ຈີນ, ຫວຽດນາມ ໃຫ້ຄວາມສົນໃຈ ລົງທືນຂຸດຄົ້ນແຮ່ທາດ ໃນແຂວງຫົວພັນ
2024.03.25
ແຂວງຫົວພັນຍັງຕ້ອງການດຶງດູດການລົງທືນຕ່າງປະເທດໃຫ້ເຂົ້າມາຂຸດຄົ້ນແຮ່ທາດເປັນຈຳນວນຫຼາຍແລະປັດຈຸບັນກໍມີຫຼາຍບໍລິສັດທັງພາຍໃນແລະຕ່າງປະເທດໂດຍສະເພາະນັກລົງທືນຈາກຈີນແລະຫວຽດນາມໃຫ້ຄວາມສົນໃຈເຂົ້າມາລົງທືນຂຸດຄົ້ນແຮ່ຢູ່ພາຍໃນແຂວງຫົວພົນ.
ປັດຈຸບັນລັດຖະບານລາວກໍໄດ້ສໍາປະທານທີ່ດິນເພື່ອລົງທືນເອັງແລະປ່ອຍສໍາປະທານໃຫ້ບໍລິສັດຕ່າງປະເທດມາຂຸດຄົ້ນແລະປຸງແຕ່ງແຮ່ທາດຕ່າງ ໆ ຫຼາຍກ່ວາ 20 ໂຄງການເປັນໂຄງການຂຸດຄົ້ນຫີນຂຽວ, ຫີນມາໂບຣ, ເງິນ, ຄຳ ແລະ ເຫຼັກຈົນເຮັດໃຫ້ເກີດທີ່ດິນເປົ່າຫວ່າງແລະປ່າໄມ້ຫຼຸດລົງເປັນຈຳນວນຫຼາຍ.
ດັ່ງເຈົ້າໜ້າທີ່ຜະແນກແຜນການແລະການລົງທືນ ແຂວງຫົວພັນທ່ານກ່າວຕໍ່ວິທະຍຸເອເຊັຍເສລີໃນວັນທີ 25 ມີນານີ້ວ່າ:
“ສ່ວນຫຼາຍຢູ່ແຂວງຫົວພັນຕອນນີ້ອັນນ່າຫີນປະເພດຫີນກ໊ອດ, ຫີນມາໂບຣ, ຄໍາ: ເງິນ ຕ່າງ ໆ ໄຟຟ້າເປັນພູເປັນຜາໝົດແມ່ນແຫຼະຢູ່ແຂວງຫົວພັນຖືວ່າລັດຖະບານສຳປະທານເອົາດິນຫັ້ນນ່າເຈົ້າແຂວງແຂວງຫົວພັນກໍເຫັນດີ.”
ທ່ານ ຄໍາແພງ ໄຊສົມແພງ ເຈົ້າແຂວງຫົວພັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນເດືອນມີນານີ້ວ່າຂະແໜງການທີ່ກ່ຽວຂ້ອງຈະຕ້ອງໄດ້ເອົາໃຈໃສ່ຄຸ້ມຄອງກວດກາບັນດາໂຄງການຂຸດຄົ້ນແລະປຸງແຕ່ງແຮ່ທາດຢ່າງລະອຽດ. ຖ້າໂຄງການໃດບໍ່ເຫັນດີກໍໃຫ້ຢຸດຊົ່ວຄາວຫຼືເຖີງຂັ້ນລົບລ້າງເພື່ອເຮັດໃຫ້ການລົງທືນຖືກຕ້ອງຕາມລະບຽບການ, ນອກຈາກນີ້ຈະເໜັ້ນໃຫ້ຜູ້ປະກອບການມີການປຸງແຕ່ງແຮ່ທາດກ່ອນສົ່ງອອກເພື່ອເພີ່ມມູນຄ່າແລະສ້າງວຽກເຮັດງານທຳໃຫ້ກັບປະຊາຊົນພາຍໃນແຂວງເພາະປັດຈຸບັນມີຫຼາຍບໍລິສັດໄດ້ຂົນແຮ່ທາດອອກໄປປຸງແຕ່ງຢູ່ນອກປະເທດ.
