ຄ່າຜ່ານດ່ານບໍ່ເຕັນ ຍັງເປັນ ບັນຫາ

ຈໍາປາທອງ
2017.06.20
f-boten ຣົດບັນທຸກຂົນສົ່ງສິນຄ້າ ທີ່ລໍຖ້າຂ້າມ ດ່ານສາກົນບໍ່ເຕັນ ແຂວງຫຼວງນໍ້າທາ
RFA/NY

ເຈົ້າໜ້າທີ່ດ່ານສາກົນບໍ່ເຕັນ ແຂວງຫລວງນ້ຳທາ ເກັບເງິນ ຄ່າຜ່ານເຂົ້າ-ອອກ ຊາຍແດນ ສູງເກີນໄປ. ຕາມຄຳເວົ້າ ຂອງ ຜູ້ຂົນສົ່ງສິນຄ້າ ຜ່ານດ່ານນັ້ນ, ແຕ່ທາງຝ່າຍ ເຈົ້າໜ້າທີ່ ດ່ານບໍ່ເຕັນ ກໍເວົ້າວ່າ ບໍ່ມີ ເຈົ້າໜ້າທີ່ ຄົນໃດດອກ ທີ່ເກັບຄ່າທຳນຽມ ແບບບໍ່ຖືກຕ້ອງ:

"ມັນບໍ່ເປັນຫຍັງດອກ ເຂົາເກັບເຂົາກໍມີ ມັນມີສາລະບານ ເຂົາເກັບເງິນກໍ 10 ພັນກີບ ຄົນຈີນ ຄົນລາວ ອອກໄປ ເຂົາກໍເກັບຊໍ່ານັ້ນ ກະຄື ກັນ 10 ພັນກີບຊື່ໆ ສ່ວນຫລາຍ ມັນກະສິມີ ມັນກະມີຫລາຍ ພາກສ່ວນ ມັນກະບໍ່ໄດ້ມີ ຕມ. ຢ່າງດຽວເນາະ ມັນມີພາສີ ມັນມີ ອາກອນ ມັນມີຄັງເງິນ ມັນມີກະສິກັມ ເດ້ ປະຈໍາດ່ານນະ ມັນບໍ່ມີດອກ ເຈົ້າໜ້າທີ່ ພວກເຮົາແມ່ນ ຄົນເຮັດວຽກ ໃຫ້ກັບສັງຄົມ".

ແຕ່ຄົນຂັບຣົດ ຂົນສົ່ງສິນຄ້າເຂົ້າ-ອອກດ່ານ ຈົ່ມວ່າຍັງມີການ ເກັບຄ່າທຳນຽມ ລ່ວງເວລາຢູ່ ແລະ ເກັບຫລາຍເກີນໄປ ທັ້ງໆທີ່ ນາຍົກ ຣັຖມົນຕຣີ ທອງລຸນ ສີສຸລິດ ໄດ້ສັ່ງຫ້າມບໍ່ໃຫ້ເກັບແລ້ວ ເມື່ອ 2 ເດືອນກ່ອນ. ດັ່ງນັກທຸຣະກິດລາວ ທີ່ທຽວໄປ-ມາ ປະເທສຈີນ ເວົ້າວ່າ:

"ເກັບຄ່າລ່ວງເວລາແບບວ່າບໍ່ໄດ້ໄປ ຖ້າບ່ອນຈ່າຍເງິນ ຖ້າຈ່າຍເງິນໃຫ້ ແສນນຶ່ງ ກະສິເລັ່ງໃຫ້ສິນະ ເສົາ-ທິດ ຂະເຈົ້າກະໃຫ້ ຈ່າຍເພີ້ມອີກ ຈາກລ້ານຫົກ ເປັນລ້ານເຈັດ ເຮົາຢາກອອກ ກໍໄດ້ເສັຍເພີ້ມ ກະໄດ້ອອກ ພວກຕາຊັ່ງ ເກັບເງິນ ແຕ່ວ່າເງິນ ບໍ່ເຂົ້າຄັງນະ ປົກກະຕິ ລົດໜັກ ບໍ່ໃຫ້ໄປ ແຕ່ວ່າເສັຍລ້ານນຶ່ງ ກະໄປໄດ້ ແລະຖ້າເສັຍລ້ານຫ້າ ກະຍັງໄປໄດ້ ເພາະວ່າຕອນສວຍ ມີຄົນເຫັນບໍ່ໄດ້ໄປ ແລ້ວເງິນກໍເຂົ້າຖົງ ຂະເຈົ້າ ບໍ່ໃຫ້ລັດ",

