ນໍ້າທາກໍ່ສ້າງຍຶດດິນ ຊາວບ້ານ

ໄມຊູລີ
2018.09.10
F-Namtha ປະຊາຊົນວ່າ ພະນັກງານບໍຣິສັດ ນໍ້າທາກໍ່ສ້າງຂົວທາງ ນໍາເອົາຣົດຈົກ ໄປດຸດດິນຊາວບ້ານ ຢູ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
Screen captured Tholakhong Lao video

ປະຊາຊົນວ່າ ພະນັກງານບໍຣິສັດນໍ້າທາກໍ່ສ້າງ ຂົວທາງ ແລະເຈົ້າໜ້າທີ່ຕໍາຣວດ ໄປຍຶດເອົາດິນຊາວບ້ານ ຢູ່ເມືອງໄຊເສດຖາ ນະຄອນຫຼວງ ວຽງຈັນ.

ອິງຕາມຄໍາເວົ້າ ຂອງປະຊາຊົນ ໃນວັນທີ 3 ກັນຍາ ຜ່ານມາ ວ່າພະນັກງານ ບໍຣິສັດນໍ້າທາ (ຄໍາເພີີງ) ກໍ່ສ້າງຂົວທາງຈໍາກັດ ຈໍານວນ 10 ຄົນ ພ້ອມດ້ວຍ ເຈົ້າໜ້າທີ່ຕໍາຣວດ ຊຸດດໍາ 4 ຄົນໄດ້ໄປຂົ່ມຂູ່ ຍຶດເອົາດິນຊາວບ້ານ ບ້ານນາຄວາຍໃຕ້ ເມືອງໄຊເສດຖາ ນະຄອນຫຼວງ ວຽງຈັນ ພ້ອມທັງນໍາຣົຖ ຈົກດິນໄປບຸກເບີກ ເນື້ອທີ່ເຮືອນ ຂອງປະຊາຊົນ ເພື່ອສ້າງຖນົນ ຜ່ານເຂດນັ້ນ ໂດຍບໍ່ໄດ້ຮັບ ອະນຸຍາດ ຈາກ ເຈົ້າຂອງດິນ ດັ່ງທ່ານ ກ່າວວ່າ:

“ອັນນີ້ລູກນ້ອງ ບໍຣິສັດ ຄໍາເພີງເນາະ ມາຈົກເອົາດິນ ຂອງເຮືອນປະຊາຊົນ ເອົາຣົຖຈົກມາ ຄັ້ງວັນທີ່ 3 ເດືອນ 09 2018  ເນາະ ຣົຖຈົກມາ 3 ຄັນ ມາບຸກລຸກ ຂົ່ມຂູ່ປະຊາຊົນ.”

ແຕ່ເຈົ້າໜ້າທີ່ບ້ານ ທ່ານນຶ່ງ ຊໍ້າພັດກ່າວວ່າ ທີ່ດິນບ່ອນເກີດເຫດນັ້ນ ແຕ່ກ່ອນເປັນດິນປ່າສງວນ ແລະປະຊາຊົນ ໄປຈັບຈອງເອົາມາເປັນ ຂອງຕົນເອງ ແຕ່ບໍ່ຮູ້ ຣາຍລະອຽດ ກ່ຽວກັບເຣື້ອງບຸກລຸກ ທີ່ດິນຂອງປະຊາຊົນ, ດັ່ງທ່ານກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ 10 ກັນຍາ ນີ້ວ່າ:

“ໂຄງການທາງບໍຣິສັດ ນໍ້າທາ ນັ້ນນະ ບ້ານບໍ່ໄດ້ລົງມື ມີແຕ່ບໍຣິສັດ ກັບເຈົ້າຂອງດິນ ເພາະໄດ້ຍິນເຂົາເວົ້າກັນຢູ່ ໂຕນີ້ມັນດິນ ແຕ່ກີ້ ປະຊາຊົນຈັບຈອງ ດິນປ່າສງວນແລ້ວກໍມາແບ່ງໃຫ້ກັນ ບາດນີ້ມັນຖືກໂຄງການ ບໍ ເຮົາກໍບໍ່ເຂົ້າໃຈ.”

ອິງຕາມເອກສານ ຂອງຫ້ອງວ່າການ ຣັຖບານ ບໍຣິສັດດັ່ງກ່າວ ເປັນຜູ້ລົງທຶນສໍາຣວດ ອອກແບບແລະກໍ່ສ້າງເສັ້ນທາງ ແຕ່ບ້ານດອນນົກຂຸ້ມ ໄປຫາຖນົນ ກໍແພງເມືອງ ຂ້າມ ບຶງທາດຫລວງ ໃສ່ບ້ານຊຽງດາ ແລະໄປຈອດໃສ່ ຖນົນ 450 ປີ  ຕອນໃຕ້ ມີຄວາມຍາວ 1.5 ກິໂລແມັດ, ແຕ່ຖ້າມີການເອົາດິນ ປະຊາຊົນ ໃນບາງຈຸດ ກໍຕ້ອງໄດ້ ເຈຣະຈາ ກັບຊະຊາຊົນ ກ່ອນ."

ຢ່າງໃດກໍຕາມ ກ່ຽວກັບເຣື້ອງນີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຍັງບໍຣິສັດ ນໍ້າທາກໍ່ສ້າງ ຂົວທາງ ຈໍາກັດ ຊຶ່ງມີຫ້ອງຫານ ຢູ່ບ້ານ ສີສະຫວາດ ເມືອງຈັນທະບູຣີ ນະຄອນຫລວງ ວຽງຈັນ ເພື່ອຂໍຂໍ້ມູນເພີ້ມຕື່ມ ແຕ່ທາງພະນັກງານ ຮັບຜິດຊອບໂຄງການ ດ່ັງກ່າວ ບໍ່ສາມາດໃຫ້ ຣາຍຣະອຽດ ເພີ້ມຕື່ມໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.