ມ.ສິງແມ່ຍິງຍັງຫາວຽກຍາກ

ມະນີຈັນ
2016.10.07
F-Luangnamtha ສໍານັກງານປົກຄອງ ແຂວງ ຫຼວງນໍ້າທາ
RFA/LX

ມາເຖິງປັດຈຸບັນ ແມ່ຍິງຢູ່ເມືອງສິງ ແຂວງຫຼວງນ້ຳທາ ສ່ວນຫຼາຍ ຍັງບໍ່ມີ ອາຊີບ ເປັນຫຼັກແຫຼ່ງ ເພື່ອຊ່ວຍເຫຼືອ ຄອບຄົວໄດ້ ຍ້ອນຍັງຂາດ ກາານສົ່ງເສີມ ຝຶກຝົນອາຊີບ ແລະ ຈັດຫາວຽກ ໃຫ້ພວກ ເຂົາເຈົ້າ. ດ້ານ ການສຶກສາ ແມ່ຍິງ ກໍບໍ່ມີ ໂອກາດ ແລະ ບໍ່ມີເງື່ອນໄຂ ໄດ້ຮຽນຕໍ່. ຕາມການ ເປີດເຜີຍ ຂອງ ເຈົ້າໜ້າທີ່ ຫ້ອງການ ແມ່ຍິງ ເມືອງສິງ ຕໍ່ RFA ໃນວັນທີ 6 ຕຸລາ ນີ້:

"ໂອ້ມີຄວາມຫຍູ້ງຍາກ ຫຼາຍສໍາລັບ ແມ່ຍິງ ພວກເຮົາ ຫລັກໆ ກໍເວົ້າເຣື່ອງ ການວຽກເຮັດ ງານທໍາ ແລະ ເຮົາບໍ່ມີ ໂຮງງານ ບໍ່ເປັນເມືອງ ອຸດສາຫະກັມ ແມ່ຍິງເຮົາ ກໍເລີຍ ບໍ່ມີວຽກເຮັດ ງານທໍາ ຫຼາຍນະ ຈັ່ງຊັ້ນ ແມ່ຍິງ ພວກເຮົາ ສ່ວນຫຼາຍ ກໍຕ້ອງການ ມີລາຍຮັບ ມັນບໍ່ມີ ບ່ອນ ຈະຮັບຮອງ ແມ່ຍິງ ພວກເຮົາ ໄປຊອກລາຍຮັບ ເຂົ້າສູ່ ຄອບຄົວ ຫລື ໃຫ້ຕົນເອງ".

ປັດຈຸບັນ ແມ່ຍິງເມືອງສິງ ຈຳນວນນຶ່ງ ໄປຫາເຮັດວຽກ ຢູ່ເມືອງອື່ນ ແຂວງອື່ນ ເພື່ອຫາເງິນ ລ້ຽງຊີບ ແລະຄອບຄົວ ຊຶ່ງ ມີຄວາມສ່ຽງ ຕໍ່ການຖືກ ຕົວະຕົ້ມ ຫລອກລວງ ຮວມທັງຖືກ ເອົາໄປຂາຍ ແລະ ໄປເຮັດວຽກ ແບບບໍ່ຖືກຕ້ອງ ຕາມກົດໝາຍ.

ເຈົ້າໜ້າທີ່ ທ່ານ ດຽວກັນນີ້ ເວົ້າຕື່ມອີກວ່າ ສຳລັບ ແມ່ຍິງ ເມືອງສິງ ນີ້ ການບໍ່ໄດ້ຮັບ ການສຶກສາສູງ ເຮັດໃຫ້ ພວກຂະເຈົ້າ ບໍ່ມີຄວາມຮູ້ ວິຊາຊີພ ເພື່ອ ໄປຊອກຫາ ເຮັດວຽກ. ແມ່ຍິງ ສ່ວນຫຼາຍໄດ້ ຮຽນໜັງສື ຮອດແຕ່ ຊັ້ນມັທຍົມ ເທົ່ານັ້ນ ເພາະ ຢູ່ເມືອງນີ້ ບໍ່ມີໂຮງຮຽນ ວິຊາຊີບ:

"ທາງດ້ານຄວາມຮູ້ ໂອ໊ ຫຍູ້ງຍາກຫລາຍ ເພາະວ່າ ພວກເຮົານີ້ ກໍຮຽນຈົບ ໂຮງຮຽນ ສາມັນແລ້ວ ມັນບໍ່ມີ ໂຮງຮຽນ ວິຊາຊີບ ຢູ່ພາຍໃນ ເມືອງນະ ຕ້ອງໄດ້ໄປ ຕ່າງແຂວງ ຈັ່ງຊັ້ນເຮັດໃຫ້ ແມ່ຍິງ ວ່າງງານ ບໍ່ມີວິຊາຊີບ ທີ່ວ່າແນ່ນອນ ຫັ້ນນະ".

ນາງກ່າວຕື່ມວ່າ ສຳລັບໂຮງຮຽນ ວິຊາຊີບ ຢູ່ເມືອງ ຫຼວງນ້ຳທາ ນັ້ນກໍມີ ໂຄຕາ ຮັບນັກຮຽນ ຈຳກັດ ຮັບໜ້ອຍ ບໍ່ພຽງພໍ ກັບຈຳນວນ ຜູ້ທີ່ ຕ້ອງການຮຽນ. ແລະວ່າ ຢາກໃຫ້ ທາງຂັ້ນເທິງ ລົງມາຈັດ ອົບຮົມ ວິຊາຊີບ ໃຫ້ ພວກຂະເຈົ້າ ນອກຈາກ ການເຮັດໄຮ່ ເຮັດນາ ແລະ ລ້ຽງລູກ ຢູ່ເຮືອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.