ການເກັບພາສີນໍາຄົນລາວ ເຮັດວຽກ ຢູ່ໄທ

ອຸ່ນແກ້ວ ສຸກສະຫວັນ
2016.11.02
f-workers ຊາວລາວໃນ ແຂວງພາກເໜືອ ທີ່ຂ້າມໄປມາ ຣະຫວ່າງ ໄທ-ລາວ
RFA

ປັດຈຸບັນ ເຈົ້າໜ້າທີ່ ທ້ອງຖິ່ນ ບາງແຂວງ ໄດ້ມີການ ເກັບອາກອນ ຣາຍໄດ້ນຳ ປະຊາຊົນ ຜູ້ທີ່ ໄປເຮັດວຽກ ຢູ່ ປະເທດໄທ ໃນມູລຄ່າ 660 ພັນກີບ ຕໍ່ຄົນ ຕໍ່ປີ. ຕາມການເປີດເຜີຍ ຂອງ ເຈົ້າໜ້າທີ່ ແຂວງ ໄຊຍະບູຣີ ຜູ້ທີ່ບໍ່ປະສົງ ອອກຊື່ ຕໍ່ ເອເຊັຽເສຣີ ໃນວັນທີ 1 ພືສຈິກາ ທີ່ ຜ່ານມາ:

"ຄັນຖ້າສ່ວນໃດ ໄປອອກແຮງງານ ຢູ່ຕ່າງປະເທດ ເຂົາຄິດໄລ່ ລາຍໄດ້ ສ່ວນບຸກຄົນ ເຂົາຈະທຽບ ຄືກັນກັບ ພະນັກງານ ທົ່ວໄປນີ້ນະ ຄືກັບ ຂ້າຣັດຊະການ ທົ່ວໄປນີ້ນະ ຜູ້ນຶ່ງ ປີນຶ່ງ ຖືກຢູ່ 660 ພັນກີບ ຄັນຖ້າວ່າ ບໍ່ມີ ເອກກະສານ ຫຍັງ ໄປແບບ ບໍ່ຖືກຕ້ອງ ຫັ້ນແລ້ວ ແມ່ນ ຈະຄູນ 2 ເທົ່າ ທີ່ວ່າ ບໍ່ມີ ເອກກະສານ ອະນຸຍາດ ໄປຫັ້ນນ່າ ຈະຄູນສອງ ເທົ່າ".

ທ່ານ ອະທິບາຍວ່າ ແຂວງ ໄຊຍະບູຣີ ໄດ້ເລີ້ມເກັບ ອາກອນ ມາຕັ້ງແຕ່ ປີ 2014 ແລ້ວ ໂດຍ ອີງໄສ່ ຄຳສັ່ງ ການເກັບ ອາກອນ ຂອງແຂວງ ແລະ ມີຜົນ ບັງຄັບໃຊ້ ກັບ ປະຊາຊົນ 11 ເມືອງ ທົ່ວແຂວງ. ສຳລັບ ຂັ້ນຕອນ ການເກັບນັ້ນ, ນາຍບ້ານ ຈະເປັນ ຜູ້ເກັບກຳ ຂໍ້ມູນ ແລະ ຜແນກການເງິນ ເມືອງ ຈະເປັນ ຜູ້ລົງມາເກັບ ໂດຍ ສົມທົບ ກັບ ອຳນາດ ການປົກຄອງ ບ້ານ.

ການເງິນເກັບ ອາກອນຣາຍໄດ້ ຈະແບ່ງອອກເປັນ ສອງສ່ວນ ຄື ສ່ວນທີ ນຶ່ງ ແມ່ນ 30 ເປີເຊັນ ຈະນຳໄປເປັນ ງົບປະມານ ຂອງ ເຈົ້າໜ້າທີ່ ທ້ອງຖິ່ນ ໃນບ້ານ ຫລື ເມືອງ ສ່ວນ ທີສອງ ແມ່ນ 70 ເປີເຊັນ ຈະນຳເຂົ້າ ງົບປະມານ ສ່ວນກາງ ຂອງ ຣັຖບານ. ສຳລັບ ຜູ້ທີ່ໄປ ເຮັດວຽກ ຢູ່ໄທ ແລ້ວ ການເກັບ ອາກອນ ຣາຍໄດ້ ມັນກໍສົ່ງ ຜົນກະທົບ ຕໍ່ເຂົາເຈົ້າ, ດັ່ງ ກັມມະກອນ ລາວ ຄົນນຶ່ງ ຜູ້ທີ່ເຮັດວຽກ ຢູ່ໄທ ໄດ້ກ່າວຕໍ່ ເອເຊັຽ ເສຣີ ວ່າ:

"ທາງການລາວ ເພິ່ນກັບຄ່າ ເຂົ້າມາໄທ ນີ້ແຫຼະ ມັນກໍເດືອດຮ້ອນ ແຫຼະ ເດືອດຮ້ອນສຸດໆ ເລີຍລະ ແລ້ວ ທາງບ້ານ ກໍຊິ ເດືອດຮ້ອນ ອີກ ມັນຈະບໍ່ພໍ ຈູນເຈືອ ຄອບຄົວ ຫັ້ນນ່າ ຈິງໆ ກໍຢາກຊິໃຫ້ເພິ່ນ ເກັບໜ້ອຍລົງ ເພາະວ່າ ເຫັນໃຈຄົນ ທີ່ເຂົາ ກ່ອນຊິມາ ຫາງານທຳ ຢູ່ໄທ ກໍຄືມັນ ລຳບາກ ຢູ່ບ້ານເຮົາ ຢູ່ແລ້ວເນາະ ພໍເຂົ້າມາໄທ ມັນກໍລໍາບາກ ເພາະວ່າ ເປັນລູກຈ້າງ ເພິ່ນຫັ້ນນ່າ".

ນອກຈາກນີ້ ແຂວງສາຣະວັນ ກໍມີການ ເກັບອາກອນ ນຳຜູ້ທີ່ ໄປເຮັດວຽກ ຢູ່ ປະເທດໄທ ເຊັ່ນດຽວກັນ ໂດຍ ຈະເກັບມູນຄ່າ ດຽວກັນ ກັບ ຢູ່ແຂວງ ໄຊຍະບູຣີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.