbes ຂອງ ສtຫະຣັດໄ ດ້ຈັດອັນດັບ ສປປລາວ ຢູ່ໃນຂັ້ນເກືອບຕ່ຳສຸດ ໃນປີ 2017 ໃນບັນດາປະເທດ ທີ່ຫນ້າເຮັດ ທຸຣະກິດ ໃນໂລກ. ປະເທດ ທີ່ອັນດັບຕ່ຳກ່ວາ ສປປລາວ ກໍແມ່ນປະເທດ ເວເນຊູເອລາ ເຢເມັນ ໄຮຕີ ກຳເບັຽ ແຊດ. ປະເທດ ກຳພູຊາ ຢູ່ໃນອັນດັບທີ 123 ຈີນ 102 ວຽດນາມ 98 ໄທ 67 ນີວຊີແລນ ແລະຮົງກົງ ເປັນອັນນື່ງ ໃນບັນດາປະເທດ ທີ່ຫນ້າເຮັດ ທຸຣະກິດ ໃນໂລກ.

ນອກຈາກນັ້ນ ສປປລາວ ຍັງຖືກຈັດຢູ່ໃນອັນດັບຕ່ຳຫລາຍ ທາງດ້ານສິດ ເສຣີພາບ ການຄ້າ ທີ 124, ທາງດ້ານເທaກໂນໂລຈີທີ 120 ທາງດ້ານການຜ່ານ ຫລາຍຂັ້ນຕອນທີ 123 ທາງດ້ານປົກປ້ອງສິດທິ ນັກລົງທືນທີ 127 ທາງດ້ານ ສໍ້ຣາສບັງຫລວງ ທີ 127 ສິດທິສ່ວນຕົວ ທີ 128 ແລະ ສຸງສຸດໃນການຕລາດ ທີ 87 ໃນໂລກ.

ສປປລາວຍັງເປັນນື່ງ ໃນບັນດາປະເທດ ທີ່ປົກຄອງດ້ວຍຣະບອບ ຄອມມຸນິສ ພັກໂທນພັກດຽວ ເລີ້ມການເປີດກວ້າງ ທາງດ້ານເສຖກິດ ແລະຊັກຊວນ ໃຫ້ມີທຸຣະກິດ ເອກຊົນ ເທື່ອທຳອິດໃນປີ 1986. ຣະຫວ່າງປີ 1988 ຫາປີ 2008 ການເຕີບໂຕ ທາງດ້ານເສຖກີດໃນລາວ ໂດຍສເຣັ໋ຽປະມານ 6% ຕໍ່ໄປີ ຍົກເວັ້ນໃນຊ່ວງ ເຫດວິກິດ ທາງດ້ານການເງິນ ໃນອາຊຽນ ໃນປີ 1997.

ໃນປັດຈຸບັນການເຕີບໂຕທາງດ້ານເສຖກິດໃນລາວ ໂດຍສະເຣັ໋ຽ ປະມານ 8% ຕໍ່ປີ ແລະກໍເປັນປະເທດທີ່ ມີການເຕີບໂຕ ທາງດ້ານ ເສຖກິດຢ່າງວ່ອງໄວ ປະເທດນື່ງ ໃນອາຊຽນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.