ທາງການພ້ອມຈະຈ່າຍ ຄ່າຊົດເຊີຍ ທາງຣົດໄຟ

ສຸພັດຕາ
2018.02.28
f-railway ການກໍ່ສ້າງຂົວ ຂ້າມນໍ້າຂອງ ສໍາລັບທາງຣົດໄຟ ຣະຫວ່າງເມືອງຫຼວງພຣະບາງ ຫາ ເມືອງຈອມເພັດ (ຮູປຖ່າຍເດືອນຕຸລາ 2017)
RFA/AS

ທາງການລາວ ໄດ້ຈັດກອງປະຊຸມປຶກສາຫາລື ດ້ານວິຊາການ ກ່ຽວກັບການຊຳລະ ແລະຊົດເຊີຍສິ່ງກີດຂວາງ ຂອງປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກໂຄງການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ທີ່ໄດ້ຈັດຂຶ້ນ ໃນວັນທີ 22 ເດືອນ ກຸມພາ ປິ 2018, ທີ່ແຂວງຫລວງພຣະບາງ ພ້ອມຢືນຢັນວ່າ ຈະຊົດເຊີຍຄ່າເສັຽຫາຍ ທັງທີ່ເປັນທີ່ດິນ ແລະ ສິ່ງປຸກສ້າງ ໃຫ້ແກ່ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກໂຄງການ ດັ່ງກ່າວ ຕາມ 5 ລຳດັບ ບູຣິມະສິທ.

ໃນຂນະດຽວກັນ, ຊາວລາວທ່ານນຶ່ງ ໃນເຂດເມືອງໄຊທານີ ທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ນີ້ ກໍໄດ້ກ່າວຕໍ່ ຜູ້ສື່ຂ່າວເອເຊັຽເສຣີ ໃນວັນທີ 27 ກຸມພາ 2018 ນີ້ວ່າ ຊາວບ້ານຫຼາຍຄົນ ຮວມທັງທ່ານເອງ ກໍຍັງບໍ່ໄດ້ຮັບການ ຕິດຕໍ່ໃດໆເລີຍ ຈາກ ພາກສ່ວນກ່ຽວຂ້ອງ ໃນເຣື້ອງການຊົດເຊີຍ, ແຕ່ເມື່ອບໍ່ດົນ ກ່ອນໜ້ານີ້ ກໍໄດ້ຮັບແຈ້ງ ໃນເບື້ອງຕົ້ນວ່າ ຖ້າເພິ່ນໃຫ້ເງິນຊົດເຊີຍ ແລ້ວແມ່ນ ຕ້ອງຍ້າຍອອກ ພາຍໃນ 6 ເດືອນ.

“ຄັນເອົາເງິນໃຫ້ແລ້ວ ໝາຍຄວາມວ່າ 6 ເດືອນ ເພິ່ນຈັ່ງຄ່ອຍຊິໃຫ້ ໃຫ້ເຈົ້າເອົາໂຍກຍ້າຍ ໃຫ້ໜີມ້າງເພໄປເລີຍນ່າ ຊິຢູ່ໃສມາໃສ, ຫັ້ນນ່າ. ທໍ່ນັ້ນ ຮູ້ຍິນຂ່າວ. ແຕ່ບໍ່ທັນໄດ້ເຫັນ ມິດໆຢູ່ດຽວນີ້ນ່າ ຮູ້ຍິນຢູ່ເພິ່ນ ມາຕອນນັ້ນ ເພິ່ນມາຈົດແຕ້ມເຮືອນ, ແຕ່ວ່າຈັກວ່າຊິຖືກ ເຮືອນຫຼັງໃດ ຕໍ່ຫຼັງໃດແດ່. ເຫັນຮູ້ຍິນຢູ່ສຽງຣົດເພິ່ນ ບຸກເບີກມາທາງປາຍທົ່ງນາ, ຫັ້ນນ່າ."

ເມື່ອຕົ້ນເດືອນກຸມພາ ທີ່ຜ່ານມາ, ທ່ານ ປໍທອງ ໂງ່ນພະຈັນ, ຮອງຣັຖມົນຕຣີ ກະຊວງໂຍທາທິການ ແລະຂົນສົ່ງ ທັງເປັນຄນະຄຸ້ມຄອງ ໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ໄດ້ກ່າວຍອມຮັບຕໍ່ກອງປະຊຸມ “ນຶ່ງແລວທາງ ນຶ່ງເສັ້ນທາງ” ທີ່ຈັດຂຶ້ນໃນ ນະຄອນຫຼວງວຽງຈັນ ວ່າ ການຊົດເຊີຍ ໃຫ້ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກໂຄງການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ແມ່ນຍັງມີການຊັກຊ້າແກ່ຍາວ ຍ້ອນຕ້ອງໄດ້ເຮັດໃຫ້ ຖືກຕ້ອງ ຕາມຣະບຽບກົດໝາຍ ແລະ ເປັນທີ່ເພິ່ງພໍໃຈ ຂອງປະຊາຊົນ.

“ມາຮອດປະຈຸບັນ, ເຖິງແມ່ນວ່າປະຊາຊົນ ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ ຍ້ອນວ່າພວກເຮົາຈະຕ້ອງໄດ້ ປະຕິບັດຫຼາຍຂັ້ນຕອນ ໃຫ້ຖືກຣະບຽບ, ສອດຄ່ອງກັບ ກົດໝາຍ ແລະ ໃຫ້ເປັນທີ່ເພິ່ງພໍໃຈ ຂອງປະຊາຊົນ. ໝາຍຄວາມວ່າ ທັງໝົດມາຮອດ ປະຈຸບັນນີ້ ຍັງບໍ່ໄດ້ຮັບຄ່າຊົດເຊີຍ."

ທ່ານ ເຈິ່ນ ຈ່ຽນຕົ່ງ, ຜູ້ກວດກາ ຈາກກົມຮ່ວມມືສາກົນ, ກະຊວງຣົດໄຟຂອງຈີນ ໄດ້ກ່າວຢືນຢັນຕໍ່ສື່ມວນຊົນທ້ອງຖິ່ນຂອງລາວ ເມື່ອເດືອນ ທັນວາ 2017 ທີ່ຜ່ານມາວ່າ ໂຄງການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ຈະສຳເຣັດ ໃນທ້າຍປີ 2021.

ໂຄງການ ກໍ່ສ້າງທາງຣົດໄຟ ລາວ- ຈີນ ໄດ້ຫຼຸດຄວາມຍາວ ຈາກເບື້ອງຕົ້ນ ແມ່ນ 417 ກິໂລແມັດ ປ່ຽນມາເປັນ 409 ກິໂລແມັດ, ໂດຍ ຈະຜ່ານ 5 ແຂວງຂອງລາວ ຄື: ແຂວງຫຼວງນ້ຳທາ, ອຸດົມໄຊ, ຫຼວງພຣະບາງ, ວຽງຈັນ ແລະ ນະຄອນຫຼວງວຽງຈັນ ມີມູລຄ່າທັງໝົດ 5,9 ຕື້ປາຍ ໂດລ້າສະຫະຣັຖ. ປະຈຸບັນ, ກໍ່ສ້າງສຳເຣັດ ໄປແລ້ວ 20 ສ່ວນຮ້ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.