ຜູ້ຮັບເຄາະຈາກບໍຣິສັດ ພີເອັສ ຈະຖືກ ທະນາຄານ ຍຶດຊັບ

ທະນາຄານ ຢູ່ ແຂວງຫລວງນໍ້າທາ ຈະຍຶດຊັບສິນ ຂອງ ປະຊາຊົນ ຜູ້ເຄາະຮ້າຍ ທີ່ໄດ້ຢືມເງິນ ໄປລົງທຶນ ກັບ ບໍຣິສັດ ພີເອສ.

ບໍຣິ້ສັດ PS ສົ່ງເສີມກະສິກັມ ແລະ ອຸດສາຫະກັມ ຄົບວົງຈອນ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ RFA

ປະຊາຊົນ 9 ຄອບຄົວ ຢູ່ບ້ານດອນໃໝ່ ເມືອງສິງ ແຂວງຫຼວງນໍ້າທາ ທີ່ຢືມເງິນຈາກທະນາຄານ ສົ່ງເສີມກະສິກັມ ມາລົງທຶນກັບ ບໍຣິສັດ ພີເອັສ ຈະຖືກທະນາຄານຍຶດທີ່ດິນ ແລະເຮືອນຂອງພວກຕົນ ຍ້ອນວ່າຮອດກຳນົດ ສົ່ງເງິນກູ້ຢືມຄືນແລ້ວ, ແຕ່ເຂົາເຈົ້າ ບໍ່ມີເງິນຈ່າຍຄືນ ໃຫ້ທະນາຄານເທື່ອ; ເພາະກ່ອນທີ່ຈະຢືມເງິນ ຈາກທະນາຄານໄດ້ນັ້ນ, ຕ້ອງເອົາທີ່ດິນ ແລະເຮືອນໄປຄໍ້າປະກັນ, ດັ່ງ ປະຊາຊົນ ບ້ານ ດອນໃໝ່ ຜູ້ນຶ່ງ ທີ່ເປັນສະມາຊິກ ຂອງບໍຣິສັດພີເອັສ ເວົ້າຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 2 ເມສາ ນີ້ວ່າ:

“ຮອດກຳນົດນີ້ຮອດແລ້ວ ແຕ່ວ່າກະຍັງລໍຖ້າທາງບໍລິສັດ ເພີ່ນວ່າ ຈະຄືນເງີນໃຫ້ ຈຶ່ງຊິເອົາໄປໃຊ້ ດຽງນີ້ກະລໍຖ້າເບິ່ງບໍລິສັດ ຢູ່ຄືວ່າຍັງມິດຢູ່ ທະນາຄານ ເຂົາກະມາເຕືອນຫລາຍເທື່ອແລ້ວ ເພາະວ່າມັນໝົດກຳນົດ ໄດ້ປີນຶ່ງແລ້ວ ດຽວນີ້ດອກເບັ້ຽກະເພີ້ມຂຶ້ນ ຍ້ອນວ່າຮອດກຳນົດ ເຮົາບໍ່ມີເງິນໃຊ້.”

ລາວເວົ້າຕື່ມວ່າ ສາເຫດທີ່ຕັດສິນໃຈ ລົງທຶນນໍາບໍຣິສັດພີເອັສນັ້ນ ຍ້ອນຄິດວ່າ ຈະກໍາໄລປັນຜົນຫຼາຍ ຕາມການໂຄສະນາ ຂອງບໍຣິສັດ, ດັ່ງນັ້ນ ຈຶ່ງຕັດສິນໃຈຢືມເງິນທະນາຄານ ໃນອັດຕຣາດອກເບັ້ຽ 12% ຕໍ່ປີໄປລົງທຶນ ແລະແຕ່ລະຄອບຄົວ ໄດ້ຢືມເງິນ ທະນາຄານ ບໍ່ຕໍ່າກວ່າ 50 ລ້ານກີບ.

ໃນເບື້ອງຕົ້ນ ການລົງທຶນ ກັບບໍຣິສັດພີເອັສນັ້ນ, ໄດ້ເງິນປັນຜົນເກືອບ 50% ຂອງຈຳນວນເງິນລົງທຶນ ເຮັດໃຫ້ປະຊາຊົນ ຫຼາຍຄົນໄປກູ້ ຢຶມເງິນ ທະນາຄານ ມາລົງທຶນນຳບໍຣິສັດນີ້ ໂດຍຫວັງໄດ້ເງິນປັນຜົນຫຼາຍ. ແຕ່ໃນປີທີ 2 ຕໍ່ມາບໍຣິສັດກໍ່ມີບັນຫາ ບໍ່ມີເງິນປັນຜົນໃຫ້ ຜູ້ຮ່ວມລົງທຶນ ຈຶ່ງເຮັດໃຫ້ເຂົາເຈົ້າ ບໍ່ມີເງິນຈ່າຍດອກເບັ້ຽໃຫ້ທະນາຄານ.

ປັດຈຸບັນ ບໍຣິສັດພີເອັສ ຢູ່ໃນການຄຸ້ມຄອງຂອງຣັຖະບານ ແລະ ຜູ້ບໍຣິຫານບໍຣິສັດ ຖືກເຈົ້າໜ້າທີ່ຈັບແຕ່ກາງປີ 2017 ເປັນຕົ້ນມາ, ເປັນຕົ້ນ ທ້າວ ປໍເຮີ ແລະ ນາງ ສຸກນາລີ ເທບສີເມືອງ ຜູ້ເປັນຫົວໜ້າບໍຣິສັດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org