ຂົວ ລາວ-ໄທ ແຫ່ງທີ 5 ລໍຖ້າ ເງິນກູ້
2017.10.23
ທາງການລາວຍັງລໍຖ້າ ເງິນກູ້ຣະຍະຍາວ ດອກເບັ້ຽຕ່ຳ ຈາກໄທ ໃນໂຄງການສ້າງ ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ຣະຫວ່າງ ແຂວງ ບໍຣິຄຳໄຊ ກັບ ແຂວງບຶງການ ຂອງໄທ ຊຶ່ງທາງການລາວ ໄດ້ສເນີຂໍເງິນກູ້ ດັ່ງກ່າວ ມາແຕ່ປາຍປີ 2016 ແລະກໍເປັນ ແບບດຽວກັນກັບ ເງິນກູ້ ທີ່ທາງການລາວ ເຄີຍກູ້ຢືມ ໃນການສ້າງ ຂົວມິດຕະພາບ ລາວ-ໄທ ທັງສີ່ແຫ່ງ ໃນອະດີດ. ດັ່ງທ່ານ ຈັນສະຫມອນ ເລຂາແຂວງ ບໍຣິຄຳໄຊ ກ່າວໃນມື້ວັນທີ 20 ຕຸລາ ນີ້ວ່າ:
"ເພາະວ່າເຣື້ອງການເຊັນ MOU ຕ່າງໆຖືວ່າເຮົາໄດ້ຕົກລົງ ເຫັນດີກັນແລ້ວ ຣະຫວ່າງ ຣັຖບານສອງປະເທດ ມີແຕ່ລໍຖ້າຕັ້ງແຕ່ ຂອດການ ປະຕິບັດ ເພິ່ນຍັງຂາດງົບປະມານດຽວນີ້ຫນ່າ ເພິ່ນຍັງລໍຖ້າຄຳຕອບ ຈາກທາງການໄທເນາະ ແຕ່ກ່ອນວ່າຣັຖບານໄທ ສິໃຫ້ທາງການລາວ ຢືມ ແຕ່ວ່າຢືມ ຢູ່ໃນດອກເບັ້ຽຄຕ່ຳ ຣະຍະຍາວ ຄືຂົວທີ່ເຮັດຜ່ານມາ ແຕ່ຣັຖບານໄທ ເພິ່ນກໍຍັງບໍ່ໄດ້ ຕອບຮັບເນາະ".
ທ່ານກ່າວຕື່ມວ່າ ຫລັງຈາກ ລາວ-ໄທ ໄດ້ເຊັນບົດບັນທຶກ ຂໍ້ຕົກລົງໃນການສ້າງ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ໃນປີ 2015 ເຈົ້າ- ຫນ້າທີ່ ແຂວງບໍຣີຄຳໄຊ ກໍໄດ້ລົງສຶກສາ ຄວາມເປັນໄປໄດ້ ຢູ່ເມືອງປາກຊັນ ແລະ ໄດ້ກຳນົດ ພື້ນທີ່ກໍ່ສ້າງ ຮວມທັງໄດ້ຊື້ ດິນປະຊາຊົນ ໄປແລ້ວ ຈຳນວນນຶ່ງ ມາຮອດປັດຈຸບັນ ກໍໄດ້ລົງທຶນ ໄປແລ້ວປະມານ 30 ລ້ານກີບ.
ທ່ານວ່າການເຮັດຂໍ້ຕົກລົງ ກູ້ເງິນຣະຍະຍາວ ດ້ວຍດອກເບັ້ຽຕ່ຳກັບຣັຖບານໄທ ມາຮອດປັດຈຸບັນ ກໍຍັງບໍ່ຄືບຫນ້າເລີຍ ເພາະທາງການໄທ ຍັງບໍ່ທັນຕິດຕໍ່ ມາເທື່ອວ່າຈະອະນຸມັດ ໃຫ້ຫລືບໍ ຍ້ອນແຂວງບໍຣິຄຳໄຊ ຕ້ອງໄດ້ສເນີ ງົບປະມານ ການສ້າງສາຕໍ່ ສະພາແຫ່ງຊາດກ່ອນ.
ໂຄງການຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ມີຈຸດເຊື່ອມຕໍ່ ຣະຫວ່າງຖນົນຫລວງເລກທີ 13 ໃຕ້ ເມືອງປາກຊັນ ຊຶ່ງເປັນຈຸດເຊື່ອມໂຍງ ທາງດ້ານເສຖກິດ ຣະຫວ່າງ ສາມປະເທດ ລາວ ໄທ ແລະວຽດນາມ ໃນປັດຈຸບັນ ຍັງບໍ່ມີກຳນົດວ່າ ຈະສ້າງເມື່ອໃດ.