ເຂດເສຖກິສພິເສດ ບໍ່ເຕັນ ຈະຄົບວົງຈອນ

ໄຊຍາ
2018.09.10
F-LT-SEZ ຈີນ ກໍາລັງສ້າງ ເຂດເສຖກິດພິເສດ ບໍ່ເຕັນແດນຄຳ ທີ່ແຂວງຫລວງນໍ້າທາ ໃຫ້ເປັນສູນການຄ້ານາໆຊາດ ຄົບວົງຈອນ (ຮູບຖ່າຍວັນທີ 3 ກັນຍາ 2018)
RFA/VD

ຈີນ ກໍາລັງສ້າງ ເຂດເສຖກິສພິເສດ ບໍ່ເຕັນແດນຄຳ ທີ່ແຂວງຫລວງນໍ້າທາ ໃຫ້ເປັນສູນການຄ້ານາໆຊາດ ຄົບວົງຈອນ ເຊິ່ງຕັ້ງຢູ່ໃກ້ກັບ ສະຖານີີີຣົດໄຟ ລາວ-ຈີນ ແຫ່ງທຳອິດ. ດັ່ງເຈົ້າໜ້າທີ່ທ່ານນຶ່ງ ໄດ້ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນຈັນນີ້ວ່າ:

"ບ່ອນຫລີ້ນການພະນັນທຸກບ່ອນ ແມ່ນປິດເປັນທາງການ, ດຽວນີ້ແມ່ນປັບປຸງອາຄານເກົ່າ ແຕ່ລະບ່ອນຄືນເພື່ອເຮັດເປັນສູນການຄ້າ ລະກາ ສະຖານີ ຣົຖໄຟ. ການກໍ່ສ້າງຕຶກໃໝ່ ເພີ່ມຂຶ້ນອີກເປັນ 10 ຕຶກ ເພື່ອຮອງຮັບເປັນສູນການຄ້າທີ່ໃຫຍ່."

ທ່ານກ່າວຕື່ມວ່າຜ່ານມາ ເຂດເສຖກິສພິເສດບໍ່ເຕັນ ໄດ້ຮັບການສຳປະທານ ເປັນເວລາ 99 ປີ ໂດຍ ບໍຣິສັດຈີນ, ໄດ້ສ້າງເປັນໂຮງກາຊີໂນ ເປັນເວລາຫລາຍປີ ເຣີ້ມແຕ່ປີ 2006 ເປັນຕົ້ນມາ. ຣັຖບານລາວສັ່ງຍົກເລີກ ໃນປີ 2012 ເນື່ອງຈາກວ່າເຂດດັ່ງກ່າວ ມີການຄາຕກັມ ຄົນຈີນ ມາຫລີ້ນການພະນັນ ຫລາຍຄົນ.

ປະຈຸບັນ ເຂດເສຖກິສພິເສດແຫ່ງນີ້ ໄດ້ປ່ຽນໂສມໜ້າມາເປັນ ເຂດການຄ້າຄົບວົງຈອນ ເຊິ່ງຈະມີທັງສູນການຄ້າ ການເງິນ ການທະນາຄານ ຫ້າງສັພສິນຄ້າ ແລະສວນສະນຸກ ລົງທຶນໂດຍບໍຣິສັດ ຈີນ ເພື່ອຮອງຮັບການເຂົ້າມາ ຂອງທາງຣົຖໄຟ ລາວ-ຈີນ ໃນປີ 2021 ແລະ ນັກທ່ອງທ່ຽວຈີນ ທາງການລາວ ຈະບໍ່ອະນຸຍາດໃຫ້ ເປີດບ່ອນຫລີ້ນກາຊີໂນ ອີກໃນເຂດນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.