ເຖີງວ່າຈະມີບໍລິສັດຕ່າງ ໆ ເຂົ້າມາຂຸດຄົ້ນແຮ່ທາດເປັນຈໍານວນຫຼາຍໂຄງການຢູ່ພາຍໃນແຂວງຫົວພັນແຕ່ບັນດາບໍລິສັດເລົ່ານັ້ນບໍ່ໄດ້ຈ້າງປະຊາຊົນລາວໃນພື້ນທີ່ເຂົ້າມາເຮັດວຽກນໍາ ໂຄງການໃນສັດສ່ວນທີ່ເໝາະສົມ. ບາງໂຄງການເກືອບບໍ່ມີແຮງງານລາວເລີຍ ມີແຕ່ລະບໍລິສັດຜູ້ລົງທືນໄດ້ນຳເຂົ້າແຮງງານຈາກປະເທດຂອງຕົນເອັງມາເຮັດວຽກເປັນສ່ວນໃຫຍ່.
ຂະນະທີ່ແຮງງານລາວກໍມີແຕ່ເປັນກໍາມະກອນເວັນຍາມ, ຄົນຮັກສາຄວາມປອດໄພ, ພໍ່ຄົວ-ແມ່ຄົວແລະກຳມະກອນກໍ່ສ້າງທົ່ວໄປເຊີ່ງເປັນການຈ້າງແບບໄລຍະສັ້ນຫຼືລາຍວັນ ເທົ່ານັ້ນຈະບໍ່ໄດ້ສະຫວັດດີການແລະປະກັນຫຍັງເລີຍ. ດັ່ງເຈົ້າໜ້າທີ່ຜແແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຫົວພັນຍານາງກ່າວໃນມື້ດຽວກັນວ່າ.
“ບັນດາໂຄງການນີ້ຈະບໍ່ມີປະກັນສັງຄົມນ່າຈ້າງແບບຕາມລະດູການສື່ ໆ ແລ້ວເຂົາກາເລີຍວ່າບໍ່ຖືກຕາມກົດໝາຍເຮົາແດ່ຂະເຈົ້າແລ່ນເຂົ້າໂຕຕ້າຣນຳເຂົ້າແຮງງານຕ່າງປະເທດຫັ້ນນ່າ.”
ກ່ຽວກັບເລື່ອງການຂຸດຄົ້ນແຮ່ທາດຢູ່ພາຍໃນແຂວງຫົວພັນປະຊາຊົນເມືອງຊໍາໃຕ້ແຂວງ ຫົວພັນກ່າວວ່າຊາວບ້ານສ່ວນຫຼາຍບໍ່ຕ້ອງການໂຄງການຂຸດຄົ້ນແຮ່ທາດເພາະຜົນກະທົບຕໍ່ສີ່ງແວດລ້ອມສັງຄົມຂ້ອນຂ້າງຮຸນແຮງເຊີ່ງຈະເຫັນໄດ້ຈາກຫຼາຍ ໆ ໂຄງການທີ່ເຂົ້າມາລົງທືນໃນປັດຈຸບັນນີ້ເມື່ອເຂົ້າມາລົງທືນແລ້ວກໍບໍ່ໄດ້ເຮັດໃຫ້ຄຸນນະພາບຊີວິດການເປັນຢູ່ຂອງຊາວບ້ານໃນພື້ນທີ່ດີຂື້ນ. ບາງພື້ນທີ່ແຮງທຸກຍາກລົງເພາະບໍ່ມີຮອດດິນທຳການກະເສດແລະລ້ຽງສັດ. ດັ່ງປະຊາຊົນເມືອງຊຳໃຕ້ທ່ານກ່າວຕໍ່ວິທະຍຸເອເຊັຍເສລີໃນມື້ດຽວກັນວ່າ.