ເວົ້າເຖິງເຣຶ່ອງຄຳສັ່ງ ຂອງນາຍົກນັ້ນ ທ່ານເວົ້າວ່າ ຄຳສັ່ງນັ້ນ ຍັງບໍ່ທັນມາເຖິງເທື່ອ. ດັ່ງນັ້ນ ຈຶ່ງຍັງເກັບຄ່າທຳນຽມ ຄືເກົ່າຢູ່ ແລະຄົນ ຂັບຣົດ ບັນທຸກກໍເວົ້າວ່າ ນັບຕັ້ງແຕ່ ຕົ້ນປີ 2016 ມາເຖິງປັດຈຸບັນ ຣົດຂົນສາລີ ໄປປະເທສຈີນ ນ້ຳໜັກ 60 ຕັນ ໄດ້ເສັຍຄ່າ ຕິດນ້ຳໜັກ ໃນຣະຫວ່າງ 7 ແສນ ແລະ 1 ລ້ານກີບ, ຫາກນ້ຳໜັກ ເກີນນັ້ນ ກໍຈະເອົາເງິນ ຕື່ມອີກ ຮວມກັບ ຄ່າເອກກະສານ ຜ່ານແດນ ກໍເປັນ ປະມານ 2 ລ້ານ 8 ແສນກີບ ຄືແພງກວ່າຢູ່ ທຸກດ່ານ ໃນສປປລາວ. ດັ່ງທີ່ທ່ານ ກ່າວວ່າ:

"ຂະເຈົ້າກະໄລ່ຫລຸດຕາມຕາມ ໄລ່ຕາມມູນຄ່າ ທີ່ວ່າໃສ່ເຄື່ອງສິນຄ້າ ຫນ້ອຍສິນຄ້າຫຼາຍ ທຽບກັບຄ່າດ່ານ ອື່ນຖືວ່າແພງ ມັນກະຫາສິມາ ຂຶ້ນນະ ຕະກີ້ ພວກຫົວລາກນີ້ ສອງລ້ານ ສອງລ້ານຫ້າ ແລະກະບໍ່ໄດ້ ເສັຍມູນຄ່າເພີ້ມ ດຽວນີ້ມາຂຶ້ນເປັນ ສອງລ້ານແປດ ແຫຼະຄັນເຮົາມາ ໄລ່ໃສ່ ມູນຄ່າເພີ້ມ ທີ່ວ່າເຮົາແບກໄປ ລະນໍ້າໜັກເກີນ ຕົກກວ່າ ສາມລ້ານປາຍ ຖືວ່າແພງໃດ໋ ຢູ່ນີ້ນະ ດ່ານບໍ່ເຕັນ".

ສ່ວນວ່າຄວາມຄິດຄວາມເຫັນ ຂອງປະຊາຊົນ ທີ່ເຂົ້າ-ອອກ ຜ່ານດ່ານ ສາກົນບໍ່ເຕັນ ເປັນປະຈຳນັ້ນ ແມ່ນຢາກໃຫ້ ທາງການທີ່ກ່ຽວຂ້ອງ ກວດກາ ເບິ່ງ ສະພາບຄວາມເປັນຈິງ ເພື່ອເຮັດໃຫ້ ມີຄວາມໂປ່ງໃສ ໃນການປະຕິບັດງານ ຂອງ ເຈົ້າໜ້າທີ່ ນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.