ໃນວັນທີ 30 ກໍຣະກະດາ 2020 ຄນະໄກ່ເກ່ຽ ຜົລກະທົບ ໂຄງການທາງຣົດໄຟ ລາວ-ຈີນ ປະຈຳແຂວງຫຼວງນ້ຳທາ ລົງພື້ນທີ່ ໂອ້ລົມກັບປະຊາຊົນ ທີ່ຖືກຜົລກະທົບ ຈາກການກໍ່ສ້າງ ສະຖານີຣົດໄຟ ນາເຕີຍ ແລະ ສະຖານີບໍ່ເຕັນ ກ່ຽວກັບຄ່າຊົດເຊີຍ ແລະ ສ້າງເຮືອນຈັດສັນ ໃຫ້ຊາວບ້ານ. ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 31 ກໍຣະກະດາ ວ່າ:
"ເອີ ສະຖານນີ 2 ບ່ອນ ກຳລັງລົງໄປເວົ້າ ນຳປະຊາຊົນ ຂໍພື້ນທີ່ນຳເພິ່ນ ເຮັດສະຖານີ. ຄັນວ່າສຳເຣັດ 100 ນີ້, ພວກເຮົາຊິເຣີ່ມວາງຣາງ ແລ້ວກໍຕິດຕັ້ງ ຣະບົບໄຟໂຕນັ້ນ, ເຂົາເອີ້ນວ່າ ຊ່ວງສັນຍາທີ 2, ແຕ່ວ່າທັງໝົດ ກະຊິໃຫ້ສຳເຣັດ ຕາມແຜນຫັ້ນແຫຼະ."
ທ່ານກ່າວຕື່ມວ່າ ມາຮອດປັດຈຸບັນ ວຽກງານກໍ່ສ້າງ ທາງຣົດໄຟ ລາວ-ຈີນ ຢູ່ແຂວງຫຼວງນ້ຳທາ ມີຄວາມຄືບໜ້າ 96 ເປີເຊັນ ຄາດວ່າ ຈະສຳເຣັດ ກ່ອນເດືອນພຶສຈິກາ ປີ 2021 ຢ່າງແນ່ນອນ, ແຕ່ທ່ານ ບໍ່ໃຫ້ສາມາດ ໃຫ້ຣາຍລະອຽດ ເພີ່ມຕື່ມ ກ່ຽວກັບການຊົດເຊີຍ ໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົລກະທົບ.
ທັງເຈົ້າໜ້າທີ່ ແລະ ຊາວບ້ານ ຜູ້ທີ່ໄດ້ຮັບຜົລກະທົບ ຍັງບໍ່ສາມາດຕົກລົງ ເຣື່ອງລາຄາກັນໄດ້ ໃນບາງຈຸດ, ຊາວແຂວງຫຼວງນ້ຳທາ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ເຂົາມາມື້ວານນີ້ແລ້ວ ເຂົາມາເບິ່ງວ່າ ມູລຄ່າ ຂອງເຮົາ ດິນເຮົາ ຖືກເທົ່າໃດ ເຮືອນເຮົາ ຖືກເທົ່າໃດ? ຄັນເຮົາເຫັນດີແລ້ວ ກໍໃຫ້ເຊັນໃຫ້ເຂົາ. ມື້ວານນີ້ ບໍ່ໄດ້ເຊັນ, ແຕ່ວ່າ ມັນຍັງຄ້າງຄາກັນ ໜ້ອຍນຶ່ງ ເຄັຽກັນບໍ່ທັນແລ້ວ."
ຊາວແຂວງຫຼວງນ້ຳທາ ທ່ານນີ້ ກ່າວອີກວ່າ ຄອບຄົວ ຂອງທ່ານ ບໍ່ໄດ້ຢູ່ໃນ 37 ຄອບຄົວ ທີ່ໄດ້ຮັບເຮືອນຈັດສັນ ພ້ອມດ້ວຍ ເງິນຄ່າຊົດເຊີຍ ຈາກໂຄງການນີ້ ຍ້ອນວ່າ ໄດ້ຕັດສິນໃຈແລ້ວ ວ່າຈະບໍ່ເອົາເຮືອນຈັດສັນ, ໂດຍໄດ້ສເນີ ໃຫ້ໂຄງການ ນຳມູລຄ່າ ຂອງເຮືອນຈັດສັນ ໄປບວກເພີ່ມ ກັບເງິນຄ່າຊົດເຊີຍ ແລະ ຄາດວ່າ ຊາວບ້ານ ຈະຖືກຍົກຍ້າຍ ພາຍໃນເດືອນສິງຫານີ້.
ເອເຊັຽເສຣີ ໄດ້ພະຍາຍາມ ຕິດຕໍ່ຫາຊາວບ້ານ 37 ຄອບຄົວ, ແຕ່ຍັງບໍ່ສາມາດຕິດຕໍ່ໄດ້.
ໃນວັນທີ 30 ກໍຣະກະດາ ປີ 2020, ທ່ານ ທອງແດງ ສິດທິສົນ, ຫົວໜ້າຄນະໄກ່ເກ່ຽ ຜົລກະທົບ ໂຄງການທາງຣົດໄຟ ລາວ-ຈີນ ປະຈຳແຂວງຫຼວງນ້ຳທາ ໄດ້ກ່າວຕໍ່ ໜັງສືພິມວຽງຈັນທາມສ໌ ວ່າ: "ປັດຈຸບັນ ພວກເຮົາ ກຳລັງກະກຽມ ສ້າງບ່ອນພັກຊົ່ວຄາວ ໃຫ້ແກ່ຊາວບ້ານ 37 ຄອບຄົວ ທີ່ອາສັຍຢູ່ ໃກ້ການກໍ່ສ້າງ ສະຖານນີຣົດໄຟ. ຫຼັງຈາກນັ້ນ, ຈະສ້າງເຮືອນຫຼັງໃໝ່ ໃຫ້ເຂົາເຈົ້າ ຕາມພາຍຫລັງ."