“ປະຊາຊົນເຂົາກາວ່າຊິມີຜົນສະທ້ອນຫຼາຍແນວເຂົາກາເວົ້າແນວນັ້ນຈັກຊິເຮັດແນວໃດກາມີແຕ່ວ່າຂັ້ນເທີງນັ້ນລັດຖະບານເປັນຜູ້ເບິ່ງຜູ້ແຍງເທົ່າໂລດໃດ.”
ປະຊາຊົນເມືອງຊໍາເໜືອກ່າວວ່າສຳລັບໂຄງການລົງທືນໃໝ່ຄວນຈະຢຸດຕິໄປແບບຖາວອນເພາະຜົນກະທົບຈາກການຂຸດຄົ້ນແຮ່ທາດຕ່າງ ໆ ນັ້ນນັບມື້ຈະທະວີຄວາມຮຸນແຮງຂື້ນ, ທີ່ດິນແລະປ່າໄມ້ກໍຫຼຸດລົງເປັນຈຳນວນຫຼາຍແລະຮຽກຮ້ອງໃຫ້ທາງການລາວ, ພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ຢ່າງເຂັ້ມງວດໃນການຕິດຕາມ-ກວດກາຜົນກະທົບທາງດ້ານສີ່ງແວດລ້ອມ-ສັງຄົມຕໍ່ກັບໂຄງການທີ່ໄດ້ອະນຸຍາດໃນໄລຍະທີ່ຜ່ານມາ. ດັ່ງປະຊາຊົນເມືອງຊຳ
ເໜືອທ່ານກ່າວຕໍ່ວິທະຍຸເອເຊັຍເສລີວ່າ.
“ແມ່ນແທ້ກາມັນເສັຍຫາຍມັນ 2-3 ປີມານີ້ຢາກສະເໜີຢາກເໜັ້ນໜັກໃຫ້ທາງໂຄງການຫຼືວ່າທາງເມືອງທາງແຂວງໃຫ້ເຂົາເອົາໃຈໃສ່ຕື່ມໜ້ອຍໜຶ່ງກວດກາໄປເບິ່ງໂຕຈິງມັນເສັຍແນວໃດ.”
ປະຊາຊົນນະຄອນຫຼວງວຽງຈັນກ່າວວ່າບໍ່ເຫັນດີທີ່ຈະດຶງດູດໃຫ້ຄົນຕ່າງປະເທດເຂົ້າມາລົງທືນຂຸດຄົ້ນແຮ່ທາດຢູ່ພາຍໃນແຂວງຫົວພັນແລະແຂວງອື່ນ ໆ ໃນລາວເພາະໂຄງການເລົ່ານັ້ນມີແຕ່ຈະສົ່ງຜົນະທົບຕໍ່ສີ່ງແວດລ້ອມສັງຄົມນັບມື້ຮຸນແຮງຂື້ນ. ສ່ວນປະຊາຊົນລາວບໍ່ໄດ້ຮັບຜົນປະໂຫຍດຫຍັງຕ້ອງດີ້ນຮົນທຳມາຫາກີນຢູ່ປ່າດົງຕາມພູບໍ່ເຫັນມີວຽກເຮັດງານທຳພໍປານໃດ. ດັ່ງປະຊາຊົນນະຄອນຫຼວງວຽງທ່ານກ່າຕໍ່ວິທະຍຸເອເຊັຍເສລີໃນມື້ດຽວກັນວ່າ.
“ມັນບໍ່ຄິດກ້ວາງໄກຄິດແຕ່ວ່າຢາກໄດ້ຜົນສຸດທ້າຍມາບໍ່ໄດ້ເຮັດໄດ້ຈະເລີນມັນບໍ່ແມ່ນຈັກເພິ່ນຊິວ່າແນວໃດ, ບໍ່ເງິນ ບໍ່ຄຳຈັກເທົ່າໃດບໍ່ຂຸດຄົ້ນໄປແທນທີ່ຈະຮັ່ງຈະມີປະຊາຊົນກາຍັງທຸກຢູ່.”
