ດິນສໍາປະທານບໍ່ພັທນາ ໃຫ້ຍົກເລີກ

ໄຊຍາ
2018.11.27
F-khong ທັມມະຊາດ ນໍ້າຕົກຕາດ ຄອນພະເພັງ ໃນຂົງເຂດ ສີ່ພັນດອນ
RFA

ທ່ານ ສົມມາດ ພົນເສນາ ຣັຖມົນຕຣີ ກະຊວງຊັພກອນ ທັມມະຊາດ ແລະສິ່ງແວດລ້ອມ ສເນີຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 6 ຂອງ ສະພາແຫ່ງຊາດ ຊຸດທີ 8 ຂໍໃຫ້ຣັຖບານ ຍົກເລີກສັນຍາ ເຊົ່າ-ສັມປະທານ ທີ່ດິນທັງໝົດ 1,758 ໂຄງການທົ່ວປະເທສ ທີ່ຣັຖບານໄດ້ ອະນຸຍາດ ເຊົ່າ-ສັມປະທານ ໄປແລ້ວແຕ່ບໍ່ພັທນາ. ດັ່ງທ່ານ ສົມມາດ ພົນເສນາ ກ່າວສເນີຕອນນຶ່ງວ່າ:

"ຮວມທັງໝົດມີ 438 ໂຄງການຫລືວ່າ 240,189 ເຮັກຕ້າ ຊຶ່ງກະຊວງຂອງຂ້າພະເຈົ້າ ໄດ້ມີການຣາຍງານຣັຖບານ ໃນທ້າຍປີນີ້ ເພື່ອສເນີ ຍົກເລີກສັນຍາ ຫຼືດຳເນີນການປັບໃໝ ຕາມສັນຍາຫັ້ນເນາະ ອັນນີ່ກໍ່ຄືສິຮວມທັງ ບ່ອນໃດທີ່ວ່າເຂົາດຳເນີນການ ຢູ່ບ່ອນໃດບໍ່ໄດ້ເກັບຄ່າເຊົ່າ ສັມປະທານກໍ່ຕ້ອງໄດ້ເກັບເນາະ."

ຣັຖບານໃຫ້ເຊົ່າ ແລະສັມປະທານທີ່ດິນທັງໝົດ 1,758 ໂຄງການໃນນັ້ນ 201 ໂຄງການ ບໍ່ໄດ້ມີການພັທນາເລີຍແລະອີກ 160 ໂຄງການ ພັທນາແຕ່ຢຸ່ດເຊົາກ່ອນສິ້ນສຸດໂຄງການ ແລະອີກ 71 ໂຄງການປະລະບໍ່ເອົາໃຈໃສ່ ສ່ວນໂຄງການທີ່ເຫລືອອີກ 1 ພັນປາຍໂຄງການ ກຳລັງກວດກາ ຢ່າງຣະອຽດຢູ່.

ນອກຈາກນີ້ສ່ວນບຸກຄົນ ແລະບໍຣິສັດຕ່າງໆ ຍັງຈັບຈອງທີ່ດິນ ແລະນໍາໃຊ້ທີ່ດິນຂອງຣັຖ ໂດຍບໍ່ໄດ້ຮັບອະນຸຍາດ ກໍມີຫລາຍ, ດັ່ງ ທ່ານ ສົມມາດ ພົນເສນາ ຣາຍງານຕໍ່ສະພາຕື່ມວ່າ:

"ບາດນີ້ກ່ຽວກັບບັນຫາການຈັບຈອງທີ່ດິນຫັ້ນ ນອກຈາກກໍຣະນີ ທີ່ໄດ້ຮັບສິດນໍາໃຊ້ທີ່ດິນຂອງຣັຖ ໂດຍບໍ່ພັທນາ ຫລືເຂົ້າໄປນໍາໃຊ້ທີ່ດິນ ຂອງຣັຖໂດຍບໍ່ມີເອກະສານໃດໆເນາະ ການທີ່ໄດ້ຮັບສິດ ໃນການເຊົ່າສັມປະທານທີ່ດິນຂອງຣັຖ ອັນນີ້ຂ້າພະເຈົ້າ ຂໍຣາຍງານວ່າອັນນີິ້ ແມ່ນຫລາຍກວ່າໝູ່ ແຕ່ບໍ່ພັທນາເນາະ."

ຕໍ່ກໍຣະນີດັ່ງກ່າວ ເຈົ້າໜ້າທີ່ຜແນກແຜນການແລະການລົງທຶນ ແຂວງຄຳມ່ວນ ໄດ້ກ່າວຕໍ່ ວິທຍຸເອເຊັຍເສຣີ ວ່າໂຄງການພັທນາ ເຂດ ເສຖກິຈພິເສດ 2 ແຫ່ງ ຢູ່ແຂວງຄຳມ່ວນ ຄື; ເຂດເສຖກິຈ ພູຂຽວ ແລະ ເຂດເສຖກິຈທ່າແຂກ ຍັງບໍ່ມີຄວາມຄືບໜ້າ ໃນການພັທນາ ຍ້ອນວ່າບໍ່ມີຜູ້ມາລົງທຶນ ແລະຜູ້ລົງທຶນບາງຄົນ ເຂົ້າມາຈັບຈອງເອົາທີ່ດິນແລ້ວ ແຕ່ບໍ່ມິເງິນລົງທຶນ; ດັ່ງທ່ານໄດ້ກ່າວວ່າ:

"ບັນຫາສ່ວນໃຫຍ່ ກໍບໍ່ຂຶ້ນກັບພວກເຮົາດອກມັນຂຶ້ນ ກັບຜູ້ລົງທຶນຫັ້ນເນາະ ຜູ້ລົງທຶນ ຂະເຈົ້າສ່ວນສ່ວນຫລາຍເຂົາ ຈະມາຈັບຈອງ ຫັ້ນນ່າ ເຂົາມາຈັບພື້ນທີ່ ແລ້ວກໍ່ບໍ່ມີທຶນ ມາພັທນາ."

ນັກລົງທຶນທີ່ໄດ້ສັມປະທານທີ່ດິນ ຈາກຣັຖບານລາວ ແຕ່ບໍ່ພັທນາ ແລະຣັຖບານລາວ ກໍ່ບໍ່ສາມາດເກັບພາສີອາກອນ ໄດ້ຈາກການ ສັມປະທານ ທີ່ດິນ ເຮັດໃຫ້ຣັຖບານ ຂາດລາຍຮັບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.