ນາຍົກລາວເນັ້ນພັທນາ ຂ.ຫົວພັນ

ອຸ່ນແກ້ວ ສຸກສະຫວັນ
2016.12.27
F-huaphanh ຫີນຕັ້ງ ໃນແຂວງ ຫົວພັນ
RFA

ນາຍົກຣັຖມົນຕຼີ ທ່ານ ທອງລຸນ ສີສຸລິດ ເນັ້ນໃຫ້ມີ ການພັທນາ ໂຄງລ່າງ ພື້ນຖານ ແຂວງຫົວພັນ ຢູ່ໃນກອງປະຊຸມ ຄນະນຳ ແລະ ຄນະປົກຄອງ ແຂວງຫົວພັນ ໃນວັນທີ 22 ທັນວາ ທີ່ຜ່ານມາ. ໃນນັ້ນ ທ່ານ ໄດ້ມີຄຳສັ່ງໃຫ້ ພັທນາຖະໜົນ ຫົນທາງ ທີ່ບໍ່ທັນໄດ້ ມີ ການປັບປຸງ ທີ່ ສົ່ງຜົນກະທົບ ຕໍ່ການທ່ອງທ່ຽວ, ດັ່ງເຈົ້າໜ້າທີ່ ຫ້ອງການແຂວງ ກ່າວກ່າວຕໍ່ ເອເຊັຽເສຣີ ໃນວັນທີ 27 ທັນວາ ວ່າ:

"ອາທິດແລ້ວນີ້ ທ່ານ ທອງລຸນ ກໍມາປະຊຸມຢູ່ ເຮົາຫລັກໆ ພື້ນຖານໂຄງລ່າງ ເລື້ອງເສັ້ນທາງ ນີ້ເນາະ ກໍມີເນັ້ນຫນັກ ເລື້ອງ ການພັທນາ ເສັ້ນທາງ ເປັນແຜນການ ຍາວນານ 5 ປີ 10 ປີ ນີ້ປະມານ ນັ້ນ ຄືວ່າການພັທນາ ຖ້າຈະທຽບໃສ່ ແຂວງຫຼວງພຣະບາງບໍ່ ແຂວງຫຍັງ ກໍຖືວ່າ ຍັງໜ້ອຍກວ່າ ຂະເຈົ້າ ເພາະວ່າ ເຮົາພັທນາ ກໍບໍ່ປານໃດ ຫັ້ນນ່າ".

ທ່ານກ່າວອີກວ່າ ແຜນການປັບປຸງ ເສັ້ນທາງ ລະຍະ 5 ປີ ແລະ 10 ປີ ຈະເລີ້ມປັບ ຕັ້ງແຕ່ ເສັ້ນທາງ ຈາກຕົວ ເມືອງຊຳເໜືອ ໄປ ເມືອງວຽງໄຊ ແລະ ເສັ້ນທາງ ຈາກ ເມືອງວຽງໄຊ ໄປດ່ານ ບ້ານນ້ຳສວຍ-ນາແມວ ພ້ອມກັນນີ້ ກໍຈະມີການ ປ່ຽນເສັ້ນທາງ ຂາເຂົ້າ -ຂາອອກ ຣະຫວ່າງ ແຂວງຫົວພັນ ກັບ ແຂວງຊຽງຂວາງ ແລະ ແຂວງຫົວພັນ ກັບ ແຂວງຫຼວງພຣະບາງ.

ແຂວງຫົວພັນ ເປັນແຂວງທີ່ມີສະຖານທີ່ ທ່ອງທ່ຽວ ໂດຍສະເພາະ ຖ້ຳ ທ່ານຜູ້ນຳ ຢູ່ ເມືອງວຽງໄຊ, ອຸທະຍານຫີນຕັ້ງ, ບໍ່ນ້ຳຮ້ອນ ແລະ ເຂດທ່ອງທ່ຽວ ປ່າສງວນ  ນ້ຳແອດ-ພູເລີຍ ແຕ່ນັກທ່ອງທ່ຽວ ຍັງບໍ່ຫຼາຍ ຍ້ອນວ່າ ເສັ້ນທາງ ຍັງບໍ່ສະດວກ, ດັ່ງທ່ານ ກ່າວວ່າ:

"ສິ່ງອຳນວຍຄວາມສະດວກ ແຂວງເຮົາ ແຫລ່ງທ່ອງທ່ຽວ ມັນມີຫຼາຍ ແຕ່ມັນຍາກນຳແຕ່ ເສັ້ນທາງ ມັນຍັງມີ ຄາມຫຍຸ້ງຍາກ ດັ່ງນັ້ນ ເຮັດໃຫ້ມີ ອຸປສັກ ແກ່ນັກ ທ່ອງທ່ຽວ ທີ່ບໍ່ຢາກ ເຂົ້າມາ ຫຼາຍປານໃດເນາະ ບໍ່ຢາກມາ ກໍຍ້ອນເສັ້ນທາງ ນີ້ເນາະ".

ນອກຈາກນີ້ ທ່ານ ທອງລຸນ ຍັງໄດ້ກ່າວ ເນັ້ນວ່າ ໃຫ້ທາງການ ແຂວງຫົວພັນ ເອົາໃຈໃສ່ ເລື້ອງການພັທນາ ດ້ານອື່ນໆ ເປັນຕົ້ນແມ່ນ ການປູກຝັງ ການລ້ຽງສັດ ແລະ ຫັດຖະກັມ ໃຫ້ດີຂຶ້ນ ແລະ ໃຫ້ແຂວງຫົວພັນ ເຄັ່ງຄັດແກ້ໄຂ ປະກົດການຫຍໍ້ທໍ້ ໃນສັງຄົມ ຕ້ານ ການ ຟູມເຟືອຍ ແລະ ເບີກຈ່າຍ ເງິນເດືອນ ໃຫ້ ທັນເວລາ ອີງຕາມ ການບອກເລົ່າ ຂອງ ເຈົ້າໜ້າທີ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.