ກ່ອນໜ້ານີ້ໂຄງການຂຸດຄົ້ນແຮ່ຫາຍາກຂອງບໍລິສັດລາວ-ຈີນພັດທະນາບໍ່ແຮ່ຫາຍາກພາກ
ເໜືອ 2 ຈຳກັດ ກໍໄດ້ສົ່ງຜົນກະທົບໂດຍການປ່ອຍນໍ້າເປື້ອນ-ນໍ້າເສັຍລົງສູ່ແຫຼ່ງນໍ້າທຳມະຊາດຈົນເຮັດໃຫ້ປາຕາຍ, ແຫຼ່ງນໍ້າຊົມໃຊ້ບໍ່ໄດ້, ຊາວບ້ານຢູ່ເມືອງຊໍາເໜືອແຂວງຫົວພັນທີ່ອາໃສຢູ່ຕິດກັບຫ້ວຍມັນ ຈຳນວນ 34 ບ້ານໄດ້ຮັບຜົນກະທົບທາງກົງແລະທາງອ້ອມແລະທາງການກໍມີພຽງຄຳສັ່ງໂຈະການຂຸດຄົ້ນຊົ່ວຄາວເທົ່ານັ້ນ.
ໃນປີ 2023 ທີ່ຜ່ານມາແຂວງຫົວພັນສາມາດຂຸດຄົ້ນແຮ່ທາດອະໂລຫະສໍາລັບການກໍ່ສ້າງປະເພດຫີນກໍ່ສ້າງໄດ້ປະມານ 61 ພັນແມັດກ້ອນມູນຄ່າ 4,89 ຕື້ກີບ,ຂຸດຄົ້ນປຸງແຕ່ງແລະຈຳໜ່າຍແຮ່ເຫຼັກໄດ້ 117,092 ຕັນມູນຄ່າ 8,57 ລ້ານໂດລາສະຫະລັດ, ຜະລິດແລະຈຳໜ່າຍແຮ່ຫາຍາກໄດ້ 6,310 ຕັນ ມູນຄ່າ 25,84 ລ້ານໂດລາສະຫະລັດ. ນອກຈາກນີ້ຍັງມີແຮ່ກົ່ວ, ແຮ່ຊືນ, ແຮ່ສັງກະສີ ແລະ ແຮ່ມັງການທີ່ໄດ້ມີການຂຸດຄົ້ນໄປແລ້ວແຕ່ຍັງບໍ່ທັນໄດ້ສົ່ງອອກເທື່ອ.
ເມື່ອຕົ້ນປີ 2024 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີໄດ້ເໜ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງປະເມີນຄືນບັນດາໂຄງການຂຸດຄົ້ນແຮ່ທາດທີ່ໄດ້ອະນຸມັດຜ່ານມາທັງໝົດແລະແຜນການໃນຕໍ່ໜ້າເພື່ອປ້ອງກັນບໍ່ໃຫ້ເກີດຜົນກະທົບຕໍ່ສີ່ງແວດລ້ອມສັງຄົມ. ເຊີ່ງມາຮອດປັດຈຸບັນລັດຖະບານລາວໄດ້ອະນຸຍາກໃຫ້ບໍລິສັດເອກະຊົນທັງພາຍໃນແລະຕ່າງປະເທດເຂົ້າມາລົງທືນຂຸດຄົ້ນແຮ່ທາດແລະກິດຈະການໂຮງງານປຸງແຕ່ງແຮ່ທາດຈຳນວນ 1,143 ບໍລິສັດ ມີ 1,336 ໂຄງການ. ສຳປະທານເນື້ອທີ່ໄປແລ້ວປະມານ 30% ຂອງເນື້ອທີ່ທົ່ວປະເທດອີງຕາມການລາຍຂອງກະຊວງພະລັງງານແລະບໍ່ແຮ່ເມື່ອທ້າຍປີ 2023 ຜ່ານມາ.