ຊາວແຂວງຫຼວງນ້ຳທາ ທ່ານນຶ່ງ ໄດ້ກ່າວວ່າ:
"ເອີ ກໍກຳລັງສ້າງ ຢູ່ຫັ້ນແຫຼະ ທາງຣົດໄຟ ເປັນທ່ອນ ເປັນທ່ອນນ່າ. ດຽວນີ້, ມັນຢູ່ແຕ່ຈີນ ໄປວຽງຈັນນີ້ຍັງ, ຍັງແຕ່ຫຼວງພຣະບາງ ໄປ. ບໍ່ ບໍ່ໄດ້ໄປໃດ ພໍ່ໄປບໍ່ໄດ້ແລ້ວ ພໍ່ເຖົ້າແລ້ວ."
ສະຖານີຣົດໄຟບໍ່ເຕັນ ເປັນສະຖານີຣົດໄຟ ໃນລາວ ສະຖານີທຳອິດ ທີ່ເຊື່ອມຕໍ່ຊາຍແດນ ລາວ-ຈີນ ທີ່ຜ່ານອຸໂມງຣົດໄຟ ມິຕພາບ ລາວ-ຈີນ ທີ່ມີຄວາມຍາວ 9 ກິໂລແມັຕ.
ໃນວັນທີ 17 ກໍຣະກະດາ ທີ່ຜ່ານມາ, ທ່ານ ບຸນຈັນ ສິນທະວົງ, ຣັຖມົນຕຣີ ກະຊວງໂຍທາທິການ ແລະ ຂົນສົ່ງ ໃນຖານະ ຮອງຫົວໜ້າຊີ້ນຳລວມ ໂຄງການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ພ້ອມດ້ວຍເຈົ້າໜ້າທີ່ ແຂວງຫຼວງນ້ຳທາ ແລະ ບໍຣິສັດທາງຣົດໄຟ ລາວ-ຈີນ ຈຳກັດ ໄດ້ປະຊຸມ ປຶກສາຫາລື ກ່ຽວກັບ ການກຳນົດ ປັກຫຼັກດິນຈັດສັນ ຂອບເຂດ 80 ເຮັກຕ້າຣ ເພື່ອສ້າງເຮືອນຈັດສັນ ໃຫ້ປະຊາຊົນ, ການແກ້ໄຂ ຄ່າຊົດເຊີຍ ແກ່ປະຊາຊົນ ແຂວງຫຼວງນ້ຳທາ ຈຳນວນ 37 ຄອບຄົວ ທີ່ຖືກຈຸດ ແລວທາງຣົດໄຟ ແລະ ສະຖານີຣົດໄຟ, ໂດຍຈະເລັ່ງແກ້ໄຂ ພາຍໃນເດືອນກໍຣະກະດາ, ແຕ່ມາຮອດປັດຈຸບັນ ຍັງແກ້ໄຂ ບໍ່ທັນສຳເຣັດ.
ມາຮອດເດືອນທັນວາ ປີ 2019, ປະຊາຊົນ ຊາວຫຼວງນ້ຳທາ ຜູ້ທີ່ຖືກ ຜົລກະທົບ ຈາກໂຄງການ ທາງຣົດໄຟ ລາວ-ຈີນ ໄດ້ຮັບຄ່າຊົດເຊີຍ ໄປແລ້ວ 200 ປາຍຄອບຄົວ ເປັນເງິນທັງໝົດ ປະມານ 100 ຕື້ປາຍກີບ.
ແຂວງຫຼວງນ້ຳທາ ມີຜູ້ຖືກໂຄງການນີ້ ທັງຫມົດ 400 ຄອບຄົວ ຄິດເປັນມູລຄ່າ ການຊົດເຊີຍ ທັງຫມົດ ປະມານ 250 ປາຍຕື້ກີບ.
ບ້ານທີ່ໄດ້ຮັບຜົລກະທົບ ຢູ່ແຂວງຫຼວງນ້ຳທາ ມີ 4 ບ້ານ ຄື: ບ້ານບໍ່ເຕັນ, ບ້ານຕີນຕົກ, ບ້ານບໍ່ປຽດ ແລະ ບ້ານນາເຕີຍ, ມີເຮືອນປະຊາຊົນ 150 ຫຼັງ ໄດ້ຮັບຜົລກະທົບ, ດິນປຸກສ້າງ 200 ຕອນ ຮວມ 30 ເຮັກຕ້າຣ, ດິນສວນ, ດິນນາ ແລະ ດິນອື່ນໆ 90 ຕອນ ຮວມ 45 ເຮັກຕ້າຣ.
ໂຄງການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ມີຄວາມຍາວ 409 ກິໂລແມັຕ, ແຕ່ສະເພາະທາງຣົດໄຟ ຕັດຜ່ານ ແຂວງຫຼວງນໍ້າທາ ມີຄວາມຍາວທັງໝົດ ເກືອບ 17 ກິໂລແມັຕ, ສ້າງຂົວໃໝ່ 7 ແຫ່ງ ແລະ ເຈາະ ອຸໂມງ 3 ແຫ່ງ.