ຫຼາຍແຂວງເກັບຣາຍຮັບ ບໍ່ໄດ້ ຕາມແຜນ
2017.07.24

ຫລາຍແຂວງຢູ່ລາວ ໃນປັດຈຸບັນ ຍັງບໍ່ສາມາດ ເກັບຣາຍຮັບ ຈາກພາສີອາກອນ ໄດ້ຕາມເປົ້າຫມາຍ ທີ່ຣັຖບານໄດ້ວາງໄວ້ຢ່າງນ້ອຍ 100 ຕື້ກີບ ເພາະເປົ້າໝາຍສູງເກີນໄປ. ຕົວຢ່າງຢູ່ແຂວງອຸດົມໄຊ ຄາດວ່າຈະເກັບຣາຍຮັບ ຈາກອາກອນໄດ້ໃນສົກ ງົບປະມານ ປີນີ້ບໍ່ເກີນ 80 ຕື້ກີບ. ດັ່ງເຈົ້າຫນ້າທີ່ ຜແນກການເງິນ ແຂວງອຸດົມໄຊ ທ່ານນຶ່ງກ່າວວ່າ:
"ກົມຊ່ວຍສາອາກອນ ກໍຂຶ້ນກັບການເງິນແຫລະ ມອບຣາຍຮັບໃຫ້ພວກເຮົາ ຈັດເກັບຣາຍຮັບແຂວງ ພວກເຮົານີ້ ສະເພາອາກອນເນາະ ແມ່ນຢູ່ 100 ຕື້ຖ້ວນ ແຕ່ວ່າແຜນຂໍ້ມູນ ທີ່ພວກຈັດເກັບຕົວຈິງ 80 ປາຍຕື້ ຫມົດປີ ພວກເຮົາຄາດວ່າ ສິຈັດເກັບໄດ້ພຽງ 80 ປາຍຕື້ ຖືວ່າສິບໍ່ໄດ້ແຜນ".
ທ່ານກ່າວຕື່ມວ່າ ສາເຫດທີ່ເຮັດໃຫ້ ແຂວງອຸດົມໄຊ ບໍ່ສາມາດເກັບຣາຍຮັບ ໄດ້ຕາມເປົ້າໝາຍ ຂອງຣັຖບານ ຍ້ອນວ່າແຂວງອຸດົມໄຊ ບໍ່ມີ ການລົງທຶນ ເຮັດການຄ້າ ພໍເທົ່າໃດ. ໃນຂນະດຽວກັນ ທີ່ແຂວງສາຣະວັນ ໃນສົກ ງົບປະມານປີນີ້ ກໍຈະເກັບຣາຍຮັບ ໄດ້ພຽງແຕ່ 85 ຕື້ ກີບ. ດັ່ງເຈົ້າຫນ້າທີ່ ຜແນກການເງິນ ແຂວງສາຣະວັນ ທ່ານນຶ່ງກ່າວວ່າ:
"ເພາະວ່າຣາຍຮັບຂອງອາກອນ ມັນມີຫລາຍຮ່ວງ ຄືເອົາຂໍ້ມູນ ທີ່ເຮົາສເນີເບື້ອງຕົ້ນ ມັນກໍບໍ່ເຖິງຂນາດ ທີ່ວ່າເພິ່ນກຳນົດໃຫ້ ຈາກອາກອນ ມອບເໝົາເງິນເດືອນ ແຈ້ງຣັດວິສາຫະກິດ 100 ຕື້ກີບ ຄືສິບໍ່ໄດ້ດອກ ຂອງອາກອນຕັ້ງໄວ້ 85 ຕື້ ເພິ່ນກຳນົດມາໃຫ້ 100 ຕື້".
ທ່ານວ່າ ສາຣະວັນເປັນແຂວງນ້ອຍ ເສຖກິດບໍ່ຂຍາຍຕົວ ຖ້າທຽບໃສ່ ແຂວງຄຳມ່ວນ ແຂວງສວັນນະເຂດ. ຣັຖບານລາວ ຕັ້ງເປົ້າໝາຍ ວ່າຈະເກັບຣາຍຮັບ ຈາກອາກອນໃນທົ່ວປະເທດ ໃຫ້ໄດ້ 23 ພັນຕື້ກີບ ໃນສົກງົບປະມານ ທີ່ຈະສິ້ນສຸດລົງ ໃນວັນທີ 30 ກັນຍາ ປີນີ້. ຣັຖບານໄດ້ຕັ້ງເປົ້າໄວ້ສູງ ຍ້ອນວ່າຣັຖ ຂາດດູນງົບປະມານ ຢ່າງຫຼວງຫຼາຍໃນແຕ່ລະປີ.