ຂ.ຫຼວງນໍ້າທາໃຫ້ຈີນ ປູກກ້ວຍ ຄືນອີກ
2018.02.20

ທາງການແຂວງຫລວງນໍ້າທາ ໄດ້ອະນຸມັດໃຫ້ ບໍຣິສັດຢາງວຸຍ ຂອງຈີນ ສໍາປະທານປູກກ້ວຍ 50 ເຮັກຕາ ຢູ່ເຂດບ້ານໂພນສໍາພັນ ບ້ານຜາແຕ ເມືອງລອງ ໃນທ້າຍປີ 2017. ຕໍ່ກັບບັນຫາດັ່ງກ່າວ ປະຊາຊົນ ກໍມີຄວາມກັງວົນນຳການໃສ່ສານເຄມີ ໃນສວນກ້ວຍ ເພາະຢ້ານມັນ ຈະມີຜົນກະທົບ ຕໍ່ສຸຂພາບ ແລະສະພາບແວດລ້ອມຕ່າງໆ, ດັ່ງ ປະຊາຊົນເມືອງລອງ ທ່ານນຶ່ງໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 17 ກຸມພາ ວ່າ:
"ຢ້ານມັນຊິເປັນຄືເກົ່າ ຄືໃນປີຜ່ານມາ ເວລາທີ່ມີການໃສ່ສານເຄມີ ແມ່ນຢູ່ບໍ່ໄດ້ເລີຍ ເປັນຫ່ວງນໍາ ສຸຂພາບ ເດັກນ້ອຍແດ່ ຖ້າມີການ ຄວບຄຸມ ໄດ້ກະດີມັນກະຊິບໍ່ເປັນ ອັນຕະລາຍຫລາຍ."
ປະຊາຊົນ ທ່ານນີ້ຍັງກ່າວຕື່ມອີກວ່າ ບັນດາບໍຣິສັດຈີນ ຍັງມີການກະກຽມ ທີ່ດິນປູກກ້ວຍ ຢູ່ເຂດບ້ານໂນນສະຫວ່າງ, ບ້ານຈອມແຈ້ງ, ແລະ ບ້ານສີວິໄລ ທີ່ຂຶ້ນກັບເມືອງລອງ.
ທາງການສັ່ງໂຈະການປູກກ້ວຍ ໃນຕົ້ນປີ 2017 ຫລັງຈາກນັ້ນ ກໍມີຄໍາສັ່ງໃຫ້ປູກຄືນ ໃນທ້າຍປີ 2017, ດັ່ງເຈົ້າໜ້າທີ່ ຈາກຫ້ອງການ ກະສິກັມແລະປ່າໄມ້ ເມືອງລອງ ທ່ານນຶ່ງໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 10 ກຸມພາ ທີ່ຜ່ານມາວ່າ:
"ອະນຸຍາດໃຫ້ປູກຄືເກົ່າ ສ່ວນຫລາຍຊິແມ່ນໂຕເນື້ອທີ່ເກົ່າ ທີ່ສັ່ງໂຈະປີແລ້ວ ແຕ່ໃຫ້ເຂົາມາປູກຄືນ ແລະກະມີເນື້ອທີ່ໃໝ່ ຈຳນວນນຶ່ງ ແຕ່ຕ້ອງໄດ້ຜ່ານ ການກວດກາ ຢ່າງຄັກແນ່ຈຶ່ງປູກໄດ້."
ທ່ານໄດ້ກ່າວຕື່ມອີກວ່າ ໃນປີທີ່ຜ່ານມາ ສວນກ້ວຍຂອງນັກລົງທຶນຈີນຫລາຍ 1,000 ເຮັກຕາ ຖືກສັ່ງຢຸດ ດໍາເນີນການໄປ ຍ້ອນວ່າ ເຈົ້າຂອງສວນກ້ວຍ ໃຊ້ສານເຄມີ ແລະ ຢາປາບສັດຕູພືດ ຫລາຍທີ່ມີຜົນກະທົບ ຕໍ່ສິ່ງແວດລ້ອມ ແລະຊຸມຊົນ.
ລະບຽບການໃໝ່ກໍຄື ສວນກ້ວຍຈະຕ້ອງຫ່າງຈາກແມ່ນໍ້າ ແລະຊຸມຊົນຢ່າງໜ້ອຍ 500 ແມັດ. ອີງຕາມການຢືນຢັນ ຂອງເຈົ້າໜ້າທີ່ຫ້ອງການ ກະສິກັມແລະປ່າໄມ້ ເມືອງລອງ.