ລາວ ຍັງຂາດທຸຣະກິຈ ດ້ານ ດິຈິໂຕ
2018.08.20
ທາງການ ສປປລາວ ຍັງບໍ່ມີນະໂຍບາຍ ຫຼືໜ່ວຍງານ ສົ່ງເສີມທຸຣະກິຈ ດ້ານດິຈິໂຕ ທີ່ເຕີບໂຕຢ່າງໄວວາ ໃນເອເຊັຍແລະໃນໂລກ ຊຶ່ງ ສປປລາວ ຈະຕ້ອງໄດ້ພັທນາຫຼາຍຂຶ້ນ ເປັນຕົ້ນໂຄງຮ່າງພື້ນຖານ ການຍົກຣະດັບ ທາງດ້ານສິ່ງແວດລ້ອມ ແລະການພັທນາສີມືແຮງງານ ເພື່ອຮອງຮັບການພັທນາ ດ້ານເທັກໂນໂລຈີ ໃນພູມີພາກ, ດັ່ງທີ່ ທ່ານ ຫຸມພັນ ອິນທິລັດ ຜູ້ຊ່ວຍຣັຖມົນຕຣີ ກະຊວງວິທຍາສາດ ແລະ ເທັກໂນໂລຈີ ຂອງ ສປປລາວ ໄດ້ກ່າວໃນກອງປະຊຸມ ກຸ່ມປະເທສ ກໍາພູຊາ, ລາວ, ພະມ້າ, ວຽດນາມ ແລະ ໄທ ຫຼື CLMVT 2018 ຢູ່ບາງກອກ ປະເທສໄທ ໃນມື້ວັນທີ 16 ສິງຫາ ນີ້ວ່າ:
ທ່ານກ່າວວ່າ ກຸ່ມປະເທສ CLMVT ຄວນເປັນຕລາດ ແລະຜົລຜລິດດຽວກັນ, ຕ້ອງມີເສຣີໃນດ້ານການລົງທຶນ, ໃນແຫລ່ງແຮງງານ ,ສິນຄ້າ, ວິຊາຊີບ. ແລະວ່າ ໃນມື້ເຊົ້ານີ້ບາງທ່ານເວົ້າວ່າ ຈະຕ້ອງມີການແລກປ່ຽນຂໍ້ມູນກັນ ຜ່ານຣະບົບດິຈິຕັລ ຊຶ່ງອາດເປັນເຣຶ່ອງໃໝ່ ທີ່ຈະເກີດຂຶ້ນ ຣະຫວ່າງປະເທສ CLMVT
ທ່ານກ່າວວ່າ ສປລລາວ ຍັງບໍ່ສາມາດເຂົ້າເຖິງການໃຊ້ເທັກໂນໂລຈີ ໄດ້ຢ່າງກວ້າງຂວາງ ເຖິງແມ່ນຄົນລາວຈະມີໂທຣະສັບມືຖືຫຼາຍກວ່າ 80% ຂອງຈໍານວນທັງໝົດກໍດີ ແຕ່ຄົນທີ່ໃຊ້ອິນເຕີເນັດ ມີບໍ່ເຖິງ 50% ແລະ ສປປ ລາວ ຍັງຂາດຄວາມສາມາດ ໃນດ້ານວິທຍາສາດ, ອິນເຕີເນັດ ແລະຍັງຂາດຜລິຕພັນ ຊຶ່ງເກີດຈາກແນວຄິດ ທີ່ເປັນນະວະກັມສມັຍໃໝ່.
ທ່ານ ກ່າວຕື່ມອີກວ່າ ໂອກາດທີ່ຈະມີເສຖກິຈ ທີ່ທັນສມັຍຢ່າງໄວວາ ນັ້ນ ສປປ ລາວ ຕ້ອງສາມາດພັທນາ ດ້ານການລົງທຶນໃນເສຖກິຈ ດ້ານດິຈິໂຕ ໃຫ້ດີຂຶ້ນ ເພື່ອດຶງດູດນັກລົງທຶນຕ່າງປະເທສ ເຂົ້າມາ ດ້ວຍການໃຊ້ເທັກໂນໂລຈີ ທີ່ທັນສມັຍ.