ເງິນເດືອນຕຣົງເວລາ ການສຶກສາ ຕ້ອງປັບປຸງ


2013.10.07
F-teacher ນາຍຄຣູ ອໍານາດແກ້ວ ກໍາລັງສອນ ວິຊາເລຂ ໃຫ້ລູກສິດ ໃນໂຮງຮຽນ ທີ່ ເມືອງບາຈຽງ
Union Aid Abroad-APHEDA

 

ວັນທີ 7 ຕຸລາ ເປັນວັນຄຣູແຫ່ງຊາດໃນລາວ ວິທຍຸເອເຊັຽເສຣີ ໄດ້ສອບຖາມຄວາມຄິດຄວາມເຫັນ ຂອງຄຣູແລະນັກຮຽນໃນວັນດັ່ງກ່າວວ່າ. ເພື່ອພັທນາການສຶກສາໃນລາວໃຫ້ດີຂື້ນ ນາຍຄຣູຊັ້ນປະຖົມທີ່ແຂວງພາກເຫນືອທ່ານນື່ງໄດ້ສະແດງ ຄວາມເຫັນວ່າ ຢາກໃຫ້ຣັຖບານປັບປຸງ ຣະບົບການສຶກສາແລະຈ່າຍເງິນເດືອນໃຫ້ຕຣົງເວລາ. ນາງເວົ້າວ່າ:

"ທີ່ວ່າເປັນບັນຫາຕ້ອງປັບປຸງມັນກໍເວົ້າເຣື້ອງນະໂຍບາຍ ນີ້ແຫລະ ຖ້າວ່າຂັ້ນເທີງ ນະໂຍບາຍດີ ການຮຽນການສອນມັນກໍດີ ຍົກຕົວຢ່າງ ຄຣູ ມັທຍົມ ເພາະວ່າເປັນຫຍັງເປັນ ມສ ອາຈານຍັງບໍ່ຮອດ 30 ຄົນ ນັກຮຽນມັນມາຮຽນ ແອອັດມັນມາ ຮຽນເກີນ ຈຳເປັນຕ້ອງໄດ້ໄລ່ຊົ່ວໂມງ ເກີນ ໃຫ້ອາຈານຫັ້ນແລ້ວ ເງິນຊົ່ວໂມງເກີນ ເງິນມາຊ້າ ເຂົາກໍບໍ່ມີ ກໍາລັງໃຈ".

ນາງເວົ້າອີກວ່າ ມີຄວາມລໍາບາກຕ່າງກັນ ຄຣູຢູ່ໃນເຂດຫ່າງໄກມີເງີນເດືອນຫນ້ອຍ ແຕ່ກໍຫາຢູ່ຫາກິນໄດ້ ດ້ວຍການປູກເຂົ້າລ້ຽງສັດແລະຂາຍ ຂອງເນື່ອງຈາກ ວ່າມີເວລາຫລາຍກວ່າ ແລະມີດິນເປັນຂອງໂຕເອງ ແຕ່ສໍາລັບຄຣູຢູ່ໃນເມືອງ ເຊັ່ນ ນະຄອນຫລວງວຽງຈັນ ຫລືແຂວງອື່ນໆ ຈະບໍ່ສາມາດປູກຝັງໄດ້ ແຕ່ກໍອາດຫາເງິນໄດ້ຍ້ອນການສອນພິເສດ ສີ່ງທີ່ນາຍຄຣູຸຕ້ອງການຢາກໃຫ້ຣັຖບານຂື້ນ ເງິນເດືອນໃຫ້ນາຍຄຣູ ເພື່ອ ບໍ່ຕ້ອງໄປເຮັດວຽກຢ່າງອື່ນ ມີແຕ່ເອົາໃຈໃສ່ ວຽກງານການສອນ ເທົ່ານັ້ນ. ນັກສຶກສາມະຫາວິທຍາລັຍ ແຫ່ງຊາດເວົ້າວ່າ:

"ມັນກໍບໍ່ຄ່ອຍມີການພັທນາປານໃດ ເຣື້ອງສະຖານທີ່ ການຮຽນຄືຖ້າປຽບທຽບ ຄືໃສ່ແຖວບ້ານ ມັນກໍຍັງຊໍ່າເກົ່າ ເຄີຍຊ່ອຍຮຽນປະຖົມ ແລ້ວ ໂຮງຮຽນກໍຍັງຫລັງເກົ່າຢູ່ ບໍ່ມີການໄປຊ່ອຍເຫລືອຫຍັງເລີຍ ພັຍທັມມະຊາດມາກໍເຮັດໃຫ້ ໂຮງຮຽນເສັຽຫາຍ ມີແຕ່ເກັບເງິນ ພໍ່ແມ່ນັກຮຽນໃສ່ ພາກສ່ວນຣັຖ ບໍ່ຄ່ອຍໄປຊອ່ຍ ຫລາຍປານໃດ".

ຄວາມຂາດເຂີນ ດັ່ງກ່າວ ສ່ົງຜົລກະທົບ ຕໍ່ຄຸນນະພາບ ການສຶກສາໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.