ຂຸດຄົ້ນແຮ່ທາດໃຜຄືຜູ້ໄດ້

ຈໍາປາທອງ
2015.06.24
F-Gold-panning ຜູ້ຍິງຮ່ອນຄໍາ ຢູ່ຕາມລໍາແມ່ນໍ້າຂອງ ຂອງລາວ
HEMIS.FR

ແຮ່ທາດ ຢູ່ ສປປລາວ ທີ່ ຖືກ ຂຸດຄົ້ນ ອອກໄປ ໃນ ຫຼາຍ ປີ ມານີ້, ບໍ່ໄດ້ຮັບ ຜົນປໂຍດ ເທົ່າ ທີ່ຄວນ ສໍາລັບ ປະເທສ ຊາດ ແລະ ປະຊາຊົນ ລາວ. ເວົ້າ ສະເພາະ ຣະຍະ 5 ປີ ຜ່ານມາ ສປປລາວ ໄດ້ ສົ່ງອອກ ແຮ່ທາດ ມູນຄ່າ ເຖິງ 8 ຕື້ 459 ລ້ານ ໂດລາ ສະຫະຣັຖ, ແຕ່ ສໍາລັບ ບໍຣິສັດ ລ້ານຊ້າງ ມິເນໂຣນ LXML ເຊໂປນ, ຊຶ່ງ ເປັນ ບໍຣິສັດ ໃຫຍ່ ທີ່ ຣັຖບາລ ລາວ ຖື ຮຸ້ນ 10%, ຊຶ່ງ ໄດ້ເລິ່ມ ຂຸດຄົ້ນ ແຮ່ທາດ ມາແຕ່ ປີ 2003 ຄື ເປັນ ເວລານານ ເຖິງ 12 ປີ ນັ້ນ, ໄດ້ ມອບເງິນ ທີ່ ເປັນຣາຍໄດ້ ໂດຍກົງ ໃຫ້ ຣັຖບາລ ລາວ ພຽງ 1 ຕື້ 300 ລ້ານ ໂດລາ ສະຫະຣັຖ. ແລະ ສໍາລັບ ໄຕຣມາດ 1 ຂອງ ປີ 2015 ນີ້ ກໍໃຫ້ ກະຊວງ ການເງິນ ພຽງ 5 ລ້ານ ກວ່າ ໂດລາ ສະຫະຣັຖ ແລະ ໄດ້ຈ່າຍ ອາກອນ ກຳໄຣ ຂອງ ປີ 2014 ພຽງ 71 ລ້ານ ກວ່າ ໂດລາ ສະຫະຣັຖ ເທົ່ານັ້ນ.

ຕລອດ ຣະຍະ 40 ປີ ທີ່ ຜູ້ນຳ ພັກ ປະຊາຊົນ ປະຕິວັດ ລາວ ມີ ອຳນາດ, ຜູກຂາດ ອຳນາດ ແລະ ປົກຄອງ ປະເທສ ແບບ ຜະເດັດການ ມານີ້, ແຮ່ທາດ ຊຶ່ງ ເປັນ ຊັພຍາກອນ ທັມຊາດ ອັນລ້ຳຄ່າ ທີ່ ມີຈຳກັດ ແລະ ບໍ່ສາມາດ ສ້າງຂຶ້ນ ໄດ້ ໃໝ່, ຢູ່ ສປປລາວ ອັນມີທັງ ແຮ່ຄຳ, ແຮ່ເງິນ, ແຮ່ທອງ, ແກ້ວປະເສີດ, ຖ່ານຫີນ ແລະ ຫີນກາວ, ຖືກ ບໍຣິສັດ ຕ່າງ ປະເທສ ຊອກຄົ້ນ, ສຳຣວດ ແລະ ຂຸດຄົ້ນ ຂຶ້ນມາ ເປັນ ຈຳນວນ ຫລວງຫລາຍ ເປັນຕົ້ນ ໃນ ຊຸມປີ ຫລັງໆມານີ້ ເພື່ອ ເຮັດ ໃຫ້ ໄດ້ຕາມ ແຜນ ພັທນາ ເສຖກິດ ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 7 (2011-15) ທີ່ ກໍານົດ ເອົາໄວ້ວ່າ: ສູ້ຊົນ ໃຫ້ໄດ້ ຂຸດຄົ້ນ ປຸງແຕ່ງ ບັນດາ ແຮ່ທາດ ສໍາຄັນ, ໃຫ້ເປັນ ຜລິຕພັນ ສໍາເຣັດ ຮູບ, ຫລື ເຄິ່ງ ສໍາເຣັດຮູບ ກ່ອນການ ຈໍາໜ່າຍ ໃຫ້ໄດ້ ຕໍ່ ປີ ເຊັ່ນ: ຄໍາແທ່ງ 6 ຕັນ, ທອງແຜ່ນ 86,200 ຕັນ, ທອງຝຸ່ນ 208,000 ຕັນ, ຖ່ານຫີນ 1 ຫາ 2 ລ້ານ ຕັນ ແລະ ຫີນກາວ 600,000 ຕັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.